ພາກລັດ-ພາກທຸລະກິດ ຫາລືກ່ຽວກັບແຜນຟື້ນຟູການທ່ອງທ່ຽວ ແລະ ການດໍາເນີນທຸລະກິດ

    ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບແຜນຟື້ນຟູການທ່ອງທ່ຽວ ແລະ ການດໍາເນີນທຸລະກິດ ເພື່ອສ້າງຄວາມສົນໃຈ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 28 ກັນຍາ 2022 ຢູ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໂດຍການເປັນປະທານຮ່ວມຂອງທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນວ ແລະ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກາ ນວ ມີທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ມີບັນດາຂະແໜງການພາກລັດອ້ອມຂ້າງພະແນກ ຖວທ ນວ ບັນດາທຸລະກິດໂຮງແຮມ ເຮືອນພັກ ຣີສອດ ພັດຕາຄານ ຮ້ານອາຫານ ເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ນວ ກ່າວວ່າ: ກອງປະຊຸມຄັ້ງນີ້ ກໍເພື່ອເປັນການພົບປະແລກປ່ຽນບົດຮຽນລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການຄຸ້ມຄອງ ແລະ ການດໍາເນີນທຸລະກິດຕົວຈິງ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ເກີດຢຸດຊະງັດໃນການເຄື່ອນໄຫວດໍາເນີນທຸລະກິດ ມີຄວາມຫ່າງເຫີນລະຫວ່າງພາກລັດ ຜູ້ຄຸ້ມຄອງ ແລະ ເອກະຊົນ ຜູ້ດໍາເນີນທຸລະກິດຕົວຈິງ ຂາດການປຶກສາຫາລື ຫຼຶ ພົບປະເຊິ່ງໜ້າ ອີກດ້ານໜຶ່ງ ກໍຢາກປຶກສາຫາລືຮ່ວມກັນ ໃນການຟື້ນຟູການທ່ອງທ່ຽວ ພາຍຫຼັງລັດຖະບານໄດ້ມີນະໂຍບາຍເປີດຕ້ອນຮັບນັກທ່ອງທ່ຽວໃນຕົ້ນປີ 2022 ແລະ ເປີດເຕັມຮູບແບບໃນເດືອນພຶດສະພາ 2022 ໂດຍເນັ້ນໃສ່ການສ້າງກິດຈະກໍາສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ແລະ ລາຍການທ່ອງທ່ຽວທີ່ສ້າງຄວາມສົນໃຈ ແລະ ດຶງດູດນັກທ່ຽວໃຫ້ສາມາດແກ່ຍາວໄລຍະພັກແຮມ ໃຊ້ຈ່າຍສູງຂຶ້ນ.

     ສໍາລັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ານການທ່ອງທ່ຽວຢູ່ ນວ ໄລຍະຜ່ານມາ ພະແນກ ຖວທ ນວ ແມ່ນປະຕິບັດຕາມກົນໄກຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍ ໂດຍມີການແບ່ງຂັ້ນຄຸ້ມຄອງຢ່າງລະອຽດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານເປັນແຕ່ລະໄລຍະ ເຊິ່ງມາຮອດປັດຈຸບັນ ຢູ່ ນວ ມີໂຮງແຮມທີ່ຂຶ້ນກັບພະແນກ ຖວທ ນວ ຄຸ້ມຄອງ ແລະ ອອກອະນຸຍາດຈໍານວນ 264 ແຫ່ງ ເຮືອນພັກ 203 ແຫ່ງ ຣີສອດ 29 ແຫ່ງ ພັດຕາຄານ 5 ແຫ່ງ ຮ້ານອາຫານ 138 ແຫ່ງ ສວນອາຫານ 4 ແຫ່ງ.

