ຈົ່ງຮ່ວມແຮງຮ່ວມໃຈກັນສະເຫຼີມສະຫຼອງວັນທ່ອງທ່ຽວໂລກ ໃນຫົວຂໍ້ “ທົບທວນການທ່ອງທ່ຽວຄືນໃໝ່”

    ວັນທີ 27 ກັນຍາ ແມ່ນເປັນວັນທ່ອງທ່ຽວໂລກ ໃນແຕ່ລະປີ ກໍໄດ້ມີການກໍານົດຫົວຂໍ້ຂຶ້ນ ເພື່ອໃຫ້ບັນດາປະເທດທີ່ເປັນສະມາຊິກດັ່ງກ່າວ ໄດ້ມີການສະເຫຼີມສະຫຼອງ ຫຼື ຈັດກິດຈະກໍາໃດໜຶ່ງຂຶ້ນຕາມເງື່ອນໄຂຂອງແຕ່ລະປະເທດ ເຊິ່ງອົງການທ່ອງທ່ຽວໂລກ ໄດ້ກໍານົດຫົວຂໍ້ໃນປີ 2022 ແມ່ນ: “ທົບທວນການທ່ອງທ່ຽວຄືນໝ່” ຫຼື “Rethinking Tourism” ໃນໂອກາດດັ່ງກ່າວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຈະໄດ້ຈັດງານສໍາມະນາພາຍໃຕ້ຫົວຂໍ້ “ທົບທວນການທ່ອງທ່ຽວຄືນໃໝ່” ເພື່ອຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທົບທວນການທ່ອງທ່ຽວຂອງ ສປປ ລາວ. ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນສັນຍານເຕືອນໃຫ້ທຸກພາກສ່ວນໃນພາກພື້ນ ແລະ ໃນໂລກ ເຫັນໄດ້ເຖິງຄວາມຈໍາເປັນໃນການການທົບທວນວຽກງານຕ່າງໆໃນອດສະຫະກໍາການທ່ອງທ່ຽວຄືນໃໝ່ ໂດຍສອດຄ່ອງກັບກາລະເວລາທີ່ອຸດສາຫະກໍາການທ່ອງທ່ຽວຕ້ອງໄດ້ເລີ່ມຄົ້ນຄິດການຫັນປ່ຽນໃໝຢ່າງຕັ້ງໜ້າ ພ້ອມດຽວກັນນັ້ນ ພາກສ່ວນຕ່າງໆທີ່ປິ່ນອ້ອມໃນຂະແໜງການທ່ອງທ່ຽວ ຈໍາເປັນຕ້ອງໄດ້ກະກຽມຄວາມພ້ອມທີ່ຈະປະເຊີນກັບສິ່ງທ້າທາຍດ້ານຕ່າງໆໃນຕໍ່ໜ້າ ເຊິ່ງມັນຮຽກຮ້ອງໃຫ້ມີກົນໄກການປະສານງານ ແລະ ການຮ່ວມມືກັບຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ ເປັນຕົ້ນແມ່ນ ການຮ່ວມມືເພື່ອພັດທະນາການທ່ອງທ່ຽວທີ່ຍືນຍົງ ບົດບາດທີ່ເຂັ້ມແຂງຂອງຊຸມຊົນທ້ອງຖິ່ນ ການທ່ອງທ່ຽວທີ່ຫັນປ່ຽນໃໝ່ ການຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວໃນໄລຍະການເດີນທາງ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ແລະ ກະຈາຍລາຍຮັບຢ່າງກວ້າງຂວາງ.

