ກົມເຕັກໂນໂລຊີດີຈີຕອນ-ຫົວເຫວີຍ ຈັດສໍາມະນາຫົວຂໍ້ການພັດທະນາເສດຖະກິດດີຈີຕອນໃນລາວ

    ກົມເຕັກໂນໂລຊີດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບບໍລິສັດ ຫົວເຫວີຍ ຈັດສໍາມະນາ ພາຍໃຕ້ຫົວຂໍ້ “ການພັດທະນາເສດຖະກິດດີຈີຕອນໃນ ສປປ ລາວ” ເພື່ອເປັນວິທີການຄົ້ນຄວ້າ ເສວະນາ ແລກປ່ຽນຄໍາຄິດເຫັນ ແລະ ຖອດຖອນບົດຮຽນເພື່ອໃຫ້ເປັນແນວທາງດຽວກັນ ຕໍ່ກັບການສົ່ງເສີມເສດຖະກິດດີຈີຕອນໃນ ສປປ ລາວ ຂື້ນໃນວັນທີ 20 ກັນຍາ 2022 ຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານທີ່ປະຊຸມໂດຍທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກຕສ ມີທ່ານຮອງລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ ຄະນະບໍລິຫານງານບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ແລະ ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ເຂົ້າຮ່ວມ.

    ທ່ານ ເຟີຍສຽງ ຈາກບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດ ໄດ້ນໍາສະເໜີຫົວຂໍ້ກ່ຽວກັບ “ການສົ່ງເສີມການພັດທະນາເສດຖະກິດດີຈີຕອນ ເພື່ອສ້າງມູນຄ່າໃໝ່ໃນຍຸກເສດຖະກິດດີຈີຕອນ” ເຊິ່ງມີເນື້ອໃນສໍາຄັນ ເພື່ອເຮັດໃຫ້ປະເທດລາວສາມາດບັນລຸເປົ້າໝາຍ ເພື່ອເຮັດໃຫ້ເກີດມູນຄ່າທາງເສດຖະກິດດີຈີຕອນໄດ້ ຈໍາເປັນຈະຕ້ອງໄດ້ພັດທະນາພື້ນຖານໂຄງລ່າງການສື່ສານພາຍໃນປະເທດໄດ້ຢ່າງທົ່ວເຖິງທຸກພື້ນທີ່ຂອງປະຊາກອນອາໄສຢູ່ ເພື່ອໃຫ້ມີອັດຕາຄວາມໄວໃນການຮັບ-ສົ່ງຂໍ້ມູນຢ່າງໜ້ອຍ 5 Mbps ເພື່ອໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງການຮັບ-ສົ່ງຂໍ້ມູນຂ່າວສານພື້ນຖານໄດ້ ເຊິ່ງສິ່ງດັ່ງກ່າວ ຈະເປັນຕົວສົງເສີມໃຫ້ເກີດມີມູນຄ່າເພີ່ມຈາກການບໍລິການ ແລະ ການແຂ່ງຂັນດ້ານການບໍລິການດີຈີຕອນ ບໍລິສັດ ລາວໂທ ລະຄົມມະນາຄົມ ມະຫາຊົນ ໄດ້ນໍາສະເໜີຫົວຂໍ້ກ່ຽວກັບຍຸດທະສາດ ແລະ ແຜນພັດທະນາໃນວຽກການພັດທະນາເສດຖະກິດດີຈີຕອນ ໂດຍເລັ່ງໃສ່ການພັດທະນາແພລດຟອມ ເພື່ອເປັນຕົວຮອງຮັບການບໍລິການໃນການຂະຫຍາຍຕົວຂອງເສດຖະກິດດີຈີຕອນທີ່ຈະເກີດຂຶ້ນ ກົມສົ່ງເສີມການຄ້າ ກະຊວງອຸດສະຫະກໍາ ແລະ ການຄ້າ ໄດ້ນໍາສະເໜີຫົວຂໍ້ “ຍຸດທະສາດ ແລະ ແຜນພັດທະນາວຽກງານສົ່ງເສີມການຄ້າທາງເອເລັກໂຕຣນິກ” ໂດຍເນັ້ນໃສ່ການສ້າງແພລດຟອມ ເພື່ອເປັນສູນກາງສົ່ງເສີມການຄ້າຂອງຜົນຜະລິດກະສິກໍາລາວ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ໄດ້ນໍາສະເໜີ “ຍຸດທະສາດ ແລະ ແຜນພັດທະນາວຽກງານຫັນເປັນທັນສະໄໝຂອງຂະແໜງການເງິນ” ເພື່ອສ້າງລະບົບການຊໍາລະສະສາງພາສີອາການ ແລະ ລະບົບການເງິນຂອງພາກລັດດ້ວຍດີຈີຕອນ ສົ່ງເສີມການນໍາໃຊ້ລາຍເຊັນເອເລັກໂຕຣນິກ ເພື່ອນໍາໄປສູ່ການຫັນເປັນທັນສະໄໝ ແລະ ກົມເຕັກໂນໂລຊີດີຈິຕອນ ໄດ້ນໍາສະເໜີຫົວຂໍ້ “ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ” ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ນໍາໃຊ້ເປັນແບບແຜນ ເພື່ອບັນລຸເປົ້າໝາຍ ແລະ ສະໜັບສະໜູນການຫັນເປັນດີຈີຕອນເຕັມຮູບແບບ.

    ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ກ່າວວ່າ: ໃນຍຸກແຫ່ງໂລກາພິວັດ ທີ່ສະພາບການປ່ຽນແປງຂອງສັງຄົມຢ່າງໄວວາ ເຮັດໃຫ້ພວກເຮົາຕ້ອງໄດ້ປັບໂຕໃຫ້ທັນຕໍ່ສະພາບການ ເຊິ່ງຈໍາເປັນຕ້ອງນໍາເອົາດີຈີຕອນມາປັບຊ່ວຍ ພ້ອມດຽວກັນ ກໍຕ້ອງໄດ້ຮັບປະກັນໃນການພັດທະນາບຸຄະລາກອນໃຫ້ມີຄວາມພ້ອມດ້ານ ICT ຫຼາຍຂຶ້ນ ລວມເຖິງການຮັບປະກັນເລື່ອງຄວາມປອດໄພທາງໄຊເບີ ຈໍາເປັນຕ້ອງໄດ້ຖືເປັນບັນຫາສໍາຄັນ.

    ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ໄດ້ສະແດງຄວາມຊົມເຊີຍວິທະຍາກອນ ໂດຍສະເພາະ ບໍລິສັດ ຫົວເຫວີຍ ທີ່ມາເຜີຍແຜ່ແນະນໍາຈາກທ່າອ່ຽງ ແລະ ບົດຮຽນຂອງສາກົນ ຕໍ່ ສປປ ລາວ ການສະໜັບສະໜູນການບໍລິຫານລັດດີຈີຕອນ ຈະສົ່ງຜົນໃຫ້ການປັບປ່ຽນ ເຊັ່ນ: e-office ມີປະສິດທິຜົນ ລວມເຖິງການພັດທະນາ ແລະ ສ້າງບຸຄະລາກອນໃຫ້ມີຄວາມຊ່ຽວຊານດ້ານລະບົບອັດສະລິຍະ ຄວາມປອດໄພທາງໄຊເບີ ແລະ ການວິເຄາະຂໍ້ມູນອື່ນໆ ສິ່ງສໍາຄັນອີກຢ່າງໜຶ່ງ ຕ້ອງໄດ້ມີການສ້າງຮາກຖານດ້ານການສື່ສານໃຫ້ແຂງແກ່ນໃນການສົ່ງເສີມໃຫ້ເກີດເສດຖະກິດດີຈີຕອນໄວຂຶ້ນ ໂດຍໃຫ້ມີພື້ນທີ່ສັນຍານມືຖືຄວບຄຸມພື້ນທີ່ທົ່ວປະເທດ ເພື່ອໃຫ້ຜູ້ຊົມໃຊ້ເຂົ້າເຖິງການສື່ສານຂໍ້ມູນພື້ນຖານໄດ້.

# ຂ່າວ – ພາບ : ສະບາໄພ

error: Content is protected !!