ພິທີຖະແຫຼງຂ່າວ ການແຂ່ງຂັນກີລາບານເຕະ (ຍິງ-ຊາຍ) ນັກຮຽນມັດທະຍົມສຶກສາທົ່ວປະເທດ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ຫຼື ລາຍການ ໂຄປາ ໂຄຄາ-ໂຄລາ 2022 ຈັດຂຶ້ນວັນທີ 27 ກັນຍາ 2022 ຢູ່ສູນການຄ້າວຽງຈັນ ເຊັນເຕີ ໂດຍມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ) ທ່ານ Leandro Chazarreta ຜູ້ຈັດການທົ່ວໄປຂອງບໍລິສັດ ລາວໂຄຄາ-ໂຄລາ ບອສຕິ້ງ ຈໍາກັດ ມີຜູ້ຕາງໜ້າກົມກີລາລະດັບສູງ ຜູ້ອຳນວຍການບໍລິສັດ ລ້ານຊ້າງ ມີເດຍ ແອນ ອໍກະນາຍເຊີ້ ພ້ອມດ້ວຍຄະນະກຳມະການຈັດການແຂ່ງຂັນ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ວິລະວັນ ບຸນສຸກໄທ ກ່າວວ່າ: ກະຊວງ ສສກ ຮ່ວມກັບ ບໍລິສັດ ລ້ານຊ້າງມີເດຍ ແອນ ອໍກະນາຍເຊີ້ ພາຍໃຕ້ການສະໜັບສະໜູນທາງດ້ານງົບປະມານຈາກ ບໍລິສັດລາວ ໂຄຄາ-ໂຄລາ ບອສຕິ້ງ ຈໍາກັດ ໄດ້ຈັດການແຂ່ງຂັນກີລາບານເຕະນັກຮຽນມັດທະຍົມສຶກສາທົ່ວປະເທດ ມາແລ້ວ 5 ຄັ້ງ ເລີ່ມແຕ່ປີ 2016 ເປັນຕົ້ນມາ ແຕ່ລາຍການຊີງຂັນທ່ານລັດຖະມົນຕີກະຊວງ ສສກ ແມ່ນໄດ້ເລີ່ມໃນປີ 2021 ເຊິ່ງໄດ້ສຳເລັດດ້ວຍດີ ໃນວັນທີ 21 ພຶດສະພາ 2022 ໃນທ່າມກາງທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປີນີ້ 2022 ກໍເປັນປີທີ 2 ທີ່ໄດ້ຈັດເປັນການແຂ່ງຂັນຊີງຂັນທ່ານລັດຖະມົນຕີກະຊວງ ສສກ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີມມາຍັງກົມກີລາລະດັບສູງ ບໍລິສັດ ລ້ານຊ້າງ ມີເດຍ ບໍລິສັດລາວໂຄຄາໂຄລາ ບອສຕິ້ງ ກົມກີລາມວນຊົນ ພະລະ ແລະ ສິລະປະສຶກສາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຫ້າງຫາກະກຽມການຈັດງານແຂ່ງຂັນໃນຄັ້ງນີ້ ປະສົບຜົນຜົນສຳເລັດຕາມແຜນການທີ່ວາງໄວ້ທຸກປະການ.

ການຈັດງານແຂ່ງຂັນໃນຄັ້ງນີ້ ສຸດທີ່ມີຄວາມໝາຍ ຄວາມສຳຄັນ ແລະ ເປັນປະໂຫຍດທີ່ສຸດຕໍ່ກັບເຍົາວະຊົນລາວ ໂດຍສະເພາະ ນັກຮຽນມັດທະຍົມສຶກສາໃນຂອບເຂດທົ່ວປະເທດ ທີ່ເຫັນໄດ້ຄວາມສຳຄັນຂອງການຫຼີ້ນກີລາ ເປັນການປູກຈິດສຳນຶກໃຫ້ເຍົາວະຊົນລາວມີຄວາມມັກຮັກໃນການອອກກຳລັງກາຍ ຮັກການຫຼີ້ນກີລາ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ຫ່າງໄກຈາກສິ່ງເສບຕິດ ເຊິ່ງການສະແດງອອກທາງດ້ານພອນສະຫວັນ ການພັດທະນາໃນການຫຼິ້ນກີລາບານເຕະ ທັງເປັນການສ້າງຄວາມສາມັກຄີລະຫວ່າງນັກກີລາໃນໂຮງຮຽນຂອງບັນດາແຂວງດ້ວຍກັນ ແລະ ທີ່ສຳຄັນ ກໍເປັນໂອກາດດີໃຫ້ຜູ້ບໍລິຫານຈັດການໃນວົງການກີລາບານເຕະຂອງປະເທດເຮົາ ໄດ້ເລືອກເຟັ້ນເອົານັກກີລາຜູ້ທີ່ດີເດັ່ນ ແລະ ມີພອນສະຫວັນ ເພື່ອສືບຕໍ່ພັດທະນາເຂົາເຈົ້າໃຫ້ກາຍເປັນນັກກີລາໃນລະດັບຕ່າງໆ ຈົນກ້າວໄປເຖິງການເປັນນັກກີລາບານເຕະລະດັບຊາດ ແລະ ເປັນທ່າແຮງໃຫ້ບັນດາແຂວງໄດ້ມີການຄັດເລືອກເອົານັກກີລາຂອງຕົນເອງເຂົ້າຮ່ວມແຂ່ງໃນກີລາແຫ່ງຊາດ ຄັ້ງທີ 11 ທີ່ ແຂວງຊຽງຂວາງທ້າຍປີນີ້ ງານມະຫະກຳກີລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ຈະໄດ້ຮັບກຽດເປັນເຈົ້າພາບ ໃນຊຸມປີຕໍ່ໜ້ານີ້.

ສຳລັບການແຂ່ງຂັນຮອບຄັດເລືອກຄັ້ງນີ້ ຈະໄດ້ແບ່ງອອກເປັນ 3 ເຂດ ຄື: ຮອບຄັດເລືອກເຂດ ນະຄອນຫຼວງວຽງຈັນ (ນວ) ແມ່ນການແຂ່ງຂັນພາຍໃນ 9 ຕົວເມືອງ ໂດຍນໍາເອົາທີມບານເຕະຂອງໂຮງຮຽນພາຍໃນເມືອງ ແຂ່ງຂັນກັນ ແລ້ວເອົາທີມຊະນະເລີດອັນດັບທີ 1 ຂອງເມືອງທັງໝົດ 9 ຕົວເມືອງ ມາແຂ່ງຂັນໃນຮອບທົ່ວ ນວ ເພື່ອຄັດເລືອກເອົາທີມຊາຍຈຳນວນ 2 ທີມ ແລະ ທີມຍິງຈຳນວນ 2 ທີມເປັນຕົວແທນ ນວ ເຂົ້າຮ່ວມແຂ່ງຂັນໃນຮອບຮອງຊະນະເລີດທົ່ວປະເທດ ສ່ວນການແຂ່ງຂັນຮອບຄັດເລືອກເຂດພາກເໜືອ ພາກກາງ ແລະ ພາກໃຕ້ ຈະຈັດຂຶ້ນກາງເດືອນຕຸລາ ໂດຍຈະຄັດເລືອກເອົາຈໍານວນ 14 ທີມ ທັງທີມຍິງ-ຊາຍ ເຂົ້າມາແຂ່ງຂັນໃນຮອບສຸດທ້າຍ ຢູ່ ນວ ໃນເດືອຍພະຈິກ 2022.
# ຂ່າວ – ພາບ : ສີພອນ