ປະຊຸມລະດັບສູງຄັ້ງທີ 3 ກ່ຽວກັບຍຸດທະສາດການເງິນ

    ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບຫ້ອງການປະສານງານອົງການສະຫະປະຊາຊາດ ປະຈໍາລາວ ຈັດກອງປະຊຸມລະດັບສູງ ຄັ້ງທີ 3 ກ່ຽວກັບຍຸດທະສາດການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ວັນທີ 28 ກັນຍາ 2022 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຊາລາ ເຊເກເນັດ ຜູ້ປະສານງານອົງການສະຫະປະຊາຊາດປະຈໍາລາວ ມີຂະແໜງການກ່ຽວຂ້ອງຈາກບັນດາກະຊວງ ຕາງໜ້າຈາກສະຖານທູດ ຄູ່ຮ່ວມພັດທະນາ ພາກເອກະຊົນ ເຄືອຂ່າຍ INGO ແລະ ເຄືອຂ່າຍອົງການສະຫະປະຊາຊາດ.

     ຈຸດປະສົງກອງປະຊຸມ ເພື່ອປຶກສາຫາລືປະກອບຄຳຄິດຄຳເຫັນເປັນຄັ້ງສຸດທ້າຍ ຕໍ່ກັບຮ່າງຍຸດທະສາດການເງິນດັ່ງກ່າວ ກ່ອນທີ່ຈະປັບປຸງເປັນສະບັບສົມບູນ ແລະ ນໍາສະເໜີໃຫ້ຂັ້ນເທິງພິຈາລະນາຮັບຮອງໃນລໍາດັບຕໍ່ໄປ ພາຍຫຼັງທີ່ໄດ້ດໍາເນີນວຽກງານຄົ້ນຄວ້າຢ່າງລະອຽດ ແລະ ປຶກສາຫາລືຫຼາຍຄັ້ງ ກັບບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໂດຍທັງໝົດ 10 ກະຊວງ-ອົງການທຽບເທົ່າ 20 ກົມກອງ ແລະ ໜ່ວຍງານກ່ຽວຂ້ອງດ້ານວິຊາການ ໃນການກໍານົດຍຸດທະສາດການເງິນເປັນເວລາເກືອບ 2 ປີ ໂດຍໄດ້ຜ່ານການປຶກສາຫາລືຫຼາຍຄັ້ງ ກັບບັນດາພາກສ່ວນທີ່ກ່ຽວຂ້ອງ ກອງປະຊຸມດັ່ງກ່າວໄດ້ນໍາສະເໜີນະໂຍບາຍ ມາດຕະການຈັດຕັ້ງປະຕິບັດ ແລະ ກົນໄກການຈັດຕັ້ງປະຕິບັດຍຸດທະສາດຖານການເງິນ ແນໃສແກ້ໄຂສິ່ງທ້າທາຍ ແລະ ຂໍ້ຈໍາກັດດ້ານການເງິນຂອງ ສປປ ລາວ ເພີ່ມທະວີແຫຼ່ງທຶນທີ່ຈຳເປັນ ເພື່ອສະໜັບສະໜູນການບັນລຸບູລິມະສິດການພັດທະນາແຫ່ງຊາດທີ່ໄດ້ກໍານົດໄວ້ໃນແຜນການ 5 ປີ ຄັ້ງທີ IX ພ້ອມນັ້ນ ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບແຜນການຈັດຕັ້ງປະຕິບັດວຽກງານ ແລະ ການສະໜັບສະໜູນດ້ານການເງິນ ແລະ ດ້ານວິຊາການທີ່ຈຳເປັນ ເພື່ອສາມາດຈັດຕັ້ງປະຕິບັດທັງໝົດ 54 ນະໂຍບາຍ ແລະ ມາດຕະການທີ່ກໍານົດຢູ່ໃນຍຸດທະສາດການເງິນດັ່ງກ່າວໄລຍະປີ 2023-2025 ການກະກຽມໃຫ້ແກ່ກອງປະຊຸມໂຕະມົນ ທີ່ຄາດວ່າຈະຈັດຂຶ້ນໃນເດືອນພະຈິກ 2022 ເພື່ອເຮັດໃຫ້ການປະສານຮ່ວມມື ແລະ ການສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດການເງິນສະບັບນີ້ໃຫ້ມີຜົນສໍາເລັດ ແລະ ເປັນຮູບປະທໍາຫຼາຍຂຶ້ນ.

error: Content is protected !!