ລາວທີຊິກມາເນີ ມອບຜະລິດຕະພັນຊາ ໃຫ້ ຫສນຍ

    ບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ນຳເອົາຜະລິດຕະພັນຊາ ມູນຄ່າ100.000 ໂດລາສະຫະລັດ ມາມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ວັນທີ 9 ມິຖຸນາ 2020 ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຊິ່ງມອບໂດຍທ່ານ ຢ້ຽນ ຢົ່ງ ຜູ້ອຳນວຍ ການບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ແລະ ຮັບໂດຍທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ມີພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ຢ້ຽນ ຢົ່ງ ກ່າວວ່າ: ຊາດັ່ງກ່າວແມ່ນຜະລິດຕະພັນຈາກສວນຊາ 36 ມີເນື້ອທີ່ປູກ 150 ກວ່າເຮັກຕາ ປູກຢູ່ດິນພູເຂົາໄຟ ເຂດພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈຳປາສັກ ທີ່ມີອາກາດຊຸ່ມເຢັນ   ເໝາະສົມແກ່ການປູກຊາທີ່ສຸດ ສົ່ງຜົນໃຫ້ຊາມີຣົດຊາດດີເປັນພິເສດ ເປັນຊາອິນຊີ (ປອດສານພິດ) ໂດຍຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານຈາກອົງການ Eurofins ໃນສວນຊາດັ່ງກ່າວ ປະກອບດ້ວຍ ຕົ້ນຊາພັນປີ ຕົ້ນຊາຮ້ອຍປີ ຕົ້ນໄມ້ກິນໝາກ ແລະ ຕົ້ນກາເຟ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ເປັນບໍລິສັດໜຶ່ງດຽວໃນ ສປປ ລາວ ທີ່ຜະລິດຊາແບບປະສົມປະສານ ນັບແຕ່ຂັ້ນຕອນການປູກ ການເກັບ ການຜະລິດ ຈົນຮອດການຈຳໜ່າຍ ໃນນີ້ໂຮງງານໄດ້ສ້າງຕັ້ງຂຶ້ນປີ 2017 ປັດຈຸບັນ ບໍລິສັດມີຜະລິດຕະພັນຊາຫຼາຍຊື່ ໂດຍຂຶ້ນກັບຄຸນລັກສະນະສະເພາະຂອງຊາ ເປັນຕົ້ນຊາປາກຊ່ອງຮຸ່ງເຮືອງ ຊາທັບທິມແດງປາກຊ່ອງ ຊາລາສີປາກຊ່ອງ ຊາມໍລະກົດປາກຊ່ອງ ຊາທັບທິມຟ້າປາກຊ່ອງ ຊາຢົກປາກຊ່ອງ ແລະ ອື່ນໆ ສຳລັບຕະຫຼາດຈຳໜ່າຍສ່ວນໃຫຍ່ແມ່ນສົ່ງອອກ ສປ ຈີນ ເຊິ່ງເປັນຊາທີ່ມີຊື່ສຽງ ເປັນທີ່ຮັບຮູ້ ແລະ ໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງດີ.

    ທ່ານ ຄຳລາວັນ ຈັນທະລາວັນ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ທີ່ໄດ້ມອບຜະລິດຕະພັນຊາ ໃຫ້ ຫສນຍ ຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຊົມເຊີຍ  ຕໍ່ການຕັດສິນໃຈເລືອກລົງທຶນປູກ ແລະ ສ້າງຕັ້ງໂຮງງານຜະລິດຊາ ຢູ່ ສປປ ລາວ ເຊິ່ງສອດຄ່ອງກັບນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຖ່າຍທອດຄວາມຮູ້ດ້ານເຕັກນິກວິຊາການ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ມີລາຍຮັບ ແລະ ໄດ້ຊ່ວຍເຫຼືອທ້ອງຖິ່ນໃນການສ້າງໂຮງຮຽນ ຖະໜົນຫົນທາງ ແລະ ອື່ນໆ ນອກນີ້ທ່ານ ຄຳລາວັນ ຈັນທະລາວັນ ຍັງໄດ້ສະເໜີໃຫ້ບໍລິສັດສືບຕໍ່ຊ່ວຍສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ ນັບມື້ຫຼາຍຂຶ້ນ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຮຽນຮູ້ດ້ານເຕັກ ນິກກະສິກຳ ການປຸງແຕ່ງ ການບໍລິຫານ ແລະ ອື່ນໆ ເພື່ອໃຫ້ສາມາດສືບຕໍ່ປະຕິບັດວຽກງານ ແລະ ມີຄວາມເຂັ້ມແຂງຂຶ້ນໃນຕໍ່ໜ້າ.

error: Content is protected !!