    ພາຍຫຼັງທົ່ວໂລກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍເປັນທີ່ຮັບຮູ້ກັນດີແລ້ວວ່າສະພາບການຕ່າງໆບໍ່ສາມາດກັບໄປປະຕິບັດຄ້າຍຄືແບບເກົ່າໃນໄລຍະທີ່ຜ່ານມາໄດ້ ທຸກພາກສ່ວນຕ້ອງໄດ້ທົບທວນຄືນໃໝ່ ມາຮອດປັດຈຸບັນ ຫຼາຍປະເທດໃນທົ່ວໂລກໄດ້ເປີດການທ່ອງທ່ຽວຄືນໃໝ່ ເຊິ່ງມີຄວາມຈໍາເປັນຕ້ອງໄດ້ແລກປ່ຽນຖອດຖອນບົດຮຽນໃນໄລຍະຜ່ານມາ ເພື່ອໃຫ້ພາກສ່ວນກ່ຽວຂ້ອງໄດ້ຮຽນຮູ້ທີ່ຈະປັບຕົວ ແລະ ສາມາດຢູ່ຮ່ວມກັບວິກິດການຕ່າງໆທີ່ອາດຈະເກີດຂຶ້ນໃນຕໍ່ໜ້ໃຫ້ໄດ້ ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ທົບທວນຄືນໃໝ່ ວ່າເຮົາຈະບັນລຸວິໄສທັດ ແລະ ບັນດາເປົ້າໝາຍທີ່ວາງໄວ້ຄືແນວໃດ ອາດຈະຂຶ້ນກັບຫຼາຍປັດໄຈທີ່ປິ່ນອ້ອມທັງພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນ ນະໂຍບາຍຂອງລັດຖະບານ ການຮ່ວມມືຂອງບັນດາທຸລະກິດໃນຂະແໜງການທ່ອງທ່ຽວ ຄວາມເປັນເຈົ້າການຂອງອົງການປົກຄອງທ້ອງຖິ່ນ ແລະ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ເພື່ອຊ່ວຍໃຫ້ອດສາຫະກໍາການທ່ອງທ່ຽວສາມາດຂ້າມຜ່ານການຫັນປ່ຽນດ້ານຕ່າງໆໃຫ້ໄດ້ເປັນຢ່າງດີ ດັ່ງທີ່ລັດຖະບານ ສປປ ລາວ ໄດ້ຖືເອົາອຸດສາຫະກໍາການທ່ອງທ່ຽວເປັນຂະແຫນງການໜຶ່ງທີ່ສໍາຄັນໃນການປະກອບສ່ວນຊ່ວຍຟື້ນຟູເສດຖະກິດ ແລະ ຊ່ວຍໃຫ້ທຸກພາກສ່ວນໄດ້ຮັບຜົນປະໂຫຍດຮ່ວມກັນ ພວກເຮົາຕ້ອງໄດ້ຫັນປ່ຽນວິທີການຄິດແບບໃໝ່ ເພື່ອຮັບປະກັນວ່າການພັດທະນາການທ່ອງທ່ຽວໄປຕາມທິດສີຂຽວ ແລະ ຍືນຍົງ.

    ດັ່ງນັ້ນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຈຶ່ງຂໍຮຽກຮ້ອງມາຍັງພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວບັນດາແຂວງ ນະຄອນຫຼວງ ໃນທົ່ວປະເທດ ພາກທຸລະກິດທີ່ປິ່ນອ້ອມຂະແໜງການທ່ອງທ່ຽວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈົ່ງຮ່ວມແຮງຮ່ວມໃຈກັນທົບທວນການທ່ອງທ່ຽວຄືນໃໝ່ ແລະ ສຸມໃສ່ປັບປຸງແກ້ໄຂບັນຫາຕ່າງໆທີ່ເປັນອຸປະສັກກີດຂວາງຕໍ່ອຸດສາຫະກໍາການທ່ອງທ່ຽວໃຫ້ໝົດໄປ ແນໃສ່ຍົກລະດັບຄຸນນະພາບການບໍລິການທ່ອງທ່ຽວໃຫ້ໄດ້ມາດຕະຖານທີ່ສູງຂຶ້ນສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອການທ່ອງທ່ຽວທີ່ຍືນຍົງ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!