ປກສ ແຂວງບໍລິຄຳໄຊ ຢຶດກາເຟປະສົມສານເສບຕິດໄດ້ຈຳນວນຫຼາຍ

    ພາຍຫຼັງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຫຼ່ງຂໍ້ມູນວ່າຈະມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດປະເພດກາເຟທີ່ປະສົມສານເສບຕິດ (ກາເຟມ່ວນ) ມາຈາກນະຄອນຫຼວງວຽງຈັນ ໄປຫາບ້ານ ວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໃນວັນທີ 26 ກັນຍາ 2022 ຜ່ານມາ.

    ອີງຕາມການໃຫ້ຂໍ້ມູນຈາກເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ສົມທົບກັບກໍາລັງຕໍາຫຼວດຈະລາຈອນ ອອກເຄື່ອນໄຫວຕິດຕາມເປົ້າໝາຍ ຮອດເວລາ 7 ໂມງ 40 ນາທີ ຂອງວັນທີ 27 ກັນຍາ 2022 ຈຶ່ງພົບເຫັນລົດຂອງເປົ້າໝາຍ ເປັນລົດກະບະໂຕໂຍຕ້າ ວີໂກ ສີຂາວ ໝາຍເລກທະບຽນ ອລ 8399 ກໍາແພງນະຄອນ ແລ່ນມາດ້ວຍຄວາມໄວສູງ ມາຈາກທາງນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມມາ ພໍຮອດເຂດບ້ານຫາງຊິງ ເມືອງປາກຊັນ ແຂວງ ບໍລິຄໍາໄຊ ລົດຄັນດັ່ງກ່າວໄດ້ເກີດອຸບັດເຫດຕໍາກັບລົດຈັກ ແລ້ວໄດ້ຂັບລົດເອົາຕົວຫຼົບໜີມາທາງເມືອງປາກຊັນ ເຈົ້າໜ້າທີ່ໄດ້ໄລ່ຕິດຕາມມາຮອດທາງຮ່ອມເຂົ້າສວນຢາງພາລາ ເຂດບ້ານກ້ວຍອຸດົມ ເມືອງປາກຊັນ ເປົ້າໝາຍຈຶ່ງຈອດລົດປະໄວ້ ແລ້ວເອົາຕົວຫຼົບໜີ ພໍຮອດເວລາ 9 ໂມງຂອງວັນດຽວກັນ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ບົວພາ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ບ້ານ ວຽງຄໍາ ເມືອງປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ປີ ອາຊີບຄ້າຂາຍ ຢູ່ບ້ານ ຫ້ວຍຫອຍ ເມືອງວຽງທອງ ທັງສອງຢູ່ແຂວງບໍລິຄໍາໄຊ ຜ່ານການກວດຄົ້ນລົດຄັນດັ່ງກ່າວ ພົບເຫັນກາເຟຊອງປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກາເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງ ຊຸກເຊື່ອງໄວ້ໃນເບາະລົດ ພ້ອມນັ້ນ ຍັງມີເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ ສະບູ 131 ກ້ອນ ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍຂົນສົ່ງກາເຟທີ່ປະສົມສານເສບຕິດຢູ່ໃນລົດຄັນດັ່ງກ່າວອີກດ້ວຍ ຈາກນັ້ນ ຈຶ່ງໄດ້ນໍາຕົວພວກກ່ຽວທັງສອງຄົນພ້ອມຂອງກາງ ແລະ ລົດກະບະຄັນດັ່ງກ່າວມາສືບສວນ-ສອບສວນຕາມກົດໝາຍ.

    ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ພວກກ່ຽວທັງ 2 ໄດ້ໃຫ້ການຮັບສາລະພາບວ່າ: ເຄື່ອງຈໍານວນດັ່ງກ່າວ ແມ່ນຮັບຊື້ມາຈາກເຖົ້າແກ່ຄົນຈີນຢູ່ນະຄອນຫຼວງວຽງຈັນ ເພື່ອນໍາໄປຈໍາໜ່າຍຢູ່ເຂດບ້ານວຽງຄໍາ ເມືອງປາກກະດິງ ແຕ່ກໍມາເກີດອຸບັດເຫດ ແລະ ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີສາກ່ອນ ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ຈະສືບຕໍ່ຂະຫຍາຍຜົນເພື່ອຕິດຕາມກັກຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕື່ມອີກ ແລະ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ໂດຍສະເພາະ ຊາວໜຸ່ມ ເຍົາວະຊົນ ຈົ່ງພ້ອມກັນມີສະຕິລະວັງຕົວໃນການບໍລິໂພກອາຫານເສີມປະເພດຕ່າງໆ ເພາະອາດມີສານເສບຕິດປະສົມຢູ່ນໍາ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບເຖິງຂັ້ນເສຍຊີວິດກໍມີ ແລະ ຈົ່ງຊ່ວຍກັນເປັນຫູເປັນຕາໃຫ້ແກ່ເຈົ້າໜ້າທີ່ ໃນການສະກັດກັ້ນ ແກ້ໄຂບັນຫາປາກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມໂດຍໄວ.

error: Content is protected !!