ອາຊຽນຮັບຮອງຖະແຫຼງການຮ່ວມວ່າດ້ວຍການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກຸ່ມຄົນດ້ອຍໂອກາດ

    ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ແລະ ກອງປະຊຸມປີ່ນອ້ອມພາຍໃຕ້ຫົວຂໍ້: “ການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ” ໄດ້ຈັດຂຶ້ນໃນວັນທີ 9-10 ມິຖຸນາ 2020 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນປະທານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນເຂົ້າຮ່ວມ.

    ພາຍຫຼັງກອງປະຊຸມດັ່ງກ່າວໄດ້ອັດລົງດ້ວຍຜົນສຳເລັດຈົບງາມ ທ່ານ ຄຳແພງ ໄຊສົມແພງ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດກອງປະຊຸມສະໄໝພິເສດດັ່ງກ່າວວ່າ: ກອງປະຊຸມໃນຄັ້ງນີ້ໄດ້ປຶກສາຫາລື ແລະ ພິຈາລະນາບັນຫາສໍາຄັນຕ່າງໆ ໂດຍສະເພາະແມ່ນໄດ້ຮັບຮອງຖະແຫຼງການຮ່ວມວ່າດ້ວຍ“ ການຫຼຸດຜ່ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ” ມີເນື້ອໃນສໍາຄັນຄື: ອໍານວຍຄວາມສະດວກໃນການເຂົ້າເຖິງການປົກປ້ອງທາງສັງຄົມ ພ້ອມກັບການຈັດສັນແຫຼ່ງທຶນທີ່ເໝາະສົມເຂົ້າໃນການໃຊ້ຈ່າຍວຽກງານພັດທະນາສັງຄົມ ສະໜອງການເຂົ້າເຖິງການບໍລິການ ແລະ ສິນຄ້າທີ່ຈໍາເປັນທຸກຢ່າງເພື່ອປົກປ້ອງການຢູ່ດີກິນດີຂອງເດັກທຸກຈົນ ຜູ້ອາຍຸສູງ ຜູ້ພິການ ແມ່ຍິງ ແລະ ເດັກຍິງ ແຮງງານເຄື່ອນຍ້າຍ ແລະ ກຸ່ມຄົນທີ່ດ້ອຍໂອກາດອື່ນໆ ໃນເວລາທີ່ມີວິກິດການ ປົກປ້ອງດ້ານສິດທິ ຄວາມປອດໄພ ແລະ ກຽດສັກສີ

ສົ່ງເສີມການປົກປ້ອງສິດທິຂອງຄົນທົ່ວໄປໃນສັງຄົມ ເພື່ອຕ້ານທຸກຮູບແບບຂອງການຈໍາແນກ ການໃຊ້ຄວາມຮຸນແຮງ ການປ່ອຍປະ ການລະເມີດ ແລະ ຖືກລວມຢູ່ໃນການຕອບໂຕ້ການແຜ່ລະລາດຂອງພະຍາດໂຄວິດ-19 ໄຈ້ແຍກ ແລະ ຕອບໂຕ້ທຸກປາກົດການເພື່ອປົກປ້ອງເດັກ ແລະ ຄວາມສ່ຽງທີ່ອາດຈະເກີດມີການນໍາໃຊ້ຄວາມຮຸນແຮງທາງເພດ ຄວາມມີປົມດ້ອຍຫຼາຍຮູບການທີ່ອາດຖືກປະເຊີນໂດຍຜູ້ພິການ ແລະ ຜູ້ອາຍຸສູງ ທີ່ດໍາລົງຊີວິດຢູ່ບ້ານ ຫຼື ສະຖານທີ່ໃຫ້ການດູແລເຂົາເຈົ້າ ລວມທັງແຮງງານເຄື່ອນຍ້າຍ ແລະ ເພື່ອເປັນການປ້ອງກັນການແຕກແຍກກັນຂອງສະຖາບັນຄອບຄົວ ແລະ ຄອບຄົວ ຮັບປະກັນສຸຂະພາບ ແລະ ຄວາມປອດໄພຂອງນັກສັງຄົມສົງເຄາະ ທີ່ເປັນຜູ້ປະເຊີນໜ້າໃນການຕອບໂຕ້ການແຜ່ລະບາດຂອງພະຍາດຢູ່ໃນທຸກລະດັບ ການມີງົບປະມານໃຊ້ຈ່າຍທີ່ພຽງພໍນັ້ນ ຈະສ້າງຄວາມຮັບປະກັນຂອງຄວາມຕໍ່ເນື່ອງໃນການເຄື່ອນໄຫວວຽກສັງຄົມສົງເຄາະ ວຽກເຄືອຂ່າຍປ້ອງກັນສັງຄົມ ແລະ ການປົກປ້ອງສັງຄົມ ສ້າງຄວາມເຂັ້ມແຂງໃນການຮ່ວມມືກັບອົງການຈັດຕັ້ງພາຍໃນປະເທດ ແລະ ການຮ່ວມມືກັບບັນດາຂະແໜງການໃນລະດັບອາຊຽນ ສ້າງຄວາມເຂັ້ມແຂງໃນການຮ່ວມມືກັບຫຼາຍຂະແໜງການ ເປັນຕົ້ນແມ່ນການຮ່ວມມືລະຫວ່າງງຂະແໜງສັງຄົມສົງເຄາະ ຂະແໜງສາທາລະນະສຸກ ສຶກສາ ຍຸຕິທຳ ແລະ ການເງິນ ພ້ອມກັບການຮ່ວມມືກັນລະຫວ່າງພາກລັດຖະບານ ຄູ່ຮ່ວມພັດທະນາ ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ແລະ ອາສາສະໝັກ ເພີ່ມທະວີການນໍາໃຊ້ລະບົບສື່ສານມວນຊົນທີ່ມີປະສິດທິພາບ ແລະ ໂປ່ງໃສ ໂດຍຜ່ານສື່ທາງການ ໃນການປັບປຸງການລາຍງານຂ່າວໃຫ້ທັນເວລາຕໍ່ກັບນະໂຍບາຍ ແລະ ບັນດາມາດຕະການຕ່າງໆຂອງລັດຖະບານ ໃນການຮັບມືການແຜ່ລະບາດຂອງພະຍາດ ແລະ ການຕອບຕ້ານການໃຫ້ຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງ ຕື່ນຕົວສ້າງແຜນງານເພື່ອຟື້ນຟູ

