ຮ່ວມກັນປຶກສາຫາລື ການແກ້ໄຂຜົນກະທົບຕໍໍ່ເສດຖະກິດຂອງ ສປປ ລາວ

    ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮ່ວມກັບອົງການສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ຈັດກອງປະຊຸມລິເລີ່ມໂຄງການກ່ຽວກັບ “ຂໍ້ມູນຄວາມຖີ່ສູງ” ໂດຍກອງທຶນ SDG-ການພັດທະນາທີ່ເລັ່ງດ່ວນ ເພື່ອຕອບສະໜອງຕໍ່ວິກິດການລະດັບໂລກດ້ານອາຫານ ພະລັງງານ ການເງິນ ວັນທີ 27 ກັນຍາ 2022 ທີ່ໂຮງແຮມດອນຈັນພາເລດ ເປັນປະທານຮ່ວມຂອງທ່ານ ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ ແລະ ທ່ານ ນາງ ຊາຣາ ເຊເກນເນັສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ມີບັນດາເປັນຕົວແທນຈາກພາກສ່ວນຕ່າງໆໃນໂຄງການຮ່ວມ ກະຊວງທີ່ກ່ຽວຂ້ອງ ຄູ່ຮ່ວມພັດທະນາ ອົງການບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ.

    ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ ໃນໄລຍະປີ 2020 ເປັນຕົ້ນມາ ໄດ້ມີຫຼາຍເຫດການເກີດຂຶ້ນຢູ່ໃນສາກົນ ແລະ ພາກພື້ນ ທີ່ເປັນສິ່ງທ້າທາຍຕໍ່ເສດຖະກິດໂລກ ເວົ້າລວມ ເວົ້າສະເພາະ ຕໍ່ ສປປ ລາວ ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນຳພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ ລວມທັງການຊ່ວຍເຫຼືອຢ່າງຈິງຈັງຈາກບັນດາຄູ່ຮ່ວມພັດທະນາ ໃນການພະຍາຍາມແກ້ໄຂຜົນກະທົບຕໍໍ່ເສດຖະກິດລາວ ຈຶ່ງເຮັດໃຫ້ສະພາບຄວາມຫຍຸ້ງຍາກຖືກບັນເທົາລົງ ແລະ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ ນອກຈາກນັ້ນ ຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງການ ຍົກສູງຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາການ ໃນການຕິດຕາມ ແລະ ປະເມີນສະພາບເສດຖະກິດໃນປັດຈຸບັນຂອງລາວ ໃຫ້ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍສະເພາະແມ່ນສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ທີ່ເຮັດໜ້າທີ່ເປັນເສນາທິການໃນການຕິດຕາມ ແລະ ປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃຫ້ແກ່ພັກ ແລະ ລັດຖະບານ ນຳໄປປະກອບເຂົ້າໃນການວາງນະໂຍບາຍ ສະນັ້ນ ການຊ່ວຍເຫຼືອດ້ານວິຊາການໄລຍະສັ້ນໃນໂຄງການຮ່ວມດັ່ງກ່າວ ຈະຊ່ວຍໃຫ້ການວິເຄາະວິໄຈບັນຫາມີຄວາມເລິກເຊິ່ງ ແລະ ຢູ່ບົນຫຼັກຖານຈາກການສໍາຫຼວດ.

    ໂອາດນີ້ ທ່ານ ນາງ ຊາຣາ ເຊເກນເນັສ ໄດ້ກ່າວວ່າ ວິກິດການດ້ານອາຫານ ນ້ຳມັນ ປຸຍ ແລະ ການເງິນໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວທຸກໆຄົນ ອົງການສະຫາປະຊາຊາດ ຈະໃຫ້ການສະໜັບສະໜູນສະເພາະກຸ່ມທີ່ມີຄວາມບອບບາງ ແລະ ດ້ອຍໂອກາດທີ່ສຸດ ອີງຂໍ້ມູນທີ່ຮວບຮວມມາໄດ້ ຈະມີຄວາມຈຳເປັນສຳລັບການສ້າງນະໂຍບາຍ ແລະ ແຜນງານຕາມຫຼັກຖານເພື່ອຮັບມືກັບສະພາບເຫດການໃນປັດຈຸບັນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!