ຫາລືສົ່ງເສີມການຜະລິດຈຳໜ່າຍປຶ້ມອ່ານສຳລັບເດັກນ້ອຍໃນ ສປປ ລາວ

    ອົງການຣູມທູຣີດ ຮ່ວມກັບອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ຜູ້ສະໜອງທຶນ ແລະ ບັນດາອົງການຕ່າງໆທັງພາກລັດ ແລະ ເອກະຊົນ ຈັດກອງປະຊຸມປຶກສາຫາລືເພື່ອສົ່ງເສີມການຜະລິດ ແລະ ຈຳໜ່າຍປຶ້ມອ່ານສຳລັບເດັກໃນ ສປປ ລາວ ແນໃສ່ສ້າງແຜນຍຸດທະສາດເບື້ອງຕົ້ນໃນການເພີ່ມຄວາມຕ້ອງການປື້ມອ່ານ ເພີ່ມຄວາມເຂົ້າໃຈໃຫ້ຜູ້ຜະລິດ ແລະ ພິມຈຳໜ່າຍປຶ້ມອ່ານ ຕໍ່ກັບໂຄງການຂອງຄູ່ຮ່ວມພັດທະນາ ກ່ຽວກັບການຜະລິດປຶ້ມອ່ານສຳລັບເດັກທີ່ກຳລັງຈະເກີດຂຶ້ນ ແລະ ສ້າງແຜນຍຸດທະສາດເບື້ອງຕົ້ນ ໃນການເພີ່ມການສະໜອງປຶ້ມອ່ານ ກຳນົດຊ່ອງທາງການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໃນການພັດທະນາປື້ມອ່ານເພື່ອການຄ້າ.

    ກອງປະຊຸມ ຈັດຂຶ້ນລະຫວ່າງວັນທີ 19-23 ກັນຍາ 2022 ທີ່ໂຮງແຮມແກຣນ ຣີເວີຊາຍ 1 ເມືອງວັງວຽງ ແຂວງວຽງຈັນ ແບບເຊິ່ງໜ້າ ແລະ ລະບົບທາງໄກ ໂດຍເປັນປະທານຮ່ວມຂອງທ່ານນາງ ຈັນເພັດ ຄຳຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ນາງ ອາລິຊາ ເບີເກີ້ ຜູ້ອຳນວຍການແຜນງານຮຽນຮູ້ໜັງສືປະຈຳພາກພື້ນ ຕາງໜ້າອົງການຣູມທູຣີດ ມີທ່ານ ນາງ ເພັດວຽງຄອນ ໄຊຍະສານ ຜູ້ຮັບຜິດຊອບໂຄງການສຶກສາ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ແລະ ທ່ານ ຄາມາວ ໂຮເຊັນ ຫົວໜ້າໂຄງການຮຽນອ່ານ ແລະ ບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນກຳນົດວິໄສທັດຮ່ວມກັນ ກ່ຽວກັບການຜະລິດ ແລະ ຈຳໜ່າຍປຶ້ມອ່ານສໍາລັບເດັກ ສ້າງແຜນຍຸດທະສາດເບື້ອງຕົ້ນ ໃນການເພີ່ມຄວາມຕ້ອງການປື້ມອ່ານ ເພີ່ມຄວາມເຂົ້າໃຈໃຫ້ຜູ້ຜະລິດ  ແລະ  ພິມຈຳໜ່າຍປຶ້ມອ່ານຕໍ່ກັບໂຄງການຂອງຄູ່ຮ່ວມພັດທະນາ ກ່ຽວກັບການຜະລິດປຶ້ມອ່ານສຳລັບເດັກທີ່ກຳລັງຈະເກີດຂຶ້ນ ສ້າງແຜນຍຸດທະສາດເບື້ອງຕົ້ນ ໃນການເພີ່ມການສະໜອງປຶ້ມອ່ານ ກຳນົດຊ່ອງທາງການສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໃນການພັດທະປື້ມອ່ານເພື່ອການຄ້າ ແລະ ສ້າງແຜນຈັດຕັ້ງປະຕິບັດກ່ຽວກັບບັນດາຍຸດທະສາດດັ່ງກ່າວ ແນໃສ່ໃຫ້ມີຍຸດທະສາດທີ່ສາມາດຈັດຕັ້ງປະຕິບັດໄດ້ ເພື່ອເພີ່ມການສະໜອງປຶ້ມ ແລະ ຄວາມຕ້ອງການປຶ້ມອ່ານສຳລັບເດັກໃນ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ໃຫ້ໄດ້ຊ່ອງທາງຂັ້ນເບື້ອງຕົ້ນໃນການສົ່ງເສີມການຜະລິດ ແລະ ຈຳໜ່າຍປຶ້ມອ່ານ.

    ນອກຈາກນີ້  ກອງປະຊຸມຍັງໄດ້ຮ່ວມກັນກຳນົດເປົ້າໝາຍກ່ຽວກັບການຜະລິດ ແລະ ຈຳໜ່າຍປຶ້ມອ່ານສຳລັບເດັກທີ່ມີຄວາມຍືນຍົງ ໂດຍຄໍານຶງເຖິງລະບົບນິເວດວິທະຍາ/ສະພາບແວດລ້ອມ ໂດຍສະເພາະ ຄຳຖາມເຈາະຈີ້ມກ່ຽວກັບການຈັດພິມປຶ້ມອ່ານສຳລັບເດັກ ທີ່ຄໍານຶງເຖິງລະບົບນິເວດວິທະຍາ ສະພາບແວດລ້ອມແມ່ນຫຍັງ ສຳຫຼວດກ່ຽວກັບການສະໜອງປຶ້ມອ່ານ ກໍຄືຄົ້ນຄວ້າປຶ້ມປະເພດໃດແດ່ທີ່ພວກເຮົາຕ້ອງການ-ວັນນະກຳສຳລັບເດັກ ແລະ ປະເພດປຶ້ມອ່ານທີ່ຕ້ອງການ ປຶ້ມອ່ານທີ່ນຳໃຊ້ຢູ່ໃນໂຮງຮຽນ ແລະ ຫ້ອງຮຽນ  ເພີ່ມການສະໜອງປຶ້ມອ່ານ  ພ້ອມທັງມີການນຳສະເໜີກ່ຽວກັບວິທີການສົ່ງເສີມຄວາມສຳຄັນຂອງການອ່ານ ແລະ ການພັດທະນາປຶ້ມອ່ານໃນ ສປປ ລາວ ລວມທັງການກໍານົດແຜນທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ.

error: Content is protected !!