ນວ ເລັ່ງແກ້ຊຸມສາຍເກາະຫ້ອຍຕາມເສັ້ນທາງສາຍຫຼັກ

    ເພື່ອປະຕິບັດຕາມຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ວັນທີ 11 ມິຖຸນາ 2020 ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານໄປສະນີ ໂທລະຄົມມະນາຄົມ ແລະ ວຽກງານການແກ້ໄຂຊຸມສາຍຢູ່ນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍຂະແໜງການກ່ຽວຂ້ອງ ໄດ້ລົງຕິດຕາມການແກ້ໄຂຊຸມສາຍຕາມເສັ້ນທາງສາຍຫຼັກ.

    ການລົງຕິດຕາມແກ້ໄຂຊຸມສາຍຄັ້ງນີ້ ໄດ້ກວດກາສະພາບຊຸມສາຍຕົວຈິງ ເປັນຕົ້ນແມ່ນສາຍໂທລະຄົມ ອິນເຕິເນັດ ໂທລະສັບ ສາຍເຄເບີນ ແລະ ສາຍອື່ນໆທີ່ເກາະຫ້ອຍຕາມເສົາໄຟຟ້າ ບາງສາຍຂາດ ຢ່ອນຍານ ເກາະຕາມຕົ້ນໄມ້ຕ່າງໆ ເຊິ່ງບັນດາສາຍເຫຼົ່ານັ້ນ ຈຳນວນໜຶ່ງແມ່ນບໍ່ໄດ້ນຳໃຊ້ແລ້ວ ແຕ່ບໍ່ມີການຮື້ຖອນອອກ  ເຮັດໃຫ້ເປັນຂີ້ເຫຍື້ອ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຕ່າງໆ  ເຊິ່ງບໍ່ ເໝາະສົມກັບນະໂຍບາຍ 6 ສ ຂອງນະຄອນຫຼວງວາງອອກ ໂດຍສະແມ່ນ ສ ສະເໜ  ເຖິງແມ່ນວ່າໄລຍະຜ່ານມາ ຈະໄດ້ເອົາໃຈໃສ່ແກ້ໄຂສຳເລັດໂດຍພື້ນຖານ 4 ເສັ້ນທາງຄື ເສັ້ນທາງສຸພານຸວົງ (ແຕ່ສະໜາມບິນວັດໄຕ ຮອດໄຟອຳນາດວັດອິນແປງ) ເສັ້ນທາງເຈົ້າອະນຸວົງ (ແຕ່ວັດຈັນຫາໄຟອຳນາດໂຮງກາຍະສິນ) ເສັ້ນທາງໄກສອນພົມວິຫານ (ເຂດປະຕູໄຊຫາໂພນເຄັງ) ເສັ້ນທາງ 13 ເໜືອ (ໄຟອຳນາດສະໜາມບິນຫາໄຟອຳນາດໜອງແຕ່ງ ໂດຍໄດ້ຜູກມັດບັນດາຊຸມສາຍທີ່ຂາດຢ່ອນຍານເຂົ້າກັນ ເຊິ່ງປະກອບມີຫຼາຍພາກສ່ວນຮ່ວມກັນແກ້ໄຂເຊັ່ນ ບັນດາບໍລິສັດທີ່ໃຫ້ບໍລິການໂທລະຄົມມະນາຄົມ ໄຟຟ້າ ນວ ໂຄງການສື່ສານຮັບໃຊ້ການນຳ ແລະ ບໍລິສັດເຄເບີນໃຊ້ສາຍ.

    ພາຍຫຼັງລົງຕິດຕາມກວດກາຕົວຈິງແລ້ວ ກໍໄດ້ມີການປະຊຸມເພື່ອໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄໍາເຫັນເພື່ອຊອກຫາວິທີການແກ້ໄຂ ເຊິ່ງຫຼາຍພາກສ່ວນກໍເຫັນດີໃຫ້ຮື້ຖອນບັນດາສາຍທີ່ບໍ່ໃຊ້ແລ້ວອອກມັດເຂົ້າໃຫ້ເປັນລະບົບດຽວກັນ ໃຊ້ສາຍສະລິງເກາະຕາມສາຍທີ່ໄຟຟ້າຮັບປະກັນຄວາມປອດໄພ ນອກຈາກນີ້ ຜ່ານການຮັບຟັງການປະກອບຄຳເຫັນ ທ່ານຮອງເຈົ້າຄອງກໍໄດ້ຊີ້ນຳໃຫ້ບັນດາບໍລິສັດຜູ້ປະກອບການດ້ານໃຊ້ສາຍ ຈົ່ງເອົາໃຈໃສ່ຮ່ວມກັນເປັນເຈົ້າການໃນການປັບປຸງແກ້ໄຂໄລຍະສັ້ນ ຫຼື ໄລຍະຍາວ ພ້ອມນີ້ ພາກລັດກໍຕ້ອງໄດ້ເອົາໃຈໃສ່ຫຼາຍດ້ານເຊັ່ນ ສ້າງ ປັບປຸງນິຕິກຳ ຫຼື ຂໍ້ຕົກລົງ ໃນການຄຸ້ມຄອງກ່ຽວກັບວຽກງານດັ່ງກ່າວໃຫ້ຄວາມຄົບຖ້ວນສົມບູນ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເປັນເອກະພາບ ຖ້າເປັນໄປໄດ້ ຄວນໃຫ້ບໍລິສັດທີ່ມີຄວາມພ້ອມທາງດ້ານເຕັກນິກເປັນບໍລິລິສັດກາງເພື່ອເປັນຜູ້ແກ້ໄຂບັນຫາດັ່ງກ່າວ ສ່ວນຄ່າໃຊ້າຈ່າຍຕ່າງໆແມ່ນໃຫ້ບັນດາຜູ້ຊົມໃຊ້ເປັນຮັບຜິດຊອບຕາມປະລິມານການຊົມໃຊ້ຂອງບັນດາບໍລິສັດ ຮື້ຖອນບັນດາສາຍທີ່ບໍ່ໄດ້ໃຊ້ອອກ ປັບປຸງມ້ຽນມັດຄືນໃໝ່ ແລະ ອື່ນໆ.

# ຂ່າວ & ພາບ: ອົ່ນ ໄຟສົນທອງ

error: Content is protected !!