ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວດີໃຫ້ຮູ້ທີ່ຫໍປະຊຸມແຫ່ງຊາດວ່າ: ມາຮອດວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໄດ້ກາຍເປັນເລກ 0 ແລ້ວ ຂ້າພະເຈົ້າຄິດວ່າປະຊາຊົນລາວຂອງພວກເຮົາໄດ້ຮັບຮູ້ຂ່າວແຕ່ວັນທີ 9 ມິຖຸນາຜ່ານມາ ເຊິ່ງເປັນມື້ທີ່ກະຊວງສາທາລະນະສຸກ ແລະ ໂຮງໝໍມິດຕະພາບໄດ້ປະກາດການອະນຸຍາດຜູ້ຕິດເຊື້ອທີ່ປິ່ນປົວດີແລ້ວໄດ້ອອກໂຮງໝໍເປັນຄົນສຸດທ້າຍ ແລະ ແພດໝໍທີ່ປິ່ນປົວຮັກສາຜູ້ຕິດເຊື້ອກໍປອດໄພທັງໝົດ (ບໍ່ມີຜູ້ຕິດເຊື້ອ) ຄິດວ່າບໍ່ເປັນສະເພາະແຕ່ຂ່າວດີເທົ່ານັ້ນ ແຕ່ເປັນຄວາມພາກພູມໃຈ ແລະ ຄວາມທະນົງໃຈຂອງປະຊາຊົນລາວເຮົາໃນທົ່ວປະເທດ ທີ່ດຳລົງຊີວິດຢູ່ຕ່າງປະເທດອີກດ້ວຍ ພະຍາດໂຄວິດ-19 ພວກເຮົາເຄີຍໃສ່ຊື່ວ່າ ເປັນສັດຕູທີ່ຮ້າຍກາດ ເປັນເພັດຊະຄາດ ທີ່ໄຮ້ສຽງ ມາຮອດປັດຈຸບັນ ພະຍາດດັ່ງກ່າວຍັງສືບຕໍ່ແຜ່ເຊື້ອໄປຢ່າງກວ້າງຂວາງເກືອບທຸກໆປະເທດໃນທົ່ວໂລກ ມີຜູ້ຕິດເຊື້ອ 7.303.477 ຄົນ ມີຜູ້ເສຍຊີວິດ 412.788 ຄົນ ນັບທັງປະເທດໃຫຍ່-ນ້ອຍປະເທດທີ່ພັດທະນາແລ້ວ-ກຳລັງພັດທະນາ.

ການທີ່ປະເທດເຮົາ ໄດ້ເປັນປະເທດປອດຈາກ COVID-19 ກໍໝາຍຄວາມວ່າ : ບັ້ນຮົບທີ 1 ທີ່ໄດ້ເປີດສາກນັບແຕ່ມີຄຳສັ່ງ 06/ນຍ ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ ລົງວັນທີ 06 ເມສາ 2020 ເຊິ່ງເປັນຄຳສັ່ງທີ່ທຸກໆຄົນໃນສັງຄົມລາວເຂົ້າຮ່ວມຢ່າງເປັນຂະບວນການ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດນັ້ນ ສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນເບື້ອງຕົ້ນ ແລະ ເປັນບາດກ້າວທີ 1 ທີ່ສຳຄັນຍິ່ງ.

ຂ້າພະເຈົ້າຂໍຕາງໜ້າໃຫ້ສູນກາງພັກ ລັດຖະບານ ຂໍອະນຸຍາດຕີລາຄາເບື້ອງຕົ້ນຂອງຜົນສຳເລັດ ຄັ້ງນີ້ ຍ້ອນພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄື ພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົມ ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນໄລຍະໆ ຢ່າງມີການຄິດໄລ່ ການນຳຂັ້ນສູງສຸດໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່ ທຸກການຈັດຕັ້ງ ທຸກອົງການຂອງພັກ-ລັດ ອົງການຈັດຕັ້ງແນວໂຮມ ອົງການຈັດຕັ້ງມະຫາຊົນ ການຈັດຕັ້ງສັງຄົມໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້ ປະຊາຊົນທຸກຖ້ວນໜ້າເຂົ້າຮ່ວມຢ່າງມີສະຕິດ້ວຍຄວາມເປັນເຈົ້າ ດ້ວຍຄວາມຕື່ນຕົວສູງ ລວມທັງປະກອບສ່ວນທາງດ້ານວັດຖຸຸປັດໄຈ ກຳລັງແຮງ ທັງກາຍ ແລະ ໃຈ ຫຼາຍຮູບ ຫຼາຍວິທີທີ່ກວ້າງຂວາງ ປະດິດສ້າງທີ່ອຸດົມສົມບູນເຂົ້າໃນການຕໍ່ສູ້ກັບ COVID-19 ຢ່າງເປັນຂະບວນຟົດຟື້ນດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບ ເຊັ່ນ: ຄະນະສະເພາະກິດທຸກຂັ້ນ ທຸກລະດັບ ພາຫະນະສື່ມວນຊົນ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພະນັກງານ ສາທາລະນະສຸກທຸກຂັ້ນ ເປັນຕົ້ນ ແພດໝໍທີ່ໄດ້ຂະໜານນາມວ່າ: “ເປັນນັກຮົບເສື້ອຂາວ ຜູ້ປະຈັນບານ” ໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ແລະ ປະດິດສ້າງ ພວກເຮົາໄດ້ຮັບການສະໜັບສະໜູນຢ່າງທັນການ ແລະ ມີປະສິດທິຜົນ ຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.

