ຫາດຊາຍຟອງ ເຜີຍແຜ່ເຊື່ອມຊຶມມະຕິ XI ຕິດພັນກັບວາລະແຫ່ງຊາດ

    ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ພ້ອມທັງເຜີຍແຜ່ ເຊື່ອມຊຶມ ແລະ ສ້າງຂະບວນການໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ວັນທີ 22 ກັນຍາ 2022 ທີ່ສຳນັກງານປົກຄອງເມືອງດັ່ງກ່າວ ເຜີຍແຜ່ໂດຍທ່ານ ຄຳແກ່ງ ດວງພະຈັນ ຮອງເລຂາພັກເມືອງຫາດຊາຍຟອງ ມີບັນດາໃນຄະນະບໍລິຫານງານພັກເມືອງ ແລະ ສະມາຊິກເຂົ້າຮ່ວມ.

    ທ່ານ ຄຳແກ່ງ ດວງພະຈັນ ໄດ້ຍົກໃຫ້ເຫັນການປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະຫຍາຍໃນຕໍ່ໜ້າ ເຫັນວ່າສະພາບການຂອງໂລກຍັງຍັງຕົກຢູ່ໃນສະພາວະເຄ່ັງຕືງ ແລະ ມີຄວາມສັບສົນຕໍ່ເນື່ອງ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ໜ້າສະພາບການດັ່ງກ່າວ ສູນກາງພັກເຫັນວ່າຕ້ອງມີຄວາມສະດຸ້ງໄວຕໍ່ສະຖານະການ ທັງຕ້ອງມີຈຸດຢືນທີ່ໜັກແໜ້ນ ຮູ້ແກ້ໄຂບັນຫາດ້ວຍຄວາມຄ່ອງແຄ້ວ ມີສະຕິ ແລະ ຢືນຢູ່ບົນຫຼັກການຂອງແນວທາງນະໂຍບາຍການຕ່າງປະເທດຂອງ ພັກ ແລະ ລັດ ຕ້ອງເພີ່ມທະວີສະຕິລະວັງຕົວຕິດຕາມກຳແໜ້ນສະພາບການຜັນແປຢູ່ໃນພາກພື້ນ ແລະ ສາກົນ ເພື່ອນຳພາແນວຄິດ ແລະ ເປັນເຈົ້າການປະຕິບັດບັນດາມາດຕະການຮັບມື ເພື່ອແກ້ໄຂຜົນກະທົບຕໍ່ປະເທດໃຫ້ທັນການ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງີນຕາຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄະນະບໍລິຫານງານສູນກາງພັກ ຕີລາຄາສູງຕໍ່ລັດຖະບານທີ່ມີຄວາມພະຍາຍາມ ແລະ ເອົາໃຈໃສ່ຊີ້ນຳປະຕິບັດແຜນດັ່ງກ່າວ ສາມາດຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເພື່ອຍົກສູງຄວາມເປັນເຈົ້າການ ແລະ ຍູ້ຂະບວນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຄົວຈິງ ແລະ ມີຜົນສຳເລັດ ຄະນະພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຕໍ່ການແກ້ໄຂບັນຫາຕົວຈິງ ໃນເງື່ອນໄຂສະພາບການຫຍຸ້ງຍາກສັບສົນຄືໃນປັດຈຸບັນ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນທີ່ມີຕໍ່ການນຳພາຄຸ້ມຄອງຂອງພັກ-ລັດ ຮຽກຮ້ອງໃຫ້ຄະນະພັກ ສະມາຊິກພັກ ພະນັກງານ ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເສີມຂະຫຍາຍສະຕິຊາດ ເປັນເຈົ້າຕົນເອງ ມີຄວາມຕັດສິນໃຈເປັນເອກະພາບໃນທົ່ວພັກ ທົ່ວລັດ ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ສູ້ຊົນອົດທົນ ຍົກສູງນ້ຳໃຈເສຍສະຫຼະ ເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ສ້າງພື້ນຖານ ແລະ ທ່ວງທ່າໃຫ້ແກການສືບຕໍ່ພັດທະນາສ້າງສາປະເທດຊາດກ້າວຂື້ນຢ່າງບໍ່ຢຸດຢັ້ງ.

    ຈາກນັ້ນ ທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງຫາດຊາຍຟອງ ກໍ່ໄດ້ໃຫ້ການເຜີຍແຜ່ເອກະສານວາແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຫຍາກທາງດ້ານເສດຖະກິດ-ການເງິນ ລວມທັງບັນຫາປັດໄຈພາຍໃນ ແລະ ພາຍນອກ ທີ່ສ້າງຄວາມຜັນຜວນຕໍ່ລະບົບເສດຖະກິດ ກໍຄືປະເທດເຮົາ ທີ່ກຳລັງປະເຊີນກັບບັນຫາໄພເງີນເຟີ້ ເສດຖະກິດຖົດຖອຍຕົກຕ່ຳ ລາຄາສິນຄ້າສູງເພີ່ມຂື້ນ ອັນເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານນັ້ນບໍ່ໄດ້ຕາມເປົ້າໝາຍ.

# ຂ່າວ – ພາບ : ຂັນທະວີ                                                     

error: Content is protected !!