ປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ

    ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ຈັດພິທີປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ຂຶ້ນວັນທີ 28 ກັນຍາ 2022 ຢູ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ໂດຍການປະຖະກະຖາຂອງ ທ່ານ ປອ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ໂດຍມີທ່ານ ໄພບູນ ພົງສະຫວັນ ເລຂາໜ່ວຍພັກກຸ່ມບໍລິສັດ ພົງສະຫວັນ ປະທານຄະນະຂາຮຸ້ນ ກຸ່ມບໍລິສັດ ພົງສະຫວັນ ຜູ້ອຳນວຍການໃຫຍ່ທະນາຄານພົງສະຫວັນ ທັງເປັນຄະນະບໍລິຫານງານສະມາ ຄົມມິດຕະພາບ ລາວ-ອິນໂດເນເຊຍ ພ້ອມດ້ວຍບັນດາຮອງປະທານ ແລະ ຄະນະບໍລິຫານງານຂອງ ກຸ່ມບໍລິສັດ ພົງສະຫວັນ ແລະ ບໍລິສັດໃນເຄືອ ພ້ອມດ້ວຍພະນັກງານ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ປອ ຈະເລີນ ເຍຍປາວເຮີ ກໍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຄວາມໝາຍຄວາມສໍາຄັນຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ເຊິ່ງເປັນສອງປະເທດທີ່ມີຄວາມໃກ້ຊິດ ສະໜິດສະໜົມ ມີຄວາມສາມັກຄີຮັກແພງ ເປັນຈິດໜຶ່ງໃຈດຽວ ແລະ ມີມູນເຊື້ອອັນດີງາມມາຕັ້ງແຕ່ດົນນານ ຜ່ານປະຫວັດສາດອັນລະອິດລະອ້ຽວ ການພົວພັນແບບພິເສດຕະຫຼອດໄລຍະຜ່ານມາ ພັກ-ລັດ ແລະ ປະຊາຊົນສອງປະເທດມີຄວາມໄວ້ເນື້ອເຊື່ອໃຈ ມີຄວາມຈິງໃຈໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງສະເໝີຕົ້ນສະເໝີປາຍ ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ບໍລິສຸດຜຸດຜ່ອງ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຫວຽດນາມ-ລາວ ຈຶ່ງສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍໄປໃນທາງທີ່ດີ ພັດທະນາຂຶ້ນຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ ສົ່ງຕໍ່ຈາກຄົນຮຸ່ນກ່ອນ ສູ່ຄົນຮຸ່ນຫຼັງ ແລະ ຮຸ່ນຕໍ່ໆໄປ.

    ຈຸດປະສົງເພື່ອສຶກສາອົບຮົມພະນັກງານ ລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນ ທົ່ວປະ ເທດ ໂດຍສະເພາະຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈທີ່ເລິກເຊິ່ງ ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ລາວ-ຫວຽດນາມ ກໍຄືເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາວນານ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າ ໃນພາລະກິດປະຕິວັດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດລາວ ກໍຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວ ໃນເມື່ອກອນ ແລະ ການປົກປັກຮັກສາ ພັດທະນາສ້າງສາປະເທດຫວຽດນາມ ໃນປັດຈຸບັນ ສ້າງບັນຍາກາດໃຫ້ປີ 2022 ເຊິ່ງເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີຄວາມເບີກບານມ່ວນຊື່ນ ມີຂະບວນການຟົດຟື້ນ ມີຊີວິດຊີວາ ແລະ ກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ ສືບຕໍ່ໄປ.

error: Content is protected !!