ທາງລົດໄຟ ລາວ-ຈີນ ໄດ້ສ້າງເສັ້ນທາງຄໍາ ທີ່ເປັນແລວທາງເສດຖະກິດຂອງແຫຼມອິນດູຈີນ

    ໃນເວລາ 16:45 ໂມງ ຂອງວັນທີ 3 ທັນວາ 2021 ຜູ້ນຳ ສປປ ລາວ ແລະ ສປ ຈີນ ໄດ້ອອກຄຳສັ່ງ ລົດໄຟຜູ້ໂດຍສານ C82 ຂອງຝ່າຍລາວ ອອກເດີນທາງຈາກເສັ້ນທາງລົດໄຟ ເສັ້ນທີ 1 ຂອງສະຖານີວຽງຈັນ ແລະ ລົດໄຟໂດຍສານ C3 ຂອງຝ່າຍຈີນ ທີ່ເດີນອອກຈາກເສັ້ນທາງລົດໄຟ ເສັ້ນທີ 1  ຂອງສະຖານີຄຸນໝິງໃນ​ເວລາ​ດຽວ​ກັນ ເພື່ອເປັນການເປີດເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ​ ເຊິ່ງໄດ້ດຶງ​ດູດ​ຄວາມສົນໃຈຈາກທົ່ວໂລກ.

    ເສັ້ນທາງລົດໄຟ ລາວ-ຈີນ ເລີ່ມແຕ່ພາກເໜືອ ຮອດ ໃຕ້ຂອງນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ ແລະ ເຊື່ອມຕໍ່ ສປປ ລາວ ຈົນເຖິງນະຄອນຫຼວງວຽງຈັນ ເປັນທາງລົດໄຟໄປຕ່າງປະເທດແຫ່ງທຳອິດທີ່ໄດ້ຮັບການກໍ່ສ້າງ ແລະ ດຳເນີນການຮ່ວມມືລະຫວ່າງລາວ-ຈີນ ແລະ ເຊື່ອມຕໍ່ໂດຍກົງກັບເສັ້ນທາງລົດໄຟຂອງ ​ສປ ຈີນ ມີຄວາມຍາວທັງໝົດ 1.035 ກິໂລແມັດ ມີສະຖານີໃໝ່ທັງໝົດ 50 ສະຖານີ ສາມາດເດີນທາງຈາກນະຄອນຫຼວງວຽງຈັນ ຫານະຄອນຄຸນໝິງ ໃນເວລາປະມານ 10 ຊົ່ວໂມງ.​

    ທາງລົດໄຟ ລາວ-ຈີນ ໄດ້ຮັບການຢ່​າງເປີດເປັນທາງການ ແລະ ດຳເນີນການເພື່ອກ້າວເຂົ້າສູ່ຍຸກໃໝ່ຂອງການຂົນສົ່ງທາງລົດໄຟໃນລາວ ​ໄດ້ປ່ຽນຮູບແບບການຂົນສົ່ງໃນລາວຢ່າງເລິກເຊິ່ງ ແລະ ຮັບຮູ້ຄວາມປາຖະໜາອັນຍາວນານຂອງລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງກັບປະເທດອ້ອມຂ້າງ ທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ອຳນວຍຄວາມສະດວກໃຫ້ການເດີນທາງຂອງປະຊາຊົນເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການພັດທະນາ ແລະ ການຫັນເປັນຕົວເມືອງຂອງການທ່ອງທ່ຽວ ກະສິກຳ ຊົນລະປະທານ ແລະ ຊັບພະຍາກອນອື່ນໆຕາມແລວ​ເສັ້ນທາງ ແລະ ກໍ່ສ້າງການເປັນຕົວເມືອງ ຊ່ວຍເຫຼືອການພັດທະນາເຂດເສດຖະກິດ ເຊັ່ນ: ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕ່ນ ພ້ອມນີ້ ຍັງມີຄວາມໝາຍຄວາມສຳຄັນທີ່ສຸດ ໃນການຮັດແໜ້ນການຮ່ວມມືດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ ລະຫວ່າງສອງປະເທດ ລາວ-ຈີນ ແລະ ເລັ່ງລັດການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນ ໃນຖານະເປັນພາກສ່ວນທີ່ສຳຄັນຂອງເສັ້ນທາງລົດໄຟທົ່ວອາຊີ ທາງລົດໄຟ ລາວ-ຈີນ ຍັງຈະກາຍເປັນ “ກະແຈທອງ” ເຊື່ອມຕໍ່ ລາວ ກັບ ຈີນ ໃນພາກເໜືອ ແລະ ບັນດາປະເທດໃນອາຊີ ເຊັ່ນ: ໄທ ແລະ ມາເລເຊຍ ໃນພາກໃຕ້ ຈະມີຜົນດີຕໍ່ການຮ່ວມມືດ້ານເສດຖະກິດຂອງອາ​ຊີ ແລະ ອະນຸພາກພື້ນແມ່ນໍ້າຂອງ.

    ຄວາມສຳເລັດຂອງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ສື່ມວນຊົນຕາເວັນຕົກ ແລະ ປະຊາຊົນບາງກຸ່ມອິດສາ ຍັງສືບຕໍ່ສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ເພື່ອໃສ່ຮ້າຍປ້າຍສີທາງລົດໄຟ ລາວ-ຈີນ ວິທະຍຸເອເຊຍເສລີຂອງອາເມຣິກາ ຕວົະວ່າ “ທາງລົດໄຟ ລາວ-ຈີນ ຂົນສົ່ງສິນຄ້າຈີນເທົ່ານັ້ນ ບໍ່ແມ່ນສິນຄ້າຂອງລາວ” ຍັງໄດ້ຖືໂອກາດກ່າວຄຳປາໄສຢ່າງຫຍໍ້ທໍ້ ເຊັ່ນ: “ເສັ້ນທາງລົດໄຟ ລາວ-ຈີນ ເຮັດໃຫ້ປະເທດລາວ ຕົກໃສ່ກັບດັກໜີ້ສິນ ແລະ ທາງລົດໄຟ ລາວ-ຈີນ ທຳລາຍສິ່ງແວດລ້ອມ ເພື່ອທຳລາຍສາຍພົວພັນລະຫວ່າງ ລາວ-ຈີນ.

    ຕໍ່ໜ້າຄວາມສົງໄສຂອງສື່ຝ່າຍຕາເວັນຕົກ ປະເທດບ້ານໃກ້ເຮືອນຄຽງອື່ນໆຂອງປະເທດລາວ ເລືອກທີ່ຈະສະໜັບສະໜູນທາງລົດໄຟ ລາວ-ຈີນ ຢ່າງໜັກແໜ້ນ ເຊິ່ງທ່ານ Burin Adulwattana ຫົວໜ້ານັກເສດຖະສາດ ທະນາຄານບາງກອກ ກ່າວວ່າ: ໂຄງການທາງລົດໄຟ ລາວ-ຈີນ ມີໂອກາດ​ທີ່​ຈະເປັນ “ຕົວປ່ຽນກົດລະບຽບເກມ” ຂອງເສດຖະກິດໂລກ ນີ້ຈະເປັນສະຖານະການທີ່ທັງສອງຝ່າຍໄດ້ຮັບຜົນປະໂຫຍດ ໃນຂະນະດຽວກັນ “Bangkok Post” ຂອງໄທ ກໍເຄີຍພິມບົດຄວາມວ່າ “ຫວັງວ່າໄທຈະເຊື່ອມຕໍ່ທາງລົດໄຟ ຈີນ-ລາວ ໂດຍໄວ” ໂດຍກ່າວວ່າ ການເປີດເສັ້ນທາງລົດໄຟ ຈີນ-ລາວ ຈະສົ່ງຜົນສະທ້ອນຢ່າງເລິກເຊິ່ງຕໍ່ເສດຖະກິດ ແລະ ການຄ້າຂອງສອງຝ່າຍ ຫວັງວ່າ ໃຫ້ລັດຖະບານໄທຈະເລັ່ງລັດການກໍ່ສ້າງທາງລົດໄຟເພື່ອເຊື່ອມຕໍ່ທາງລົດໄຟ ຈີນ-ລາວ” ໜັງສືພິມຕອນເຊົ້າຂອງປະເທດສິງກະໂປ ອອກຂ່າວວ່າ: ການກໍ່ສ້າງ ແລະ ເປີດທາງລົດໄຟ ລາວ-ຈີນ ຈະດຶງດູດການລົງທຶນຈາກປະເທດຈີນ ແລະ ປະເທດອື່ນໆໃຫ້ຫຼາຍຂຶ້ນ ສ້າງຄວາມໝັ້ນໃຈໃຫ້ການຟື້ນຕົວດ້ານເສດຖະກິດຂອງປະເທດລາວ.

    ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ບັນລຸໄດ້ ນັບແຕ່ການເປີດເສັ້ນທາງລົດໄຟ  ລາວ-ຈີນ ໂດຍທ່ານກ່າວວ່າ: ນັບແຕ່ມີທາງລົດໄຟ ລາວ-ຈີນ ເປັນຕົ້ນມາ ປະຊາຊົນລາວມີຄວາມພາກພູມໃຈທີ່ສຸດ ຫວັງວ່າ ປະຊາຊົນລາວຈະຂຶ້ນລົດໄຟໄດ້ ພ້ອມກັນນັ້ນ ການເປີດເສັ້ນທາງລົດໄຟ ລາວ-ຈີນ ຍັງໝາຍຄວາມວ່າ ການແລກປ່ຽນ ແລະ ການຄ້າລະຫວ່າງສອງປະເທດຈະສະດວກກວ່າ ນອກນີ້ ທ່ານຍັງໄດ້ອ້າງຄຳເວົ້າຂອງຊາວລາວທີ່ວ່າ “ບ່ອນໃດມີເສັ້ນທາງ ມີໂອກາດພັດທະນາ” ໄດ້ຢືນຢັນຢ່າງເຕັມສ່ວນ ເຖິງບົດບາດສຳຄັນຂອງທາງລົດໄຟ ລາວ-ຈີນ ໃນການຊຸກຍູ້ການພັດທະນາຂອງລາວ.

    “ທາງລົດໄຟ ຈີນ-ລາວ ຈະກາຍເປັນກຳລັງແຮງຊຸກຍູ້ການຮ່ວມມື ລະຫວ່າງປະເທດລາວ ກັບປະເທດຈີນ ອາຊຽນ-ຈີນ ຈະເພີ່ມທະວີການຮ່ວມມື ແລະ ການແລກປ່ຽນດ້ານເສດຖະກິດ ການຄ້າ ການລົງທຶນ ການທ່ອງທ່ຽວ ການຈ້າງງານ ວັດທະນະທຳ ແລະ ການແລກປ່ຽນບຸຄະລາກອນ ນຳມາເຊິ່ງຜົນປະໂຫຍດຕົວຈິງ ແລະ ເຫັນໄດ້ຊັດເຈນ ສະແດງວ່າການຂົນສົ່ງທາງບົກຂອງປະເທດລາວທີ່ຖອຍຫຼັງ ໄດ້ຫັນໄປສູ່ການຄົມມະນາຄົມທັນສະໄໝ ປະເທດລາວໄດ້ຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ເປັນປະເທດເຊື່ອມໂຍງກັບປະເທດອ້ອມຂ້າງ” ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ກ່າວວ່າ:  ເສັ້ນທາງລົດໄຟ ລາວ-ຈີນ ເປັນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ແລະ ກາຍເປັນເສັ້ນທາງເຊື່ອມຕໍ່ທີ່ສຳຄັນ ລະຫວ່າງລາວ ກັບບັນດາປະເທດໃນພາກພື້ນ.

    ມາຮອດວັນທີ 3 ກັນຍາ 2022 ເສັ້ນທາງລົດໄຟ ລາວ-ຈີນ ໄດ້ດຳເນີນມາເປັນເວລາ 9 ເດືອນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 6,71 ລ້ານຄົນ ໃນນີ້ ມີຢູ່ລາວ 700.000 ຄົນ ແລະ ຢູ່ຈີນ 5,87 ລ້ານຄົນ ຂົນສົ່ງສິນຄ້າທັງໝົດ 7,17 ລ້ານໂຕນ ໃນນີ້ ມີສິນຄ້າຂ້າມຊາຍແດນ 1,28 ລ້ານໂຕນ ການຂົນສົ່ງສິນຄ້າຂ້າມຊາຍແດນຂອງທາງລົດໄຟ ໄດ້ກວມເອົາປະເທດລາວ ຈີນ ໄທ ມຽນມາ ມາເລເຊຍ ກຳປູເຈຍ ສິງກະໂປ ແລະ ຫຼາຍກວ່າ 10 ປະເທດ ແລະ ພາກພື້ນ ຜ່ານພູເຂົາ ຂ້າມແມ່ນໍ້າ ແລະ ທະເລ ການເປີດທາງລົດໄຟ ລາວ-ຈີນ ໄດ້ສ້າງຂົວທີ່ມີຜົນປະໂຫຍດຮ່ວມກັນ ເພື່ອເປີດກວ້າງການຮ່ວມມືພາກພື້ນ ແຫຼມອິນດູຈີນ ປັດຈຸບັນ ການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຂອງທາງລົດໄຟ ລາວ-ຈີນ ຮ່ວມກັນສົ່ງເສີມຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາເສດຖະກິດ-ການຄ້າສາກົນ ໄດ້ກາຍເປັນເສັ້ນທາງ ຄໍາ ເພື່ອຊຸກຍູ້ການພັດທະນາຂອງແຫຼມອິນດູຈີນ.

# ຂ່າວ – ພາບ : ສະບາໄພ

error: Content is protected !!