ກຊສ ຫວນຄືນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 20 ປີ

ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9 ກັນຍາ 2002 – 9 ກັນຍາ 2022) ຂຶ້ນໃນວັນທີ 28 ກັນຍາ 2022 ທີ່ກະຊວງດັ່ງກ່າວ ເປັນກຽດປາຖະກະຖາ ໂດຍສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາຄະນະບໍລິຫານງານພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີສະຫາຍ ປອ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ ປະທານກວດກາພັກ ຮອງລັດຖະມົນຕີກະຊວງ ກຊສ ພ້ອມດ້ວຍຄະນະປະຈໍາພັກ ຄະນະພັກກະຊວງ ເລຂາຄະນະພັກຮາກຖານ ເລຂາໜ່ວຍພັກ ພ້ອມຄະນະ ແລະ ສະມາຊິກພັກທຸກສະຫາຍພາຍໃນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

    ການຈັດປາຖະກະຖາໃນຄັ້ງນີ້ ເພື່ອເປັນການທົບທວນຄືນ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການສ້າງສາພັດທະນາປະເທດຊາດໃນປັດຈຸບັນ ທັງເປັນການໂຄສະນາ-ສຶກສາອົບຮົມສະມາຊິກພັກ-ພະນັກງານໃຫ້ມີຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບທາດແທ້ມູນເຊື້ອປະຕິວັດ ການຕໍ່ສູ້ພິລະອາດຫານໃນພາລະກິດປະຕິວັດຂອງນັກຮົບເກົ່າ ພ້ອມກັນນັ້ນ ກໍເພື່ອເປັນການສ້າງຂະບວນການຄົ້ນຄວ້າຮ່ຳຮຽນເອົາແບບຢ່າງອັນດີງາມ ຄຸນສົມບັດສິນທຳປະຕິວັດ ນ້ຳໃຈຮັກຊາດ ນ້ຳໃຈເສຍສະຫຼະ ກໍຄືຜົນງານອັນໃຫຍ່ຫຼວງຂອງນັກຮົບເກົ່າລາວ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານໃນທົ່ວກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

error: Content is protected !!