ເລື່ອນຊັ້ນນາຍທະຫານຂັ້ນສູງ ແລະ ແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ

    ວັນທີ 27 ກັນຍາ 2022 ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ ການສ້າງຕັ້ງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ແຕ່ງຕັ້ງນາຍທະຫານຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ໂດຍເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາສະຫາຍຄະນະນຳກະຊວງ ຄະນະນໍາບັນດາກົມໃຫຍ່ ຫ້ອງວ່າການກະຊວງ ຄະນະພັກ-ຄະນະບັນຊາອົງການ ກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍນາຍທະຫານຂັ້ນສູງຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຖືກແຕ່ງຕັ້ງໜ້າທີ່ໃໝ່ເຂົ້າຮ່ວມ.

    ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນພົນຕີ ຂຶ້ນຊັ້ນພົນໂທ ເລື່ອນຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນຊັ້ນພັນໂທ ຂຶ້ນຊັ້ນພັນເອກ ດຳລັດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຮອງປະທານກວດກາພັກກະຊວງປ້ອງກັນປະເທດ ໃນນີ້ ໄດ້ຕົກລົງເລື່ອນຊັ້ນ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນໂທ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນຊັ້ນພົນຕີ ເລື່ອນຊັ້ນ ສະຫາຍ ພັນໂທ ວິພາໄຊ ຈັນທະມາດ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສສ ມຽນມາ ສະຫາຍ ພັນໂທ ໄຊມະນີ ອິນທະວົງ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສປ ຈີນ ແລະ ສະຫາຍ ພັນໂທ ສຸລິວັນ ອິນທະວອນ ທີ່ປືກສາທູດປ້ອງກັນຊາດລາວ ປະຈໍາ ສ.ເກົາຫຼີ ຂຶ້ນຊັ້ນພັນເອກ ແຕ່ງຕັ້ງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ເປັນຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ບົ່ງຕົວແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສຸລິນພອນ ຄຳພະຈັນ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ເປັນຮອງປະທານກວດກາພັກກະຊວງປ້ອງກັນປະເທດ ( ປ່ຽນແທນ ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຍົກຍ້າຍໄປຮັບໜ້າທີ່ໃໝ່ ) ພ້ອມນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ( ທຽບເທົ່າກອງພົນ ) ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ແລະ ຄະນະຫ້ອງຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໃນນີ້ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ເປັນຫົວໜ້າການທະຫານ ສະຫາຍພັນເອກ ປອ ສະແຫວງ ແດນນາມົນ ເປັນຫົວໜ້າການເມືອງ ສະຫາຍພັນເອກ ນາງ ຄຳມີ ບົດນາລີ ເປັນຮອງຫົວໜ້າການເມືອງ ທັງເປັນຫົວໜ້າຫ້ອງການເມືອງ ສະຫາຍພັນໂທ ສັງທອງ ສຸກສີສະຫວາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງການສຶກສາ ສະຫາຍພັນເອກ ວັນໄຊ ວົງປັນຍາ ເປັນຮອງອຳນວຍການ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ ທັງເປັນຫົວໜ້າຫ້ອງພະລາທິການ-ເຕັກນິກ ນອກນັ້ນ ຍັງແຕ່ງຕັ້ງຫົວໜ້າຫ້ອງການ-ບໍລິຫານ ແລະ ບັນດາຮອງຫ້ອງອີກຈຳນວນໜຶ່ງ.

error: Content is protected !!