ຫຼັງການແຜ່ລະບາດຂອງພະຍາດ ໃຫ້ມີຮູບແບບກວມລວມ ແລະ ຮັດກຸມ ໂດຍຜ່ານການເກັບກໍາຂໍ້ມູນ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດທີ່ດີ ການສ້າງຂໍ້ແນະນໍາ ຖານຂໍ້ມູນ ແລະ ການສ້າງຄວາມຮັບຮູ້ໃຫ້ແຕ່ລະພາກສ່ວນຮູ້ເຖິງກຸ່ມທີ່ຕ້ອງການການຊ່ວຍເຫຼືອເປັນການສະເພາະ ເປັນຕົ້ນແມ່ນຜູ້ທຸກຍາກ ເດັກນ້ອຍຜູ້ອາຍຸສູງ ຜູ້ພິການ ແມ່ຍິງ ແລະ ເດັກຍິງ ແຮງງານເຄື່ອນຍ້າຍ ລວມທັງກຸ່ມຄົນດ້ອຍໂອກາດອື່ນ ມຸ່ງໝັ້ນພັດທະນາສ້າງມາດຕະການ ແລະ ແຜນງານທີ່ມີຄວາມຕໍ່ເນື່ອງ ທັງຮັບປະກັນໃຫ້ກວມລວມເອົາບັນຫາຄວາມເປັນພິການ ຄວາມຮັບຜິດຊອບທາງເພດ ຄວາມລະອຽດອ່ອນທາງອາຍຸ ແລະ ສົ່ງເສີມຄວາມເປັນປຶກແຜ່ນໃນສັງຄົມ ການມີສ່ວນຮ່ວມຂອງເດັກ ດ້ວຍການຜ່ານຂະບວນການປຶກສາຫາລືແບບມີສ່ວນຮ່ວມຢ່າງໃກ້ຊິດຂອງກຸ່ມຄົນດ້ອຍໂອກາດ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງທັງໝົດ ມັນເປັນສິ່ງສໍາຄັນສໍາລັບຜູ້ທຸກຍາກ ແລະ ກຸ່ມຄົນດ້ອຍໂອກາດ ທີ່ຕ້ອງໄດ້ຮັບການພັດທະນາຄວາມອາດສາມາດ ແລະ ການສ້າງຄວາມເຂັ້ມແຂງໃນການດໍາລົງຊີວິດ ແລະ ການຊຶມຊັບຮັບຮູ້ ແລະ ຕອບໂຕ້ກັບຜົນກະທົ ທີ່ເກີດຈາກຄວາມສ່ຽງໃນຊີວິດຂອງເຂົາເຈົ້າໃນອະນາຄົດ ເອົາໃຈໃສ່ເພີ່ມທະວີການນໍາໃຊ້ເຕັກໂນໂລຊີ ແລະ ຮັບຮູ້ເຖິງຄວາມຈຳເປັນໃນການນໍາໃຊ້ລະບົບດີຈີຕອນຢູ່ພາຍໃນ ແລະ ລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ເພື່ອຊ່ວຍໃຫ້ມີຄວາມສະດວກໃນການພັດທະນາ ແລະ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆທີ່ຮັບປະກັນວ່າກວມເອົາກຸ່ມຄົນດ້ອຍໂອກາດ ພ້ອມທັງຫຼຸດຜ່ອນຜົນກະທົບທາງລົບຂອງເຊື້ອພະຍາດຕໍ່ພວກເຂົາເຈົ້າ ໂດຍສະເພາະແມ່ນຕໍ່ຜູ້ອາຍຸສູງຍ ແມ່ຍິງ ແລະ ເດັກນ້ອຍ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!