ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໄຊທານີ ນະຄອນຫຼວງວຽງຈັນ ຄັ້ງທີ VII ໄຂຂຶ້ນຢ່າງເປັນທາງການ ວັນທີ 11-12 ມິຖຸນາ 2020 ທີ່ສະໂມສອນເມືອງດັ່ງກ່າວ ເປັນປະທານຂອງສະຫາຍ ຄໍາປະດິດ ເຂັມມານິດ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໄຊທານີ ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາອະດີດການນໍາຂອງສູນກາງ ການນໍານະຄອນຫຼວງວຽງຈັນ ພະນັກງານອາວຸໂສ ອະດີດການນໍາຂອງເມືອງ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ ແລະ ແຂກຖືກເຊີນ.


ສະຫາຍ ຄໍາປະດິດ ເຂັມມານິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຕີລາຄາຜົນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງເມືອງຜ່ານມາ ເພື່ອຊອກໃຫ້ເຫັນຈຸດດີ ຜົນງານ ຈຸດອ່ອນ ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ບົນພື້ນຖານດັ່ງກ່າວ ກໍຈະໄດ້ວາງທິດທາງ ຄາດໝາຍ ໜ້າທີ່ໃນການພັດທະນາ 5 ປີ ຕໍ່ໜ້າ (2021-2025) ຮັບຟັງການປະກອບຄໍາຄິດເຫັນຂອງແຕ່ລະຂົງເຂດ ເປັນຕົ້ນ ບົດບາດຂອງພັກຕໍ່ວຽກງານແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ການປະຕິບັດແຜນຜັງຊີ້ນໍາພັດທະນາ ຕົວແບບການປູກຝັງ ຫັນໄປສູ່ການຜະລິດກະສິກໍາສະອາດ ແລະ ບົດຮຽນຂອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມທັງພິຈາລະນາຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານພັກເມືອງສະໄໝທີ VI ເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ເລືອກເອົາຜູ້ແທນສົມບູນ ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກຂັ້ນເທິງທີ່ຈະໄຂຂຶ້ນໃນຕໍ່ໜ້າ ຈາກນັ້ນໄດ້ເປີດກອງປະຊຸມຄັ້ງປະຖົມມະລຶກ ເພື່ອຄັດເລືອກຕັ້ງເອົາຄະນະປະຈໍາພັກເມືອງ ເລຂາ ຮອງເລຂາພັກເມືອງ ປະທານ ຮອງປະທານກວດກາພັກ ພິເສດ ກອງປະຊຸມຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ສິນລະວົງ ຄຸດໄພທູນ ເພື່ອເປັນທິດຊີ້ນໍາໃຫ້ແກ່ຄະນະບໍລິຫານງານພັກເມືອງໄຊທານີຊຸດໃໝ່ ແລະ ຜູ້ແທນກອງປະຊຸມໃນການປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປາກົດຜົນເປັນຈິງ.

# ຂ່າວ & ພາບ: ຂັນທະວີ