ສົ່ງເສີມການພັດທະນາທຸລະກິດເພື່ອແກ້ໄຂບັນຫາທາງສັງຄົມ

   ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາະຫະກຳ ແລະ ການຄ້າ ແລະ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ  ໂດຍໄດ້ຮັບການສະໜັບສະໜູນຈາກອົງາກນໄຈກາ ປະຈຳລາວ ຈັດງານສົ່ງເສີມການພັດທະນາທຸລະກິດ ເພື່ອປະກອບສ່ວນແກ້ໄຂບັນຫາທາງສັງຄົມ ພາຍໃຕ້ໂຄງການ LJISUSU Scale-up ຂຶ້ນຮູບແບບອອນລາຍ ແລະ ແບບເຊິ່ງໜ້າ ໃນວັນທີ 28 ກັນຍາ 2022 ຢູ່ ສລຍ ໂດຍມີທ່ານ ດຣ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ທ່ານ ຢາສູຊິ ກິກູຈິ ທີ່ປືກສາອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ໂຄງການ LJISUSU Scale-up ເປັນໂຄງການພັດທະນາທຸລະກິດ ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນລາວ ມີຈຸດປະສົງເພື່ອສ້າງທ່າແຮງໃນການແຂ່ງຂັນ ແລະ ການສ້າງເຄືອຂ່າຍທາງທຸລະກິດໃຫ້ບັນດາຫົວໜ່ວຍທຸລະກິດ ເຊິ່ງຕິດພັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນປະເທດຍີ່ປຸ່ນ  ໂດຍໃນປີ 2021 ຜ່ານມາໄດ້ມີ 4 ບໍລິສັດຈາກລາວເຂົ້າຮ່ວມການແຂ່ງຂັນແຜນທຸລະກິດໃນໂຄງການດັ່ງກ່າວ ທີ່ໄດ້ຮັບການຮັບການສະໜັບສະໜູນຊ່ວຍເຫຼືອທາງການເງິນຈາກອົງການໄຈກາ ປະຈຳລາວ ເພື່ອດຳເນີນແຜນການຈັດຕັ້ງປະຕິບັດແຜນດຳເນີນທຸລະກິດໃນໄລຍະ 6 ໃຫ້ປາກົດຜົນເປັນຈິງ ແນໃສ່ເພື່ອການຊຸກຍູ້ສົ່ງເສີມການພັດທະນາທຸະລິດໃນຂົງເຂດດັ່ງກ່າວໃຫ້ມີການຂະຫຍາຍຕົວ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາທາງເສດຖະກິດ-ສັງຄົມຂອງລາວໃຫ້ຫຼາຍຂຶ້ນ.

     ໃນງານ ໄດ້ມີການສົນທະນາແລກປ່ຽນ ແລະ ນຳສະເໜີຄວາມຮູ້ປະສົບການເຊິ່ງກັນ ແລະ ກັນຂອງບັນດາຜູ້ຕາງໜ້າຈາກບໍລິສັດຕ່າງໆ ໃນນັ້ນ ບໍລິສັດ Music securities lnc ຈາກປະເທດຍີ່ປຸ່ນ ໄດ້ຮ່ວມບັນຍາຍໃນຫົວຂໍ້ ປັດໄຈສຳຄັນທີ່ມີຜົນຕໍ່ກັບນັກລົງທຶນ ແລະ ບໍລິສັດໂລກາ ຈຳກັດ ເຊິ່ງເປັນບໍລິສັດຂອງຄົນລາວທີ່ປະສົບຜົນສຳເລັດ ໄດ້ແລກປ່ຽນປະສົບການຄວາມຮູ້ ໃນຫົວຂໍ້ ຍຸດທະສາດການຂະຫຍາຍຕົວ ແລະ ການຂະຫຍາຍເຄືອຂ່າຍທາງທຸລະກິດ  ນອກນີ້ ຍັງໄດ້ມີການມອບລາງວັນພິເສດໃຫ້ກັບບໍລິສັດທີ່ມີຄວາມພະຍາມໃນການສ້າງຄຸນຄ່າໃຫ້ກັບສັງຄົມລາວ ເຊິ່ງປະກອບມີ: ລາງວັນຜູ້ປະກອບການດີເດັ່ນ ແລະ ລາງວັນຮູບແບບທຸລະກິດທີ່ສ້າງຄຸນຄ່າແກ່ສັງຄົມດີເດັ່ນ ໃຫ້ແກ່ບໍລິສັດທີ່ຖືກຄັດເລືອກຈຳນວນໜຶ່ງຕື່ມອີກ.

error: Content is protected !!