ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ແຂວງຊຽງຂວາງ

    ວັນທີ 26-28 ກັນຍາ 2022 ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມຄະນະ.

    ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານສະພາບລວມຂອງແຂວງ ກ່ຽວກັບການເຄື່ອນໄຫວປະຕິບັດວຽກງານໃນໄລຍະຜ່ານມາ ຈາກນັ້ນ ທ່ານ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນໂອ້ລົມຕໍ່ຄະນະພັກ ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງ ເປັນຕົ້ນ ການແກ້ໄຂບັນຫາເສດຖະກິດ-ການເງິນ ໃຫ້ເສີມຂະຫຍາຍຄວາມເປັນເຈົ້າການໃນການຄິດ ແລະ ພ້ອມກັນຕັດສິນໃຈເຮັດ ສົ່ງເສີມຫົວຄິດປະດິດສ້າງໃນການປະຕິບັດ ກ້າເຮັດກ້າຮັບຜິດຊອບ ເຊີດຊູຄວາມເສຍສະຫຼະຂອງຜູ້ນຳພາ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ຕ້ອງເລັ່ງທວງຄຸນນະພາບການປະຕິບັດໜ້າທີ່ຂອງຜູ້ເຮັດວຽກງານກວດກາ ໃຫ້ຕິດພັນກັບເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ແລະ ເນື້ອໃນຈິດໃຈ ຄຳສັ່ງແນະນຳເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກ ໃນການເຄື່ອນໄຫວຕິດຕາມ ກວດກາ ແລະ ການແກ້ໄຂຜົນຂອງການກວດກາໃຫ້ເປັນມາດຕະການຂອງການປະຕິບັດຕົວຈິງ ສຳຄັນທີ່ສຸດ ເປັນປັດໃຈຄໍ້າປະກັນໂດຍກົງຂອງການສ້າງການຫັນປ່ຽນແບບບຸກທະລຸຂອງການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ການເຄື່ອນໄຫວກວດກາຈັດຕັ້ງປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດ ໃນສະພາບປັດຈຸບັນ ຕ້ອງຕິດພັນໂດຍກົງກັບການສະກັດກັ້ນ ແລະ  ຕີຖອຍການສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດ ແລະ ສໍ້ລາດບັງຫຼວງໃນຖັນແຖວສະມາຊິກພັກ-ພະນັກງານສະມາຊິກພັກ-ລັດຖະກອນ ທະຫານ ຕຳຫຼວດ ຢັບຢັ້ງ ແລະ ຫຼຸດຜ່ອນຄວາມເສຍຫາຍດ້ານຊັບສິນຂອງລັດ ແລະ ລວມໝູ່ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ກໍຄືຮັກສາບົດບາດອິດທິພົນຂອງພັກ ຖືສໍາຄັນ ສຸມໃສ່ປັບປຸງກົນໄກປະສານງານການນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານກວດກາ ການແກ້ໄຂຜົນການກວດກາຕາມຂັ້ນຄຸ້ມຄອງ ໂດຍຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນ ກົມກຽວ ລະຫວ່າງການຊີ້ນຳຂອງຄະນະພັກແຕ່ລະຂັ້ນ ແລະ ການນຳພາ-ຊີ້ນຳຈາກຄະນະພັກຂັ້ນເທິງ ກໍຄືການຊີ້ນຳດ້ານວິຊາການ ແລະ ໃຊ້ສິດຕາມສາຍຕັ້ງຂອງຄະນະກວດກາພັກ ຫຼື ອົງການກວດກາລັດ ຕາມຄວາມຈຳເປັນ ແລະ ເໝາະສົມ ເລັ່ງລັດແກ້ໄຂສະພາບການຂອງການດໍາເນີນກາານກວດກາໂດຍລວມຍັງຊັກຊ້າ ແລະ ຄຸມເຄືອ ການຊີ້ນໍາແກ້ໄຂຜົນການກວດກາເປົ້າໝາຍກະທຳຜິດຍັງມີລັກສະນະແກ່ຍາວ ຂາດຜູ້ຮັບຜິດຊອບແກ້ໄຂຈະແຈ້ງເດັດຂາດ ເອົາການຕິດຕາມ ກວດກາເປັນເນື້ອໃນ ແລະ ແບບແຜນທີ່ຂາດບໍ່ໄດ້ ຂອງການຈັດຕັ້ງ ແລະະ ພະນັກງາານນຳພາຄຸ້ມຄອງແຕ່ລະຂັ້ນ ຍົກລະດັບວຽກງານກວດກາ ໂດຍສະເພາະໃນການຕີຖອຍການສໍ້ລາດບັງຫຼວງໃນຖັນແຖວພະນັກງານ-ສະມາຊິກພັກລັດຖະກອນ ທະຫານ ຕຳຫຼວດ ເປັນບ່ອນອີງທີ່ສຳຄັນ ແລະ ຂາດບໍ່ໄດ້ ໃນການຕີລາຄາຄວາມຮູ້ ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຜູ້ນຳພາ-ຄຸ້ມຄອງ ທັງເອົາບັນຫານີ້ຕິດພັນກັບເງື່ອນໄຂພິຈາລະນາສັບຊ້ອນຈັດວາງພະນັກງານສືບທອດ ເຂົ້າໃນຕຳແໜ່ງຈະເລື່ອນຊັ້ນ ເລື່ອນຕຳແໜ່ງ ໃຫ້ມີການປະເມີນຢ່າງລະອຽດຈະແຈ້ງ. ນອກນີ້ ໃນວັນດຽວກັນ ກໍໄດ້ໄປຢ້ຽມຢາມກຸ່ມຫັດຖະກຳຕໍ່າຫູກຢູ່ບ້ານ ຊຽງກ່ຽວ ເມືອງ ຄຳ ຢ້ຽມຢາມກຸ່ມຜະລິດຄັນຍູເຈ້ຍ (ຄັນຮົ່ມເຈ້ຍ) ແລະ ແຄນ ຢູ່ບ້ານມີໄຊ ເມືອງ ພູກູດ ແລະ ຢ້ຽມຢາມ ບໍລິສັດ ຫົງຊັບ ມາໂບ້ ຈຳກັດ ຢູ່ພູຂີ້ເລົ້າ ເມືອງ ແປກຕື່ມອີກ.

error: Content is protected !!