ກໍານົດເອົາທ່າວັດຈັນພຽງຈຸດດຽວ ເປັນບ່ອນແຂ່ງຂັນເຮືອຊ່ວງ ງານບຸນອອກພັນສາປະວໍລະນາ ປະຈໍາປີ 2022

    ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກ ປະທານກວດກາພັກ-ລັດ ເມືອງຈັນທະບູລີ ທັງເປັນອະນຸກໍາມະການເຮືອຊ່ວງ ງານບຸນອອກພັນສາປະວໍລະນາ ປະຈໍາປີ 2022 ທີ່ທ່າວັດຈັນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນປີນີ້ ອະນຸກຳມະການພວກເຮົາໄດ້ສົມທົບກັບຂະແໜງກີລາລະດັບສູງ ຂະແໜງກີລາມວນຊົນ ນະຄອນຫຼວງວຽງຈັນ (ນວ) ພະແນກສຶກສາທິການ ແລະ ກີລາ ນວ ແລະ ຄະນະສະຫະພັນເຮືອຊວງ ນວ ເພື່ອກະກຽມຄວາມພ້ອມຮອບດ້ານ ມາຮອດປັດຈຸບັນ ອະນຸກຳມະການດັ່ງກ່າວ ໄດ້ປະສານສົມທົບກັບບັນດາຫົວໜ້າຄະນະເຮືອຢູ່ໃນ ນວ ແລະ ປະສານສົມທົບກັບບັນດາແຂວງໄຊຍະບູລີ ຫຼວງພະບາງ ວຽງຈັນ ແລະ ແຂວງບໍລິຄຳໄຊ ເພື່ອເຊີນໃຫ້ນໍາທີມເຮືອຊ່ວງເຂົ້າແຂ່ງຂັນທີ່ທ່າວັດຈັນປີນີ້ ເຊິ່ງໄດ້ມີເຈດຈໍານົງສະເໜີທີມເຮືອເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີ 2 ປະເພດຄື:ເຮືອປະເພນີ 55 ສີພາຍ ແລະ ເຮືອກີລາ 12 ສີພາຍ ໃນນີ້ ກຳນົດເອົາຢູ່ຈຸດທ່າວັດຈັນເປັນບ່ອນແຂ່ງຂັນ ໂດຍມີຄາດໝາຍເຮືອແຕ່ລະປະເພດໃຫ້ໄດ້ 20 ລໍາ.

    ສໍາລັບແລວນ້ຳໃນປັດຈຸບັນ ຢູ່ຈຸດປ່ອຍເຮືອມີລະດັບ 4 ແມັດ ຈຸດເສັ້ນໄຊໜ້າຜາມໄຊ ແລະ ຈຸດແລວກາງແຕ່ຈຸດປ່ອຍຫາເສັ້ນໄຊ ຢູ່ໃນລະດັບ 3,50 ແມັດ ໄລຍະຜ່ານມາ ການນໍາ ນວ ໄດ້ລົງກວດກາ ໂດຍໃຫ້ທິດຊີ້ນໍາໃຊ້ລົດຈົກແລວນໍ້າຄືນຕື່ມ ຖ້າໃນກໍລະນີນໍ້າບົກແຫ້ງ ໃຫ້ສາມາດຊ່ວງເຮືອໄດ້ທີ່ຈຸດດັ່ງກ່າວ ເຊິ່ງເຮືອກີລາ 12 ສີພາຍ ແຂ່ງຂັນວັນທີ 10 ຕຸລາ ແລະ ເຮືອປະເພນີ 55 ສີພາຍ ແຂ່ງຂັນວັນທີ 11 ຕຸລາ ພິເສດ ໃນຕອນບ່າຍວັນທີ 3 ຕຸລາ ທີ່ສໍານັກງານປົກຄອງເມືອງຈັນທະບູລີ ຈະມີການຈັບສະຫຼາກແບ່ງກຸ່ມ ສ່ວນຄ່າລາກແກ່ ຫຼື ນອນທ່າ ເຮືອປະເພນີກໍານົດ 5.000.000 ກີບຕໍ່ລໍາ ແລະ ເຮືອ 12 ສີພາຍ ກຳນົດ 500.000 ກີບຕໍ່ລໍາ ໃນກໍລະນີເຮືອທີ່ໄດ້ຊະນະ ຈະບໍ່ມີຄ່າລາກແກ່ ສະນັ້ນ ຕາງໜ້າອະນຸກຳມະການເຮືອຊ່ວງ ຮຽນເຊີນບັນດາທ່ານຢາກນໍາເຮືອປະເພນີເຂົ້າຮ່ວມແຂ່ງຂັນ ໃຫ້ສະເໜີມາຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ເພື່ອລົງທະບຽນ ແລະ ຈັບສະຫຼາກ.

    ສ່ວນລາງວັນປະເພດເຮືອ 12 ສີພາຍ

  • ລາງວັນທີ 1 ຂັນໂລ 1 ໜ່ວຍ ເງິນສົດ 10.000.000 ກີບ
  • ລາງວັນທີ 2 ຂັນໂລ 1 ໜ່ວຍ ເງິນສົດ 8.000.000 ກີບ
  • ລາງວັນທີ 3 ຂັນໂລ 1 ໜ່ວຍ ເງິນສົດ 6.000.000 ກີບ
  • ລາງວັນທີ 4 ບໍ່ມີຂັນ ເງິນສົດ 4.000.000 ກີບ
  • ເຮືອປະເພນີຍິງ ແລະ ຊາຍ 55 ສີພາຍ ລາງວັນທີ 1 ຂັນເງິນ 1 ກີໂລ ເງິນສົດ 20.000.000 ກີບ
  • ລາງວັນທີ 2 ຂັນເງິນ 0,75 ກຼາມ ເງິນສົດ 15.000.000 ກີບ
  • ລາງວັນທີ 3 ຂັນເງິນ 0,5 ກຼາມ ເງິນສົດ 10.000.000 ກີບ
  • ລາງວັນທີ 4 ເງິນສົດ 6.000.000 ກີບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!