ລມຕ ກະຊວງສາທາລະນະສຸກ ລົງຢ້ຽມຢາມໂຮງໝໍແຂວງຊຽງຊວາງ ແລະ ຫົວພັນ

    ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ (ລມຕ) ກະຊວງສາທາລະນະສຸກ ໄດ້ສຳເລັດການລົງຕິດຕາມ ແລະ ຢ້ຽມຢາມໂຮງໝໍແຂວງ ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍຂອງແຂວງຊຽງຂວາງ ແລະ ແຂວງຫົວພັນ ລວມທັງໝົດ 15 ແຫ່ງ ວັນທີ 19-25 ກັນຍາ 2022 ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຕິດຕາມກວດກາຄຸນນະພາບຂອງການບໍລິການ ແລະ ພະນັກງານຂະແໜງສາທາລະນະສຸກ ຈຸດກວດກາສຸຂະພາບຕາມຊາຍແດນ ແລະ ວຽກງານການສັກວັກຊີນກັນພະຍາດໂຄວິດ-19 ເພື່ອຊອກຫາວິທີໃນການປັບປຸງ ແລະ ແກ້ໄຂວຽກງານທາງດ້ານສາທາລະນະສຸກໃນຕໍ່ໜ້າ.

     ພາຍຫຼັງໄດ້ຮັບຟັງຄຳເຫັນຈາກໜ່ວຍງານຕ່າງໆ ທ່ານລັດຖະມົນຕີໄດ້ມີຄຳເຫັນວ່າ:ພະນັກງານຂະແໜງ ສາທາລະນະສຸກຂອງພວກເຮົາ ໄດ້ເຮັດວຽກຢ່າງໜັກ ພ້ອມທັງໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງໃນການເບິ່ງແຍງ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ ພວກເຮົາໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍໃນຫຼາຍຂົງເຂດບູລິມະສິດ ໂດຍສະເພາະແມ່ນວຽກງານທາງດ້ານສຸຂະພາບຂອງແມ່ ແລະ ເດັກ ເຖິງຢ່າງໃດກໍຕາມ ຍັງຈຳເປັນຕ້ອງຊອກຫາວິທີທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານທັກສະໃຫ້ແກ່ພະນັກງານ   ຈັດສັນຄົນໃຫ້ເໝາະສົມກັບວຽກງານໃນສະຖານທີ່ທີ່ມີຄວາມຕ້ອງການທີ່ສຸດ ເຖິງເວລາແລ້ວ ທີ່ພວກເຮົາຕ້ອງເພີ່ມຄວາມພະຍາຍາມເພື່ອປິດຊ່ອງວ່າງຂອງວຽກງານການສັກວັກຊີນ ບໍ່ວ່າຈະເປັນວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນປົກກະຕິ ສິ່ງທີ່ເປັນໝາກຫົວໃຈຂອງສິ່ງທ້າທາຍເຫຼົ່ານີ້ ແມ່ນການຮັບຟັງສຽງຂອງຜູ້ທີ່ເຮັດວຽກໃນຊຸມຊົນ ພວກເຮົາຕ້ອງຮັບຟັງສຽງຂອງເຂົາເຈົ້າ ເພື່ອເປັນແນວທາງໃນການສ້າງການບໍລິການສາທາລະນະສຸກທີ່ມີຄຸນນະພາບ ແລະ ສາມາດເຂົ້າເຖິງໄດ້.

    ທ່ານລັດຖະມົນຕີ ພ້ອມດ້ວຍທ່ານນາງ ດຣ ຢິງຣູ ແຈັກເກີລີນໂລ ຜູ້ຕາງໜ້າອົງການອະນາໄມໂລກ ແລະ ທ່ານ ອຶນ ຢອງຄິມ ຜູ້ຕາງໜ້າອົງການໂກຟີປະຈຳ ສປປ ລາວ ໄດ້ຮ່ວມເດີນທາງໃນຄັ້ງນີ້ ແລະ ປຶກສາຫາລື ກ່ຽວກັບບັນດາໂຄງການທີ່ໄດ້ຮັບຜົນສຳເລັດ ແລະ ວິທີແກ້ໄຂບັນຫາໃນອະນາຄົດ ການຕິດຕາມໃນຄັ້ງນີ້ ລວມມີການຢ້ຽມຢາມຊຸມຊົນຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ CONNECT- ໂຄງການຈາກກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ພາຍໃຕ້ການຊ່ວຍເຫຼືອຈາກອົງການອະນາໄມໂລກ ໂຄງການນີ້ ໄດ້ນຳພາບັນດາຜູ້ນຳໃນຊຸມຊົນ ຜູ້ນຳຈາກບັນດາເຜົ່າຕ່າງໆ ລວມທັງພະນັກງານສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນ ໃຫ້ເຮັດວຽກຮ່ວມກັນ ເພື່ອປັບປຸງແຜນວຽກທາງດ້ານສາທາລະນະສຸກ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສາຍພົວພັນເຊິ່ງກັນ ແລະ ກັນ ໝາກຜົນຂອງໂຄງການນີ້ ສະແດງໃຫ້ເຫັນວ່າ ມັນໄດ້ຊ່ວຍໃຫ້ອັດຕາການຮັບວັກຊີນກັນພະຍາດໂຄວິດ-19 ສູງຂຶ້ນໃນຫຼາຍຊຸມຊົນ ແລະ ບັນລຸເຖິງ 100% ໃນກຸ່ມຄົນທີ່ມີຄວາມສ່ຽງສູງ.

