ຣັດ​ຕະ​ນະ ກຽມພ້ອມ​ທຸກ​ດ້ານ​ປ້ອງ​ກັນ​ໂຄ​ວິດ​ໄລຍະ​ເປີດ​ຮຽນ​ໃໝ່

     ທ່ານ ​ປອ ສົມ​ເພັດ ຣັດ​ຕະ​ສິມ ປະທານ​ບໍລິຫານ​ສະ​ຖາ​ບັນ​ຣັດ​ຕະ​ນະ ບໍລິຫານ​ທຸລະ​ກິດ ໃຫ້​ສຳພາດ​ວັນ​ທີ 9 ມິຖຸນາ 2020 ວ່າ: ສະ​ຖາ​ບັນ​ຣັດ​ຕະ​ນະ​ບໍລິຫານ​ທຸລະ​ກິດ ໄດ້​ໂຈະ​ການ​ຮຽນ?ການ​ສອນ​ຊົ່ວຄາວ ເພື່ອ​ປະຕິບັດ​ຕາມ​ແຈ້ງ​ການ​ຂອງ​ຂັ້ນ​ເທິງ ແລະ ໂດຍ​ອີງໃສ່​ບົດຮຽນ​ຂອງ​ຕ່າງປະເທດ ສະ​ຖາ​ບັນ​ໄດ້​ກຽມ​ຄວາມ​ພ້ອມ​ມາ​ກ່ອນ​ໜ້າ​ນີ້ ໂດຍ​ໄດ້​ຈັດ​ປະຖົມ​ນິເທດ​ໃຫ້​ຄູ ແລະ ນັກ​ສຶກ​ສາ ເພື່ອ​ເຮັດ​ໃຫ້ການ​ຮຽນ?ການ​ສອນ​ຮຽນ​ຕໍ່​ເນື່ອງ ຮຽນ​ຕາມ​ຊົ່ວໂມງ​ຄືເກົ່າ ໃຫ້​ນັກ​ສຶກ​ສາ​ຮຽນ​ຢູ່​ເຮືອນ​ແບບ​ອອນ​ລາຍ.

    ຜ່ານ​ການຈັດຕັ້ງ​ປະຕິບັດ​ໄລຍະ​ໜຶ່ງ ກໍ​ພົບ​ບັນຫາ​ຍ້ອນ​ນັກ​ສຶກ​ສາ​ຕ່າງ​ແຂວງ​ກັບ​ເມືອ​ບ້ານ ບາງ​ເຂດ​ອິນ​ເຕີ​ເນັດ​ບໍ່​ສະດວກ ເຮັດ​ໃຫ້ການ​ຮຽນ​ບໍ່​ມີ​ປະ​ສິດທິ​ຜົນ ຈຶ່ງ​ໄດ້​ຄົ້ນຄວ້າ​ໂຈະ​ໄວ້​ກ່ອນ​ລໍຖ້າ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ມີ​ແຈ້ງ​ການ​ອອກ​ມາ​ວັນ​ທີ 2 ມິຖຸນາ 2020 ຈຶ່ງ​ໄດ້​ປະຕິບັດ​ການ​ຮຽນ?ການ​ສອນ ນັກ​ສຶກ​ສາ​ຊັ້ນ​ສູງ​ປີ​ສຸດ​ທ້າຍ ແຕ່​ກ່ອນ​ຈະ​ເປີດ​ຮຽນ​ໄດ້​ປະສານ​ກັບ​ພາກສ່ວນ​ກ່ຽວຂ້ອງ​ມາ​ພົ່ນ​ຢາ​ຂ້າ​ເຊື້ອ​ຢູ່​ສະ​ຖາ​ບັນ ກະກຽມ​ຄວາມ​ພ້ອມ​ດ້ານ​ເຄື່ອງ​ວັດແທກ​ອຸນຫະພູມ ເຈວ​ລ້າງ​ມື ສະບູ​ລ້າງ​ມື ແລະ ຜ້າ​ອັດ​ປາກ?ດັງ ສຳລັບ​ແຈກ​ຢາຍ​ໃຫ້​ນັກ​ສຶກ​ສາ ໂດຍ​ບໍ່​ໄດ້​ເສຍ​ຄ່າ ເວລາ​ຄູ?ອາຈານ ແລະ ນັກ​ສຶກ​ສາ​ເຂົ້າ​ມາສະ​ຖາ​ບັນ​ຕ້ອງ​ປະຕິບັດ​ຕາມ​ຂັ້ນ​ຕອນ ເປັນຕົ້ນ ວັດແທກ​ອຸນຫະພູມ ລ້າງ​ມື​ດ້ວຍ​ເຈວ ໃສ່​ຜ້າ​ອັດ​ປາກ?ດັງ ເວລາ​ຮຽນ​ນັ່ງ​ຕ້ອງ​ໃຫ້​ຫ່າງ​ກັນ ເວລາ​ພັກຜ່ອນ​ບໍ່​ໃຫ້​ອອກ​ໄປ​ຂ້າງ​ນອກ ເພື່ອ​ຄວາມ​ປອດ​ໄພ ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ຜູ້​ປົກຄອງ ສັງຄົມ ແລະ ການ​ນຳ​ພັກ?ລັດ.

