ຫົວໜ້າ ອອປສ ຊີ້ນໍາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ການແກ້ໄຂບັນຫາຢາເສບຕິດ

    ກອງປະຊຸມຊີ້ນຳການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ 2022  ທີ່ແຂວງໄຊຍະບູລີ ໂດຍເປັນປະທານຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ມີບັນດາຫົວໜ້າກົມທີ່ມາຈາກ ອອປສ ຫົວໜ້າອົງການໄອຍະການປະຊາຊົນແຂວງ ຫົວໜ້າອົງການໄອຍະການປະຊາຊົນເຂດ 1 ແລະ ເຂດ 2 ພະນັກງານເຂດປະຈຳເມືອງ ຫົວໜ້າອົງການໄອຍະການທະຫານແຂວງ ແລະ ອົງການໄອຍະການທະຫານກອງພົນແຂວງໄຊຍະບູລີ ເຂົ້າຮ່ວມ.

    ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ:  ໃນການລົງເຄື່ອນໄຫວຕິດຕາມ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບໝາກຜົນສໍາເລັດ ການພັດທະນາວຽກງານໄອຍະການປະຊາຊົນ ອົງການໄອຍະການປະຊາຊົນເຂດ ພະນັກງານໄອຍະການປະຈຳເມືອງ ອົງການໄອຍະການທະຫານ ຈົ່ງສືບຕໍ່ຈັດຕັ້ງປະຕິບັດບັນດານິຕິກໍາ ຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າສູ່ວຽກງານໄອຍະການປະຊາຊົນ ໃຫ້ໄດ້ຮັບການແກ້ໄຂຢ່າງເຂັ້ມງວດ ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນແຂວງ ກັບອົງການທີ່ກ່ຽວຂ້ອງຂອງແຂວງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ ການຕິດຕາມກວດກາທົ່ວໄປ ການດໍາເນີນຄະດີປົກຄອງ ການປະຕິບັດຄໍາຕັດສິນຂອງສານ ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນ ກັບອົງການປົກຄອງ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ພາສີ ປ່າໄມ້ ແລະ ອົງການສືບສວນ-ສອບສວນອື່ນຢ່າງກົມກຽວ ດ້ວຍການສ້າງບົດບັນທຶກຮ່ວມ ນິຕິກຳ ແລະ ປຶ້ມຄູ່ມືອັນເປັນພື້ນຖານໃຫ້ແກ່ການຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ແກ້ໄຂການລະເມີດທາງປົກຄອງ ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ສັ່ງຟ້ອງໃຫ້ສານຕັດສິນຖືກຕ້ອງເປັນທຳ ເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ປະເທດຊາດຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

       ທ່ານຫົວໜ້າ ອອປສ ຍັງໄດ້ຊີ້ນຳໃນການຈັດຕັ້ງປະຕິບັດວຽກງານ ໂດຍຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ແລະ ພະນັກງານ-ລັດຖະກອນ ທັງໝົດ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດຫຼ້ອນໜ້າທີ່-ທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ ນໍາເອົາເນື້ອໃນຈິດໃຈໃນການຊີ້ນໍາໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງຢ່າງມີຜົນສໍາເລັດ ພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ ທັນສະໄໝ ແລະ ມີວິທະຍາສາດຢ່າງຖືກຕ້ອງ.

    ຈາກນັ້ນ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງິນ ໄດ້ຕາງໜ້າຄະນະພັກ-ຄະນະນຳ ອອປສ ມອບຄອມພີວເຕີ 4 ຊຸດ ໃຫ້ອົງການໄອຍະການປະຊາຊົນແຂວງໄຊຍະບູລີ ອົງການໄອຍະການປະຊາຊົນເຂດ ແລະ ອົງການໄອຍະການທະຫານກອງພັນທີສອງ ເພື່ອນໍາໃຊ້ເຂົ້າສູ່ວຽກງານໄອຍະການປະຊາຊົນຕາມທິດຫັນເປັນທັນສະໄໝເທື່ອລະກ້າວ.

    ໃນໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ພ້ອມຄະນະ ຍັງໄດ້ເຂົ້າພົບ ແລະ ລາຍງານການລົງເຄື່ອນໄຫວ ແລະ ການລົງຢ້ຽມຢາມເຮັດວຽກຢູ່ແຂວງໄຊຍະບູລີ ຕໍ່ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີຊາບຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!