     ທ່ານນາງ ດຣ ຢິງຣູ ແຈັກເກີລີນໂລ ກ່າວວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍ ທີ່ໄດ້ເຫັນພະຍາບານ ແລະ ພະນັກງານຂະແໜງສາທາລະນະສຸກຫຼາຍໆທ່ານ ຮັບຟັງຊຸມຊົນຂອງພວກເຂົາ ແລະ ປັບປຸງວຽກງານຂອງພວກເຂົາ ເພື່ອໃຫ້ເຂົ້າກັບຄວາມຕ້ອງການຂອງປະຊາຊົນ ເຖິງວ່າຈະບໍ່ມີຊັບພະຍາກອນຈາກພາຍນອກ ພວກເຂົາກໍຍັງສາມາດເຮັດໃຫ້ສຸຂະພາບຂອງປະຊາຊົນດີຂຶ້ນ ແລະ ສາມາດຊ່ວຍຊີວິດຂອງຫຼາຍໆຄົນ ໃນຂະນະດຽວກັນ ພວກເຮົາກໍຍັງເຫັນເຖິງຄວາມຈຳເປັນທີ່ຈະຕ້ອງປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ດ້ວຍການເພີ່ມອັດຕາປົກຄຸມຂອງວັກຊີນໃຫ້ໄດ້ເຕັມອັດຕາ ວັກຊີນສາມາດຮັກສາຊີວິດ ແລະ ປົກປ້ອງຄອບຄົວຂອງທຸກຄົນ ຖ້າຫາກຄົນໃນຄອບຄົວຂອງທ່ານຍັງບໍ່ທັນໄດ້ຮັບວັກຊີນ ກະລຸນາໄປຮັບວັກຊີນໃນທັນທີ ພວກເຮົາຫວັງຢ່າງຍິ່ງວ່າຈະສາມາດສືບຕໍ່ສະໜັບສະໜູນກະຊວງສາທາລະນະສຸກ ໂດຍສະເພາະ ໃນການສົ່ງເສີມທັກສະ ແລະ ຄວາມອາດສາມາດໃຫ້ແກ່ພະນັກງານຕໍ່ສູ້ກັບພະຍາດໂຄວິດ-19 ແລະ ຮັບປະກັນການໃຫ້ບໍລິການທາງດ້ານສາທາລະນະສຸກໃຫ້ແກ່ທຸກຄົນໃນທົ່ວປະເທດ.

     ໃນປັດຈຸບັນ ອັດຕາການປົກຄຸມຂອງວັກຊີນກັນພະຍາດໂຄວິດ-19 ທົ່ວປະເທດໄດ້ກວມເອົາທັງໝົດ 72% ໃນນີ້ ກຸ່ມຜູ້ສູງອາຍຸ ແລະ ພະນັກງານຂະແໜງສາທາລະນະສຸກໄດ້ຮັບການປົກປ້ອງກວມເອົາ 74,3% ແລະ 95,5% ຕາມລຳດັບ ແຕ່ກົງກັນຂ້າມ ອັດຕາປົກຄຸມຂອງວັກຊີນຮອບປົກກະຕິຊ້ຳພັດຫຼຸດລົງ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ພາຍຫຼັງການຕິດຕາມ ແລະ ຢ້ຽມຢາມໂຮງໝໍຫຼາຍແຫ່ງ .

    ທ່ານ ຜູ້ຕາງໜ້າອົງການໂກຟີປະຈຳ ສປປ ລາວ ໄດ້ກ່າວວ່າ: ພວກເຮົາຮູ້ສຶກດີໃຈຫຼາຍ ທີ່ໄດ້ເຫັນໝາກຜົນທີ່ພວກເຮົາໄດ້ປະຕິບັດ ໂດຍສະເພາະ ວຽກງານສຸຂະພາບແມ່ ແລະ ເດັກ ເຊິ່ງເຮັດໃຫ້ບໍ່ມີໂຕເລກເສຍຊີວິດໃນປີນີ້ ພະນັກງານທຸກຄົນມີຄວາມຮັບຜິດຊອບໃນໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ຊອກຫາຄວາມຊ່ວຍເຫລືອໄດ້ຢ່າງໄວວາ ໃນກໍລະນີທີ່ເກີນຄວາມສາມາດໃນການປີ່ນປົວຂອງພວກເຂົາ. ຜົນງານໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມແຂງຂອງການປະສານງານລະຫວ່າງອົງການໂກຟີ ກະຊວງສາທາລະນະສຸກ ແລະ ຂະແໜງ ການສາທາລະນະສຸກຂັ້ນທ້ອງຖິ່ນ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!