ເຖິງວ່າ ພວກເຮົາໄດ້ມີຜົນສຳເລັດໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ມານັ້ນແລ້ວກໍຕາມ ແຕ່ກໍໃຫ້ຖືວ່າເປັນໄຊຊະນະ ແລະ ຜົນສຳເລັດເບື້ອງຕົ້ນ ໃນບັ້ນຮົບທີ 1 ເທົ່ານັ້ນ ປັດຈຸບັນ ແລະ ຕໍ່ໜ້າ ພວກເຮົາກໍຍັງຢູ່ໃນສະພາບການທີ່ທ້າທາຍ ແລະ ຫຼໍ່ແຫຼມຫຼາຍດ້ານທີ່ບໍ່ອາດຈະປະໝາດ ລະເຫຼີງ ແລະ ເຜີຕົວໄດ້ເປັນອັນຂາດ ພວກເຮົາຕ້ອງພ້ອມກັນມີສະຕິລະວັງຕົວໃຫ້ສູງກວ່າເກົ່າ ສືບຕໍ່ປະຕິບັດຄຳສັ່ງ ຄຳແນະນຳ ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ ລັດຖະບານຈະຕິດຕາມ ປະເມີນສະຖານະການທຸກໆໄລຍະ ເພື່ອຈະມີການປັບປຸງ ປ່ຽນແປງ ໄປຕາມສະພາບການຢ່າງສົມເຫດສົມຜົນ ເພື່ອສ້າງໂອກາດໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ດຳລົງຊີວິດ ທຳມາຫາກິນ ແລະ ດຳເນີນກິດຈະການຢ່າງເປັນປົກກະຕິໄວເທົ່າທີ່ຈະໄວໄດ້ ແຕ່ພວກເຮົາຕ້ອງໄດ້ຕັດສິນໃຈປ້ອງກັນຄວບຄຸມ ດ້ວຍທຸກກຳລັງແຮງ ແລະ ດ້ວຍມາດຕະການທີ່ເໝາະສົມ ເພື່ອບໍ່ໃຫ້ພະຍາດ COVID-19 ກັບຄືນມາລະບາດອີກຮອບ 2 ຫຼື ຮອບຕໍ່ໆໄປໄດ້ ເວລາດຽວກັນນີ້ ພະຍາດຕາມລະດູການກໍລະບາດ ເປັນຕົ້ນ ໄຂ້ເລືອດ ອອກກໍເປັນວຽກສຳຄັນໜຶ່ງທີ່ຕ້ອງໄດ້ຊ່ວຍກັນປ້ອງກັນ ແລະ ແກ້ໄຂ.
ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ຍັງຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນລາວທຸກຖ້ວນ ໜ້າໃນທົ່ວປະເທດ ຈົ່ງສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ ມີສະຕິລະວັງຕົວຢ່າງສູງ ປະຕິບັດຖືກຕ້ອງຕາມຂໍ້ກຳນົດ ຂໍ້ແນະນຳທີ່ທາງການວາງອອກ ແລະ ຈະວາງອອກໃນແຕ່ລະໄລຍະຢ່າງເຄັ່ງຄັດຕໍ່ໄປ ຢ່າລະເຫຼີງ ທັງໃຫ້ເອົາໂອກາດນີ້ ໃຫ້ແຕ່ລະຄົນ ແຕ່ລະຄອບຄົວ ແຕ່ລະການຈັດຕັ້ງແຕ່ເທິງລົງລຸ່ມ ຕ້ອງໄດ້ປັບວິຖີຊີວິດ ຫຼື ເວົ້າຢ່າງໜຶ່ງວ່າ ການດຳລົງຊີວິດແບບໃໝ່ (New Normal) ນັ້ນທີ່ມີສະຕິລະວັງຕົວກວ່າກ້າວໜ້າທັນສະໄໝ ສີວິໄລກວ່າ ປະຢັດມັດທະຍັດ ແລະ ມີລະບຽບວິໄນ ເພື່ອບໍ່ໃຫ້ພະຍາດ COVID-19 ກັບມາສູ່ສັງຄົມເຮົາເປັນຮອບທີ 2 ອີກ ແລະ ທັງຖືເອົາໂອກາດນີ້ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານ ການດຳເນີນທຸລະກິດ ການດຳລົງຊີວິດທີ່ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງແຕ່ລະຄອບຄົວ ແຕ່ລະຄົນດີຂຶ້ນ ເພື່ອເອົາປະເທດຊາດຂອງພວກເຮົາປັບຕົວເຂົ້າກັບສະພາບໃໝ່ຂອງໂລກ ຂອງພາກພື້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກຕ່າງໆໃຫ້ຄ່ອຍໆຕົກໄປ ນຳເອົາປະເທດຊາດຂອງພວກເຮົາກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.