ໂຮງໝໍນ້ອຍ ບ້ານນາມ່ວງ ເມືອງຄົງເຊໂດນ ກວມເອົາ 6 ບ້ານປົກຄອງ ແລະ 11 ບ້ານວິຊາການ ຕະຫຼອດໄລຍະທີ່ຜ່ານມາໄດ້ເອົາໃຈໃສ່ໃນການສົ່ງເສີມສຸຂະພາບຂອງປະຊາຊົນໃນຈຸດສຸບ້ານ ໂດຍສະເພາະໄລຍະທີ່ມີການລະບາດຂອງໂຄວິດ-19 ທາງໂຮງໝໍນ້ອຍນາມ່ວງ ກໍຍິ່ງໄດ້ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາ ໃຫ້ປະຊາຊົນີ້ເຖິງຜົນຮ້າຍ ແລະ ວິທີປ້ອງກັນພະຍາດດັ່ງກ່າວ ພ້ອມນັ້ນກໍໄດ້ປຸກລະດົມພໍ່ແມ່ປະຊາຊົນເຂົ້າຮ່ວມໃນຂະບວນການສັກວັກຊີນ ປ້ອງກັນໂຄວິດ-19 ເພື່ອໃຫ້ບັນລຸໂຕເລກຄາດໝາຍ.

ທ່ານ ນາງ ນິລະມິດ ວົງວິຈິດ ຫົວໜ້າໂຮງໝໍນ້ອຍ ນາມ່ວງ ໃຫ້ສຳພາດກັບສື່ຈາກສູນກາງ ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນເມື່ອບໍ່ດົນຜ່ານມາວ່າ: ໂຮງໝໍນ້ອຍນາມ່ວງ ກວມເອົາ 6 ບ້ານປົກຄອງ ແລະ 11 ບ້ານວິຊາການ ຂຶ້ນກັນຈຸດສຸມນາມ່ວງ ມີປະຊາກອນທັງໝົດ 5.492 ຄົນ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ໃນການບໍລິການປະຊາຊົນໃນເຂດຈຸດສຸມ ແລະ ບ້ານອ້ອມຂ້າງ ພ້ອມນັ້ນກໍໄດ້ສຸມໃສ່ວຽກງານໂຄສະນາສຸຂະສຶກສາຜ່ານໂທລະໂຄ່ງເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານສາທາລະນະສຸກ ປະກອບສ່ວນໃນການສົ່ງເສີມສຸຂະພາບຂອງປະຊາຊົນໃນຮັບມື້ດີຂຶ້ນ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງໂຄວິດ-19 ທີ່ໄດ້ສ້າງຄວາມເຂົ້າໃຈໃຫ້ກັບປະຊາຊົນຮູ້ເຖິງຜົນຮ້າຍ ແລະ ວະທີປ້ອງກັນຕົນເອງຈາກພະຍາດດັ່ງກ່າວ ຕິດພັນກັບການໂຄສະນາປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການສັກວັກຊີນປປ້ອງກັນໂຄວິດ-19 ເຊິ່ງມາຮອດປັດຈຸບັນສາມາດສັກເຂັມ 1 ໄດ້ 3.401 ຄົນ ເທົ່າກັບ 62% ເຂັມ 2 ໄດ້ 3.215 ຄົນ ເທົ່າກັບ 59% ເຂັມຕະຕຸ້ນໜຶ່ງໄດ້ 1.3.3 ຄົນ ເທົ່າກັບ 24% ແລະ ເຂັມກະຕຸ້ນ 2 ໄດ້ 273 ຄົນ ຢ່າງໃດກໍຕາມ ກໍຈະສືບຕໍ່ໃນການປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມຂະບວນສັກວັກຊີນເພື່ອໃຫ້ບັນລຸຕາມຕົວເລກຄາດໝາຍ.

ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ນອກຈາກຜົນສຳເລັດທີ່ກ່າວມານັ້ໜ ໂຮງໝໍນ້ອຍນາມ່ວງ ພວກເຮົາ ຍັງໄດ້ພົບກັບສິ່ງທ້າຍທາຍໃນການໃຫ້ບໍລິການພໍ່ແມ່ປະຊາຊົນ ໂດຍສະເພາະປະຊາຊົນທີ່ຢູ່ເຂດຫ່າງໃກສອກ ຫຼີກ ບໍສາມາດເຂົ້າມາຮັບບໍລິການໄດ້ ໂດຍສະເພາະໃນໄລຍະລະດູຜົນເສັ້ນທາງບໍ່ສາມາດທຽວໄດ້.

ຢ່າງໃດກໍຕາມ ເພື່ອສືບຕໍ່ເຮັດໃຫ້ບໍລິການ ແລະ ເຮັດໃຫ້ຂໍ້ມູນຂ່າວສານເຂົ້າເຖິງປະຊາຊົນ ທາງໂຮງໝໍນ້ອຍພວກເຮົາຈະໄດ້ສືບຕໍ່ເຂົ້າໃນກການໂຄສະນາສຸຂະສຶກສາຜ່ານໂທລະໂຄ່ງ ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ຂໍ້ມູນຂ່າວສານເປັນແຕ່ລະໄລຍະ ໂດຍນຳເອົາແຈ້ງການ ເອກະສຳຄັນຕ່າງໆມາເຜີຍແຜ່ໃຫ້ເຂົາເຈົ້າໄດ້ຢ່າງຈະແຈ້ງ.
ດັ່ງນັ້ນກໍຕ້ອງຂໍຂອບໃຝໃຂມານັງອົງການ unicef ທີ່ໄດ້ໃຫ້ການສະໜັບສະໜູນວຽກງານດັ່ງກ່າວ ແຕ່ຢ່າງໃຫກໍຕາມ ເນື່ອງຈາກໂທລະໂຄ່ງ ເປັນເຄື່ອງມືທີ່ສຳຄັນໃນການໂຄສະນາສຸຂະສຶກສາ ເຮັດໃຫ້ການໂຄສະນາຜ່ານສື່ດັ່ງກ່າວຍັງຈຳກັດ ແລະ ບໍ່ທັນທົ່ວເຖິງ ດັ່ງນັ້ນຈຶ່ງຂໍສະເໜີທາຍັງພາກສ່ວນທີ່ກ່ຽວຂອງ ກໍຄື ອົງກາຍ unicef ສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນຕໍ່ໆໄປ.
ສຳລັບການເດີນທາງລົງໄປເຄື່ອນໄຫວເກັບກຳຂໍ້ມູນຂອງສື່ຈາກສູນກາງ ແມ່ນການນຳພາຂອງ ສູນສື່ສານເພື່ອສຸຂຸພາບ ແລະ ສຸຂະສຶກສາ ກະຊາຊວງສາທາລະນະສຸກ ແລະ ສະໜັບສະໜູນໂດຍອົງການ unicef.