ຄູ່ຮ່ວມພັດທະນາເອີຣົບ ຈະຊ່ວຍເຫຼືອ 550 ລ້ານເອີໂຣ ພັດທະນາຊັບພະຍາກອນມະນຸດຢູ່ລາວ

    ກະຊວງແຜນການ ແລະ ການລົງທຶນ ຮ່ວມກັນຄູ່ຮ່ວມພັດທະນາເອີຣົບ ປະຈຳ ສປປ ລາວ ໄດ້ຮ່ວມກອງປະຊຸມທົບທວນແຜນການຮ່ວມມືສອງຝ່າຍປະຈຳປີ ຂຶ້ນໃນວັນທີ 23 ກັນຍາ 2022 ຢູ່ນະຄອນຫຼວງວຽງຈັນ ມີທ່ານນາງ ສີສົມບູນ ອຸ່ນນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ທ່ານ ແວັງຊັອງ ເວຍ ຫົວໜ້າພະແນກຮ່ວມມື ຂອງສຳນັກງານຜູ້ຕາງໜ້າສະຫະພາບເອີຣົບປະຈຳ ສປປ ລາວ ມີບັນດາພາກສ່ວນກ່ຽວຂ້ອງຈາກພາກລັດ ແລະ ສະຫະພາບເອີຣົບ ແລະ ປະເທດສະມາຊິກເຊັ່ນ:ແຟັງລັງ ຝຣັ່ງ ເຢຍລະມັນ ຮົງກາຣີ ອຽກລັງ ລຸກຊຳບວກ ແລະ ສະວິດ ເຂົ້າຮ່ວມ.

   ກອງປະຊຸມເພື່ອລາຍງານສະພາບ ແລະ  ແລກປ່ຽນບົດຮຽນໂຄງການຮ່ວມມືທີ່ຜ່ານມາ ແລະ ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ ພ້ອມດຽວກັບແຜນຮ່ວມມືໃນອະນາຄົດ ເຊິ່ງບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນສົນທະນາຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ເຊິ່ງລວມມີບັນດາຜົນສຳເລັດຕ່າງໆ ແລະ ສິ່ງທ້າທາຍຂອງຂະແໜງການບູລິມະສິດ ທີ່ລະບຸໃນແຜນງານຍຸດທະສາດຮ່ວມເອີຣົບ ປີ 2016-2020 ພ້ອມກັນນັ້ນ ກໍໄດ້ຮັບຟັງການນຳສະເໜີພາບລວມ ຍຸດທະສາດຂອງທີມງານເອີຣົບ ປີ 2021-2025 ແລະ ການອອກແບບແຜນງານໃໝ່ທີ່ກຳລັງດຳເນີນຢູ່ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ ຄູ່ຮ່ວມພັດທະນາເອີຣົບ ແລະ ລັດຖະບານ ສປປ ລາວ ໄດ້ສະແດງຄວາມມຸ່ງຫວັງຈະຮັດແໜ້ນການຮ່ວມມືໃນດ້ານການຄ້າ ເສດຖະກິດ ແລະ ການລົງທຶນ ໂດຍສະເພາະ ຂະແໜງເສດຖະກິດສີຂຽວ ໂດຍເນັ້ນໃສ່ການລົງທຶນທີ່ມີຄຸນນະພາບ ສາມາດປະກອບສ່ວນໃຫ້ມີເສດຖະກິດຂະຫຍາຍຕົວ ແລະ ສ້າງວຽກເຮັດງານທຳຢ່າງທົ່ວເຖິງ.

    ທ່ານ ແວັງຊັອງ ເວຍ ກ່າວວ່າ: ໂດຍການເຮັດວຽກຮ່ວມກັນທີມເອີຣົບ ກຳລັງພະຍາຍາມເພື່ອເຮັດໃຫ້ການຮ່ວມມື ແລະ ການປະຊຸມປຶກສາຫາລືຂອງພວກເຮົາໃຫ້ມີຄວາມສອດຄ່ອງ ມີປະສິດພາບ ແລະ ໄດ້ຮັບໝາກຜົນຫຼາຍຂຶ້ນກວ່າເກົ່າ ເປົ້າໝາຍລວມຂອງພວກເຮົາ ເພື່ອສ້າງໃຫ້ເສດຖະກິດຂະຫຍາຍຕົວ ແລະ ສ້າງວຽກເຮັດງານທຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ປະກອບສ່ວນໃຫ້ສັງຄົມມີຄວາມສະຫງົບສຸກ ແລະ ມີສະຖຽນລະພາບ ແລະ ຕໍ່ສູ້ກັບການປ່ຽນແປງຂອງສະພາບດິນຟ້າອາກາດ ພວກເຮົາຕ້ອງການເປັນຄູ່ຮ່ວມພັດທະນາທີ່ແທ້ຈິງ ເຮັດໃຫ້ທຸກໆຄົນໄດ້ຮັບຜົນປະໂຫຍດ.

    ທ່ານນາງ ສີສົມບູນ ອຸ່ນນາວົງ ຍັງໄດ້ກ່າວຕື່ມວ່າ: ພວກເຮົາຕີລາຄາສູງ ແລະ ຊົມເຊີຍໃນຄວາມພະຍາຍາມຂອງຄູ່ຮ່ວມພັດທະນາເອີຣົບ ໃນການເຊື່ອມສານວົງຈອນການຈັດຕັ້ງປະຕິບັດແຜນງານຮ່ວມເອີຣົບ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ ສປປ ລາວ ເຊິ່ງລວມມີທົບທວນກາງສະໄໝ ແລະ ປະເມີນຜົນທ້າຍສະໄໝ ສິ່ງທີ່ກ່າວມາ ແມ່ນເປັນຕົວຊີ້ວັດໃຫ້ເຫັນເຖິງຄວາມພະຍາຍາມຮ່ວມກັນ ເພື່ອໃຫ້ສອດຄ່ອງກັບບູລິມະສິດພວກເຮົາ ໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາຮ່ວມກັນຂອງຄູ່ຮ່ວມພັດທະນາ ທີ່ລະບຸໃນຖະແຫຼງການວຽງຈັນ.

    ສຳລັບແຜນງານທີມພັດທະນາເອີຣົບ 5 ປີ  (2021-2025) ທີ່ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ປະມານ 550 ລ້ານເອີໂຣ (ປະມານ 8.549 ຕື້ກີບ) ລວມມີຂະແໜງການສົ່ງເສີມເສດຖະກິດສີຂຽວ ທີ່ທຸກຄົນໄດ້ຮັບຜົນປະໂຫຍດ ການພັດທະນາຊັບພະຍາກອນມະນຸດ ແລະ ການປົກຄອງທີ່ດີ ທີ່ລະບຸພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ແລະ ຂອບແຜນການຟື້ນຟູຜົນກະທົບຈາກແຜ່ລະບາດພະຍາດໂຄວິດ-19 ນອກນີ້ ຄູ່ຮ່ວມພັດທະນາເອິຣົບທັງໝົດ ມີຄວາມເອກະພາບ ໃນຄຳໝັ້ນສັນຍາຮ່ວມກັນຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິຜົນສູງສຸດ ຂອງການຮ່ວມມືຂອງສະຫະພາບເອີຣົບ ຢູ່ ສປປ ລາວ.

error: Content is protected !!