ຄະນະຊັບພະຍາກອນນໍ້າ ຮ່ວມກັບ iWSSM ສ້າງຄວາມເຂັ້ມແຂງດ້ານຄວາມໝັ້ນຄົງທາງນໍ້າ

    ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງຄະນະຊັບພະຍາກອນນໍ້າ ມະຫາວິທະຍາໄລແຫ່ງຊາດ ແລະ ສູນສາກົນແຫ່ງຄວາມໝັ້ນຄົງທາງນໍ້າ ແລະ ການຄຸ້ມຄອງແບບຍືນຍົງ (iWSSM) ສ ເກົາຫຼີ ພາຍໃຕ້ການສະໜັບສະໜູນໂດຍ UNESCO ຈັດຂຶ້ນວັນທີ 21 ກັນຍາ 2022 ທີ່ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ເຊັນໂດຍທ່ານ ອຸ່ນຫຼ້າ ສີວັນເພັງ ຄະນະບໍດີຄະນະຊັບພະຍາກອນນໍ້າ ມຊ ແລະ ທ່ານ SHIN Bongwoo ຜູ້ອໍານວຍການສູນສາກົນເພື່ອຄວາມໝັ້ນຄົງທາງນໍ້າ ແລະ ການຄຸ້ມຄອງແບບຍືນຍົງ ເປັນກຽດເຂົ້າຮ່ວມຂອງທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ພ້ອມດ້ວຍຄະນະກຳມະການ UNESCO-IHP Korea National Committee ຈາກມະຫາວິທະຍາໄລຈຸງນໍາ ສ ເກົາຫຼີ ພະນັກງານຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.

    ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພື່ອເປັນການຮ່ວມມືດ້ານວິຊາການ ໂດຍສະເພາະແມ່ນການແລກປ່ຽນຄວາມຮູ້ຂອງພະນັກງານ ຄູ-ອາຈານ ແລະ ນັກສຶກສາ ວຽກງານການຄົ້ນຄວ້າວິໄຈ ແລະ ກິດຈະກຳອື່ນໆທີ່ກ່ຽວກັບນ້ຳຮ່ວມກັນເຊັ່ນ ການສ້າງຄວາມສາມາດ ການແລກປ່ຽນຄວາມຮູ້ ແລະ ປະສົບການໃຫ້ພະນັກງານຄູອາຈານ ການອຳນວຍຄວາມສະດວກດ້ານອຸປະກອນທາງວິຊາການ ແລະ ກິດຈະກໍາອື່ນໆທີ່ມີຄວາມຈຳເປັນທັງສອງຝ່າຍ ທາງດ້ານຄວາມໝັ້ນຄົງທາງນໍ້າ ແລະ ການຄຸ້ມຄອງແບບຍືນຍົງ ນອກຈາກນີ້ ທັງສອງຝ່າຍ ຍັງໄດ້ປຶກສາຫາລືລາຍລະອຽດກ່ຽວກັບການຮ່ວມມືທາງດ້ານວິຊາການໃນແຕ່ລະໄລຍະຄື ໃນໄລຍະສັ້ນ ໄລຍະກາງ ແລະ ໄລຍະຍາວ ເຊິ່ງໄດ້ຕົກລົງເຫັນດີຮ່ວມກັນເຮັດບົດສະເໜີໂຄງການສ້າງຄວາມສາມາດ ແລກປ່ຽນຄວາມຮູ້ ແລະ ປະສົບການທາງດ້ານ ອຸຕຸນິຍົມ ແລະ ອຸທົກກະສາດໃຫ້ແກ່ຄູ ອາຈານ ແລະ ພະນັກງານຄະນະຊັບພະຍາກອນນ້ຳ ເພື່ອຈະສະເໜີໄປຍັງ UNESCO-iWSSM  ສ ເກົາຫຼີ.

error: Content is protected !!