ປກສ ແຂວງບໍ່ແກ້ວ ຢືດຢາບ້າຄັ້ງໃຫຍ່ຫຼາຍກວ່າ 33 ລ້ານເມັດ ແລະ ຢາໄອສ໌ 500 ກິໂລ

   ວັນທີ 23 ກັນຍາ 2022  ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ລວມມີຂອງກາງ ຢາບ້າ 33 ລ້ານກວ່າເມັດ ຢາໄອສ໌ 500 ກິໂລ ເຄຕາມິນ 1 ກິໂລ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງໄປດຳເນີນຄະດີ.

     ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ເຈົ້າໜ້າທີ່ສາມາດຈັບ ທ້າວ ສົມຫວັງ ຫວ່າ ອາຍຸ 34 ປີ ແລະ ນາງ ເຢັງຢາງ ອາຍຸ 18 ປີ (ຜົວ- ເມຍ) ທັງສອງຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເວລາທີ່ຈັບເປົ້າໝາຍ ກໍໄດ້ກວດຄົ້ນລົດກະບະຣິໂວ ສີຂາວ ບໍ່ຕິດປ້າຍທະບຽນ ພົບຂອງກາງ ຢາບ້າ 300.000 ເມັດ ຊຸກເຊື່ອງຢູ່ໃນທ້າຍລົດກະບະຣີໂວ ຂອງພວກກ່ຽວ.

    ຜ່ານການສອບສວນ ທ້າວສົມຫວັງ ຫວ່າ ໄດ້ໃຫ້ການຊັດທອດຫາຜູ້ທີ່ຮ່ວມຂະບວນການຄ້າຂາຍຢາເສບຕິດຮ່ວມກັນອີກ 2 ຄົນ ຊື່ ທ້າວ ດວງແກ້ວ ແລະ ທ້າວ ອາລຸນ ທັງສອງຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ຈາກນັ້ນ ເຈົ້າໜ້າທີ່ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານຂອງພວກກ່ຽວ ເຊິ່ງຜ່ານການກວດຄົ້ນເຄຫະສະຖານຂອງທ້າວ ອາລຸນ ພົບເຫັນຢາບ້າຈຳນວນ 200.000 ເມັດ ເຄຕາມິນ 1 ຖົງ ນໍ້າໜັກ 1 ກິໂລ ແລະ ເຄື່ອງຂອງກາງມີຍານພາຫະນະຈຳນວນໜຶ່ງ ຈຶ່ງຢຶດໄວ້ເປັນຫຼັກຖານ ສ່ວນຜູ້ກ່ຽວໄດ້ຫຼົບໜີ ກ່ອນເຈົ້າໜ້າທີ່ເຂົ້າກວດຄົ້ນ.

     ຈາກນັ້ນເຈົ້າໜ້າທີ່ກໍໄດ້ເຂົ້າກວດຄົ້ນເຄຫະສະຖານຂອງທ້າວ ດວງແກ້ວ ພົບເຫັນຢາບ້າ ຈຳນວນ 33.000.000 ເມັດ ແລະ ຢາໄອສ໌ 500 ກິໂລ ຊຸກເຊື່ອງຢູ່ໃນສາງມ້ຽນເຄື່ອງຂອງຜູ້ກ່ຽວ ຈຶ່ງໄດ້ກັກຕົວເປົ້າໝາຍອີກຄົນ ເປັນເມຍເຈົ້າຂອງເຮືອນ ຊື່ນາງ ບ້ຳ ອາຍຸ 41 ປີ ສ່ວນຜູ້ເປັນຜົວ ທີ່ເປັນເປົ້າໝາຍ ຖືກຊັດທອດ ໄດ້ໄຫວຕົວທັນແລ້ວຫຼົບໜີ ກ່ອນເຈົ້າໜ້າທີ່ເຂົ້າກວດຄົ້ນ.

    ປັດຈຸບັນ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ໄລ່ຊອກໄລ່ຈັບຜູ້ທີ່ຖືກຊັດທອດມາດຳເນີນຄະດີຕາມກົດໝາຍ.

error: Content is protected !!