ທ່ານນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມ ແລະ ເຮັດວຽກທີ່ປະເທດສິງກະໂປ

    ຕອນແລງວັນທີ 27 ກັນຍາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ  ຄະນະຜູ້ແທນຂັ້ນສູງ  ໄດ້ເດີນທາງເຖິງສາທາລະນະລັດສິງກະໂປ  ເພື່ອດໍາເນີນການຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022 ເພື່ອຕອບສະໜອງຕາມຄໍາເຊື້ອເຊີນ​ຂອງທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີແຫ່ງ ສ ສິງກະໂປ.

    ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ ໃນໄລຍະການຢ້ຽມຢາມ ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຈະພົບປະສອງຝ່າຍ ກັບທ່ານນາຍົກລັດຖະມົນຕີ ລີ ຊຽນ ລຸງ ເພື່ອທົບທວນຄືນ ກ່ຽວກັບການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະເຂົ້າຢ້ຽມຄ່ຳນັບທ່ານ ນາງ ຮາລິມາ ຢາຄອບ ປະທານາທິບໍດີ ແຫ່ງສ. ສິງກະໂປ ຕ້ອນຮັບການເຂົ້າຢ້ຽມຄ່ຳນັບຂອງທ່ານ ທາມັນ ຊັນມູກາຣັດນັນ ລັດຖະມົນຕີອາວຸໂສ ທັງເປັນລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ.ສິງກະໂປ ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດລາວ-ສິງກະໂປ ແລະ ຢ້ຽມຢາມໂຮງຮຽນວິຊາຊີບນັນຢາງໂພລີເທັກນິກ ຕື່ມອີກ.

error: Content is protected !!