    ນັບ​ແຕ່​ເປີດ​ຮຽນ ວັນ​ທີ 2 ມິຖຸນາ​ເປັນຕົ້ນ​ມາ ນັກ​ສຶກ​ສາ​ຊັ້ນ​ສູງ​ປີ​ສຸດ​ທ້າຍ 300 ກວ່າ​ຄົນ ມາ​ຮຽນ​ພຽງ​ແຕ່ 100 ກວ່າ​ຄົນ ສ່ວນ​ຜູ້​ທີ່​ຍັງ​ບໍ່​ມາ​ຮຽນ ສະ​ຖາ​ບັນ​ຍັງ​ບໍ່​ຮູ້​ສາເຫດ ສຳລັບ​ການ​ຮຽນ​ປົກກະຕິ​ທຸກ​ຊັ້ນ ເລີ່ມ​ວັນ​ທີ 15 ມິຖຸນາ 2020 ປັດຈຸບັນ​ໄດ້​ກຽມ​ຄວາມ​ພ້ອມ​ທຸກ​ດ້ານ ເປັນຕົ້ນ ອຸປະກອນ​ເພື່ອ​ຮອງ​ຮັບ​ນັກ​ສຶກ​ສາ​ປະລິນຍາ​ຕີ ປີ 1 ແລະ ປະລິນຍາ​ຕີ​ຕໍ່​ເນື່ອງ 1.700 ກວ່າ​ຄົນ ພະນັກງານ ແລະ ຄູ?ອາຈານ 160 ກວ່າ​ຄົນ ຫ້ອງ​ຮຽນ 70 ຫ້ອງ ແບ່ງ​ເປັນ 3 ພາກ​ຄື: ພາກ​ເຊົ້າ ພາກ​ບ່າຍ ແລະ ພາກ​ຄ່ຳ ໂອກາດ​ນີ້ ກໍ​ຂໍ​ຮຽກຮ້ອງ​ມາ​ຍັງ​ຄູ?ອາຈານ ໃຫ້​ແນະນຳ​ນັກ​ສຶກ​ສາ​ຮັກສາ​ສຸຂະພາບ​ຕົນ​ເອງ ສຳລັບ​ນັກ​ສຶກ​ສາ​ທີ່​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ແລ້ວ ກໍ​ໃຫ້​ປະຕິບັດ​ຕາມ​ຫຼັກສູດ ການ​ຮຽນ?ການ​ສອນ ສົກ 2019?2020 ແລະ ຝາກ​ເຖິງ​ນັກ​ສຶກ​ສາ​ທີ່​ກັບ​ບ້ານ ໂດຍ​ສະເພາະ ເຂດ​ຫ່າງ​ໄກ​ສອກຫຼີກ​ໃຫ້​ກັບ​ຄືນ​ມາ​ສະເໜີ​ຕົວ ຊ້າ​ສຸດ​ບໍ່​ໃຫ້​ກາຍ​ວັນ​ທີ 13 ມິຖຸນາ 2020 ແຕ່​ຖ້າ​ນັກ​ສຶກ​ສາ​ມາ​ຮຽນ​ບໍ່​ທັນ ສະ​ຖາ​ບັນ​ກໍ​ຈະ​ຈັດ​ຫ້ອງ​ພິເສດ​ເປັນ​ກຸ່ມ​ຍ່ອຍ ຈັດ​ຕັ້ງ​ຄູ?ອາຈານ ແລະ ນັກ​ສຶກ​ສາ​ຜູ້​ຮຽນ​ເກ່ງ​ເຂົ້າ​ສອນ ເນື່ອງ​ຈາກ​ພວກ​ເຮົາ​ມີ​ໂຄງການ​ເພື່ອນ​ຊ່ວຍ​ເພື່ອນ (ຮຽນ​ໂດຍ​ບໍ່​ເສຍ​ຄ່າ) ທີ່​ໄດ້​ປະຕິບັດ​ມາ​ຫຼາຍ​ປີ​ແລ້ວ ເປົ້າ​ໝາຍ​ຂອງ​ສະ​ຖາ​ບັນ​ຈະ​ບໍ່​ຖິ້ມ​ນັກ​ສຶກ​ສາ ແຕ່​ສຳຄັນ​ນັກ​ສຶກ​ສາ​ຕ້ອງ​ໃຫ້ການ​ຮ່ວມ​ມື ແລະ ຈິງ​ໃຈ​ນຳ​ກັນ ເພາະ​ທຸກ​ບັນຫາ​ສາມາດ​ແກ້​ໄຂ​ໄດ້.

error: Content is protected !!