ສູ້ຊົນບັນລຸອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 2 ໃຫ້ໄດ້ 80%

    ພິທີໄຂການນໍາໃຊ້ວັກຊີນໄຟເຊີ ສໍາລັບເດັກນ້ອຍອາຍຸ 5 ປີ ໃນ ສປປ ລາວ ຈັດຂຶ້ນທີ່ໂຮງຮຽນ ວິຣະຖາວອນນະຄອນຫຼວງວຽງຈັນ ໃນວັນທີ 28 ກັນຍາ 2022 ໂດຍມີທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ ທ່ານນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີ ປະຈໍາລາວ ທ່ານຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ ພ້ອມດ້ວຍບັນດາທ່ານຫົວໜ້າກົມ ຮອງກົມ ສະຖາບັນ ຫົວໜ້າສູນ ຮອງສູນ ແຂກຖືກເຊີນ ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

    ທ່ານ ສະໜອງ ທອງຊະນະ ຕາງໜ້າໃຫ້ຄະນະນຳກະຊວງສາທາລະນະສຸກ ກ່າວ​ສະ​ແດງ​ຄວາມ​ຂອບໃຈ ທຸກທ່ານ ທີ່​ໄດ້​ໃຫ້​ຄວາມ​ສຳຄັນ​ ແລະ ສະຫຼະ​ເວລາອັນ​ມີ​ຄຸນຄ່າມາ​ຮ່ວມພິທີອັນມີຄວາມໝາຍ ຄວາມສໍາຄັນ ໃນວັນນີ້ ເປັນມື້ສໍາຄັນໜຶ່ງທີ່ພວກເຮົາຈະໄດ້ນໍາໃຊ້ວັກຊີນ ໄຟເຊີ ເພື່ອສັກໃຫ້ກຸ່ມເດັກນ້ອຍ 5 ປີ ເຊິ່ງຖືວ່າເປັນກຸ່ມປະຊາກອນໃໝ່ທີ່ຈະໄດ້ຮັບວັກຊີນກັນພະຍາດໂຄວິດ-19 ໃນ ສປປ ລາວ.

    ມາຮອດມື້ນີ້ ປະຂອງພວກເຮົາສາມາດບັນລຸອັດຕາປົກຄຸມການສັກວັກຊີນກັນພະຍາດໂຄວິດ-19 ເຂັມທີ 1 ໄດ້ແລ້ວ 80% ແລະ ເຂັມທີ 2 ບັນລຸໄດ້ 72% ແລ້ວ ແຕ່ຍັງຖືວ່າບໍ່ທັນບັນລຸຄາດໝາຍທີ່ວາງໄວ້ ປະຊາຊົນລາວຈະມີຄວາມປອດໄພຈາກພະຍາດໂຄວິດ-19 ໄດ້ໂດຍພື້ນຖານ ກໍ່ຕໍ່ເມື່ອ ສາມາດບັນລຸອັດຕາການສັກວັກຊີນເຂັມທີ 2 ໄດ້ 80% ໝາຍຄວາມວ່າ ພະນັກງານແພດພວກເຮົາທຸກຄົນຍັງຕ້ອງໄດ້ສືບຕໍ່ບຸກບືນການໃຫ້ວັກຊີນກັນພະຍາດໂຄວິດ-19 ແກ່ປະຊາຊົນຕື່ມອີກ ແລະ ພາກປະຊາຊົນເອງ ກໍຕ້ອງໄດ້ເອົາໃຈໃສ່ຊັກຊວນກັນມາຮັບວັກຊີນໃຫ້ຄົບຢ່າງໜ້ອຍ 2 ເຂັມ ໃຫ້ໄດ້ 80% ໃນທຸກເຂດ ທຸກເມືອງ ທຸກບ້ານ ໃນຂອບເຂດທົ່ວປະເທດ.

    ສໍາລັບວັນນີ້ ກໍຖືວ່າເປັນຂ່າວດີອີກອັນໜຶ່ງສໍາລັບເດັກນ້ອຍອາຍຸ 5 ປີ ທີ່ຈະໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄືກັບກຸ່ມປະຊາກອນອື່ນທີ່ພວກເຮົາໄດ້ໃຫ້ຜ່ານມາ ເມື່ອເດັກນ້ອຍກຸ່ມໄດ້ຮັບວັກຊີນຄົບ 2 ເຂັມ ກໍຈະເປັນຂີດໝາຍໄດ້ວ່າ ເດັກນ້ອຍໃນໄວເຂົ້າໂຮງຮຽນປະຖົມຈະປອດໄພຈາກການເຈັບເປັນ ແລະ ເສຍຊີວິດຈາກພະຍາດໂຄວິດ-19 ແລະ ລູກຫຼານກໍຈະໄດ້ເຂົ້າຮຽນເປັນປົກກະຕິ ບໍ່ໄດ້ມີການປິດໂຮງຮຽນຕື່ມອີກ ແຕ່ເຖິງຢ່າງໃດກໍດີ ຄູ-ອາຈານ ກໍຈະຕ້ອງໄດ້ອອກແຮງສ້າງຄວາມເຂົ້າໃຈໃຫ້ກັບພໍ່ແມ່ນັກຮຽນ ຈົ່ງໄດ້ຮັບຮູ້ເຖິງຄຸນປະໂຫຍດຂອງວັກຊີນໂຄວິດ-19 ໃຫ້ຫຼາຍ ແລະ ຄວາມຈຳເປັນທີ່ຈະຕ້ອງໄດ້ສັກ ເພາະອັດຕາການສັກວັກຊີນໂຄວິດ-19 ໃນກຸ່ມອາຍຸ ແຕ່ 6-17 ເຊິ່ງເປັນກຸ່ມໃນໄວຮຽນ ເຂັມທີ 1 ກໍຍັງບໍ່ບັນລຸໄດ້ຮອດ 80% ເທື່ອ ເຊິ່ງແມ່ນຄວາມຮັບຜິດຊອບຂອງຄູ-ອາຈານຈະຕ້ອງໄດ້ອອກແຮງຍົກລະດັບອັດຕາການສັກວັກຊີນໃນກຸ່ມເປົ້າໝາຍດັ່ງກ່າວໃຫ້ບັນລຸໄດ້ຕາມຄາດໝາຍທີ່ລັດຖະບານກຳນົດ.

error: Content is protected !!