ສໍາເລັດການເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການໃຫ້ນັກຂ່າວທົ່ວປະເທດ

    ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າທາງດ້ານໂພຊະນາການລະດັບແຂວງ ໃຫ້ນັກຂ່າວທົ່ວປະເທດ ໄດ້ອັດລົງວັນທີ 24 ກັນຍາ 2022 ທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ມີທ່ານ ວັນນະສິນ ສິມມະວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານດ້ານວຽກງານໂຄສະນາ ແລະ ສື່ສານມວນຊົນຈາກອົງການ UNICEFປະຈໍາລາວ ພ້ອມດ້ວຍວິທະຍາກອນ ແລະ ສື່ມວນຊົນຈາກສູນກາງ ແລະ 18 ແຂວງເຂົ້າຮ່ວມ.

    ທ່ານ ວັນນະສິນ ສິມມະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ດໍາເນີນມາແຕ່ວັນທີ 21 ກັນຍາ ເປັນຕົ້ນມາ ແລະ ໄດ້ອັດລົງວັນທີ 24 ກັນຍາ 2022 ເຊິ່ງຕະຫຼອດໄລຍະກອງປະຊຸມ ນັກຂ່າວຈາກສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ໄດ້ຮັບຟັງບັນດາຫົວຂໍ້ທີ່ສໍາຄັນກ່ຽວກັບວຽກງານໂພຊະນາການ ທີ່ໄດ້ຜ່ານການຄົ້ນຄວ້າວິໄຈຕົວຈິງຈາກພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ສູນໂພຊະນາການ ກະຊວງສາທາລະນະສຸກ ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ສະຖາບັນວິໄຈການພັດທະນາເສດຖະກິດ-ສັງຄົມ ກະຊວງແຜນການ ແລະ ການລົງທຶນ ໂດຍບັນດາຫົວຂໍ້ເຫຼົ່ານັ້ນ ເປັນຂໍ້ມູນທີ່ສໍາຄັນສໍາລັບສື່ມວນຊົນ ທີ່ຈະຕ້ອງນໍາໄປສືບຕໍ່ເຜີຍແຜ່ໃຫ້ສັງຄົມ ກໍຄືປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ນໍາໄປເຖິງການປັບປ່ຽນພຶດຕິກໍາ ເນື່ອງຈາກວ່າວຽກງານໂພຊະນາການມີຄວາມສໍາຄັນຫຼາຍ ເວົ້າລວມ ເວົ້າສະເພາະ ມີຄວາມສໍາຄັນທີ່ສຸດແມ່ ແລະ ເດັກ ເຊິ່ງພາຍຫຼັງທີ່ໄດ້ຮັບຮູ້ເຂົ້າໃຈດ້ານເນື້ອໃນແລ້ວ ກໍໄດ້ມີການຈັດແບ່ງເປັນ 4 ກຸ່ມ ເພື່ອລົງເກັບກໍາຂໍ້ມູນຕົວຈິງຢູ່ບ້ານນາລົງເກົ່າ ແລະ ບ້ານ ນາກອງ ເມືອງນອງ ບ້ານຫ້ວຍແຈ້ງ ແລະ ບ້ານອາລາງໃຫຍ່ ເມືອງເຊໂປນ ຈາກກນັ້ນ ແຕ່ລະກຸ່ມໄດ້ຜະລິດບົດຂ່າວປະກອບສຽງ ວິດີໂອສັ້ນ ແລະ ຮູບແບບໜັງສືພິມອອນລາຍ.

    ສໍາລັບການຈັດກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ຄູ່ຮ່ວມພັດທະນາອື່ນໆ ໂດຍຜ່ານອົງການ UNICEF ປະຈໍາລາວ ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈໃຫ້ແກ່ສື່ມວນຊົນ ກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໂພຊະນາການ ເວົ້າລວມແມ່ນວຽກງານສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ແນໃສ່ໃຫ້ສື່ມວນຊົນສາມາດປະກອບສ່ວນວຽກງານໂຄສະນາກ່ຽວກັບການສົ່ງເສີມໂພຊະນາການ ກໍຄືໃຫ້ຂໍ້ມູນຂ່າວສານໄປທົ່ວເຖິງປະຊາຊົນ ແລະ ສິ່ງສໍາຄັນແມ່ນປະຊາຊົນທີ່ໄດ້ຮັບຂໍ້ມູນຂ່າວສານແລ້ວ ເກີດມີການປ່ຽນແປງທາງດ້ານພຶດຕິກໍ າຫັນໄປໃຫ້ຄວາມສໍາຄັນຕໍ່ວຽກງານໂພຊະນາການ ການສົ່ງເສີມສຸຂະພາບແມ່ ແລະ ເດັກໃຫ້ນັບມື້ດີຂຶ້ນ.   

error: Content is protected !!