    ສ່ວນວຽກງານພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ແມ່ນໄດ້ເຂົ້າຮ່ວມຊຸກຍູ້ບັນດາທຸລະກິດການທ່ອງທ່ຽວ ໄດ້ປັບປຸງຍົກລະດັບການບໍລິການໃຫ້ໄດ້ຕາມມາດຕະຖານອາຊຽນ ແລະ ມາດຕະຖານຂອງ ສປປ ລາວ ເພື່ອສ້າງໃຫ້ມີຄວາມເຊື່ອຖື ແລະ ຍອມຮັບຈາກສາກົນ ເຊັ່ນ:ສະຖານທີ່ຈັດງານປະຊຸມ ໂຮງແຮມຂຽວອາຊຽນ ເປັນຕົ້ນ ສ່ວນວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແມ່ນໄດ້ມີການສົ່ງເສີມກິດຈະກໍາຕ່າງໆ ໂດຍຕິດພັນກັບງານບຸນປະເພນີ ເທສະການອາຫານ ຈັດຄາຣາວານລົດທ່ອງທ່ຽວ ງານວາງສະແດງການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ນອກນັ້ນ ກໍໄດ້ມີການຮ່ວມມຶກັບການທ່ອງທ່ຽວລະດັບພາກພື້ນ ແລະ ສາກົນ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນການພັດທະນາການທ່ອງທ່ຽວ ມາຫມູນໃຊ້ເຂົ້າໃນວຽກງານຕົວຈິງ ເຊັ່ນ:ການເປັນສະມາຊິກອົງການທ່ອງທ່ຽວອາຊີປາຊີຟິກ (TP0) ການຮ່ວມມື 5 ນະຄອນລຸ່ມແມ່ນ້ໍາຂອງ ນະຄອນເພື່ອນມິດດ້ານການທ່ອງທ່ຽວຄຸນໝິງ ແລະ ບັນດານະຄອນແມ່ນໍ້າລ້ານຊ້າງ-ແມ່ນ້ໍາຂອງ ສປ ຈີນ.

   ແນວໃດກໍຕາມ ອີງຕາມຂໍ້ຕົກລົງຂອງເຈົ້າຄອງ ນວ ເລກທີ 620/ຈນວ ວ່າດ້ວຍການຄວບຄຸມສຽງເນືອງນັນຢູ່ໃນ ນວ ໂດຍຫຼັກການລວມ ແມ່ນໄດ້ກໍານົດຢ່າງລະອຽດໃນການຄວບຄຸມບັນດາທຸລະກິດທີ່ຕິດພັນກັບການອອກອະນຸຍາດຈາກພະແນກ ຖວທ ນວ ແມ່ນຕ້ອງໄດ້ຮັບການແກ້ກໍລະນີພົບເຫັນ ຫຼື ໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນ ຫຼື ຫາງສຽງສັງຄົມ ເຊັ່ນ:ທຸລະກິດຮ້ານອາຫານ ໂຮງແຮມ ທີ່ມີການຈັດງານລ້ຽງ ງານດອງ ງານສັງສັນ ເຊິ່ງມີຄວາມສ່ຽງເກີດຜົນກະທົບທາງສຽງຕໍ່ບ້ານເຮືອນອ້ອມຂ້າງໃນເວລາຈັດງານ ຫຼື ເວລາເລີກຈາກການຈັດງານ ໂດຍສະເພາະ ຮ້ານອາຫານທີ່ນໍາໃຊ້ເຄື່ອງຂະຫຍາຍສຽງ ວົງດົນຕີໃຫຍ່ເຕັມວົງ ຫຼື ວົງດົນຕີໂຟກຊອງຕ່າງໆ ເຊິ່ງໄດ້ກໍານົດເປັນຕົວວັດແທກຊັດເຈນຈາກການຈັບລະດັບສຽງບໍ່ໃຫ້ເກີນ 80 ເດຊີເບລ ຈາກຂ້າງນອກສະຖານທີ່ຮ້ານ ເຖິງບ້ານເຮືອນປະຊາຊົນອ້ອມຂ້າງ ອີກດ້ານໜຶ່ງ ຕ້ອງມີອະນຸຍາດຈາກຂະແໜງວັດທະນະທໍາ ເພື່ອນໍາໃຊ້ເຄື່ອງຂະຫຍາຍສຽງວົງດົນຕີ ເຊິ່ງຈະມີລະບຽບຄຸ້ມຄອງສະເພາະ

    ສ່ວນບັນຫາໂມງເວລາໃນການໄຂ-ປິດ ກໍເຊັ່ນດຽວກັນ ໄດ້ກໍານົດຊັດເຈນບໍ່ໃຫ້ກາຍ 23:00 ໂມງ ຖ້າເກີນກໍານົດ ຈະເຮັດໃຫ້ເກີດຄວາມສ່ຽງມີສຽງດັງລົບກວນບ້ານເຮືອນປະຊາຊົນອ້ອມຂ້າງ ບໍ່ວ່າຈະສຽງດັງຈາກສຽງເພງ ສຽງດັງຈາກສຽງຄົນ ພາຫະນະໃນເວລາອອກຈາກຮ້ານ ດັ່ງນັ້ນ ຈຶ່ງຮຽກຮ້ອງບັນດາທຸລະກິດ ຈົ່ງໄດ້ເອົາໃຈໃສ່ຮັກສາລະບຽບເປັນເຈົ້າການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຮັດໃຫ້ ນວ ກາຍເປັນເມືອງສະຫງົບ ໜ້າຢູ່.

# ຂ່າວ – ພາບ : ສີພອນ

error: Content is protected !!