ລັດ-ເອກະຊົນ ຫາລືສ້າງລາຍການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ

    ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອປຶກສາຫາລືໃນການສ້າງແຜນຟື້ນຟູການທ່ອງທ່ຽວ ແລະ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ ນວ ໃຫ້ຫຼາຍຂຶ້ນ ພາຍຫຼັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19 ໃນ 2 ປີກວ່າຜ່ານມາ ເຮັດໃຫ້ການເຄື່ອນໄຫວທຸລະກິດຢຸດສະງັກ ມີຄວາມຫ່າງເຫີນລະຫວ່າງພາກລັດ (ຜູ້ຄຸ້ມຄອງ) ແລະ ເອກະຊົນ (ຜູ້ດໍາເນີນທຸລະກິດຕົວຈິງ) ຂາດການປຶກສາຫາລື ຫຼື ພົບປະເຊິ່ງໜ້າ ທັງເປັນການປຶກສາຫາລືຮ່ວມກັນໃນການຟື້ນການທ່ອງທ່ຽວ ພາຍຫຼັງລັດຖະບານໄດ້ມີນະໂຍບາຍຕ້ອນຮັບນັກທ່ອງທ່ຽວໃນຕົ້ນປີ 2022 ແລະ ເປີດເຕັມຮູບແບບໃນເດືອນພຶດສະພາ 2022 ໂດຍເນັ້ນໃສ່ການສ້າງກິດຈະກໍາສົ່ງເສີມການທ່ອງທ່ຽວໃຫ້ມີຫຼາຍຮູບຫຼາຍສີ ແລະ ລາຍການທ່ອງທ່ຽວທີ່ສາມາດສ້າງຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວໃຫ້ແກ່ຍາວໄລຍະພັກແຮມ ແລະ ການໃຊ້ຈ່າຍໃຫ້ຫຼາຍຂຶ້ນ.

    ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 23 ກັນຍາ 2022 ຢູ່ພະແນກ ຖວທ ນວ ໂດຍເປັນປະທານຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີທ່ານ ສົມພົງ ເດວຽງໄຊ ປະທານສະມາຄົມທຸລະກິດທ່ອງທ່ຽວລາວ ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ພ້ອມດ້ວຍສະມາຄົມທຸລະກິດທ່ອງທ່ຽວ ນວ ກຸ່ມທຸລະກິດທ່ອງທ່ຽວ ນວ ປະທານ ຜູ້ອຳນວຍການ ຜູ້ປະກອບການທຸລະກິດທ່ອງທ່ຽວ ສະຖານທີ່ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

    ທ່ານນາງ ວິໄລວອນ ຈັນທະລາຕີ ກ່າວວ່າ: ຈຸດປະສົງຂອງການພົບປະຄັ້ງນີ້ ຈິດໃຈຫຼັກຂອງພະແນກ ຖວທ  ນວ ແມ່ນຢາກປຶກສາຫາລືຮ່ວມກັນ ເຮັດແນວໃດຢາກໃຫ້ທຸລະກິດທ່ອງທ່ຽວ ກໍຄືບໍລິສັດທ່ອງທ່ຽວ ຈັບມືຮ່ວມກັບຜູ້ປະກອບການກິດຈະການແຫຼ່ງທ່ອງທ່ຽວຢູ່ ນວ ສ້າງລາຍການທ່ອງທ່ຽວຮ່ວມກັນ ເພື່ອດຶງດູດນັກທ່ອງທ່ຽວທີ່ເຂົ້າມາ ນວ ໃຫ້ທ່ຽວຢູ່ ນວ ຫຼາຍຂຶ້ນ ເພາະປັດຈຸບັນ ສະຖານທີ່ແຫຼ່ງທ່ອງທ່ຽວຢູ່ ນວ ກໍມີການພັດທະນາ ແລະ ສ້າງຂຶ້ນໃໝ່ຫຼາຍແຫ່ງທີ່ສວຍງາມ ແລະ ເປັນທີ່ສົນໃຈ ໜ້າທ່ຽວຊົມ ແຕ່ຍັງບໍ່ມີໂອກາດຈັດໃຫ້ບັນດາທ່ານໄດ້ຮ່ວມປຶກສາຫາລືນຳກັນ ກອງປະຊຖມຄັ້ງນີ້ ຈຶ່ງເປັນການສ້າງໂອກາດໃຫ້ບັນດາທ່ານໄດ້ຮູ້ຈັກກັນຫຼາຍຂຶ້ນ ໄດ້ແລກປ່ຽນກັນວ່າຕ່າງຝ່າຍຈະຊ່ວຍເຫຼືອກັນໄດ້ ມີຫຍັງແດ່ ເພື່ອຜົນປະໂຫຍດຮ່ວມກັນ ແລະ ເປັນການປະກອບສ່ວນຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະ ການຟື້ນຟູເສດຖະກິດ ເຊິ່ງລັດຖະບານກໍໄດ້ຍອມຮັບແລ້ວວ່າ ໃນເງື່ອນໄຂສະພາບເສດຖະກິດບ້ານເຮົາຝຶດເຄືອງແນວນີ້  ກິດຈະການທ່ອງທ່ຽວ ຈະເປັນແຮງຫຼັກທີ່ສຳຄັນໃນການກະຊຸກຍູ້ໃຫ້ມີເມັດເງິນຂອງຕ່າງປະເທດເຂົ້າມາໃນ ສປປ ລາວ ກໍຄື ນວ ຫຼາຍຂຶ້ນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!