ປຶກສາຫາລືແຜນແມ່ບົດແຫ່ງຊາດດ້ານການຄົ້ນຄວ້າ ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ

    ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງຂອງແຜນແມ່ບົດແຫ່ງຊາດດ້ານການຄົ້ນຄວ້າ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ ນະວັດຕະກໍາ ແລະ ການນໍາໃຊ້ຢູ່ ສປປ ລາວ ຮ່າງແຜນແມ່ບົດດັ່ງກ່າວໄດ້ສ້າງຂື້ນໂດຍກົມເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ສະຖາບັນນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ (STEPI) ແລະ ຊ່ຽວຊານຂອງລາວ ການຄົ້ນຄວ້າສ້າງຮ່າງຄັ້ງນີ້ ເນື້ອໃນຕົ້ນແມ່ນກໍານົດໃນ 3 ຂົງເຂດຄື ເຕັກໂນໂລຊີທາງດ້ານການຄ້າ ນະວັດຕະກໍາ SMEs ແລະ ການຮ່ວມມືກັບສາກົນດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ (STI) ໂດຍສອດຄ່ອງກັບສະພາບການພັດທະນາຢູ່ ສປປ ລາວ ພ້ອມທັັງແນໃສ່ຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

    ວັນທີ 26 ກັນຍາ 2022 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານຮ່ວມກັບສະຖາບັນນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ ສ ເກົາຫຼີ ຈັດກອງປະຊຸມກ່ຽວກັບຮ່າງແຜນແມ່ບົດແຫ່ງຊາດດ້ານການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນປະທານຮ່ວມຂອງທ່ານ ສຸມານະ ຈຸລະມະນີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກຕສ ແລະ ທ່ານ Sung Chul Chung ຫົວໜ້າໂຄງການຄົ້ນຄວ້າ ແລະ ພັດທະນາ ແລະ ການນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳຢູ່ ສປປ ລາວ ມີບັນດາຕາງໜ້າຫ້ອງການ ກົມ ສະຖາບັນ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການດັ່ງກ່າວ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສ.ເກົາຫຼີ ແລະ ຮ່ວມຈັດຕັ້ງປະຕິບັດໂດຍສະຖາບັນນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ ສ. ເກົາຫຼີ ແລະ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ ກຕສ ສປປ ລາວ ຮ່ວມກັບຫ້ອງການສະພາວິທະຍາສາດແຫ່ງຊາດ ກະຊວງສຶກສາ ແລະ ກິລາ ເລີ່ມຈັດຕັ້ງປະຕິບັດແຕ່ ປີ 2021-2022 ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລກປ່ຽນປະກອບຄໍາເຫັນຈາກຊ່ຽວຊານເກົາຫຼີ ຊ່ຽວຊານລາວທີ່ກ່ຽວຂ້ອງ ກ່ຽວກັບຮ່າງແຜນແມ່ບົດແຫ່ງຊາດດ້ານການຄົ້ນຄວ້າ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາ ແລະ ການນໍາໃຊ້ຢູ່ ສປປ ລາວ ຮ່າງແຜນແມ່ບົດດັ່ງກ່າວ ຈະສໍາເລັດໃນທ້າຍປີ 2002 ແລະ ຈະໄດ້ຜັນຂະຫຍາຍນໍາໃຊ້ເຂົ້າໃນແຜນພັດທະນາຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ກໍຄືຂະແໜງການທີ່ກ່ຽວຂ້ອງໃນການພັດທະນາແຕ່ນີ້ຮອດປີ 2025 ແລະ ເປັນອີງໃນການສ້າງແຜນແມ່ບົດແຫ່ງຊາດດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ສປປ ລາວ ໃນ 5 ປີຕໍ່ໜ້າ 2026-2030.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!