
ກົມຕຳຫຼວດກວດຄົນເຂົ້າ-ເມືອງ ກະຊວງປ້ອງກັນຄວາມສະຫງົບ ໄຂນຳໃຊ້ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ APPS ແລະ ລະບົບບັນທຶກຂໍ້ມູນຜູ້ໂດຍສານ PNR ເຊິ່ງເປັນລະບົບໂປຣແກມຄອມພິວເຕີ ທີ່ຊ່ວຍໃຫ້ໜ່ວຍງານໃຊ້ໃນການຄຸ້ມຄອງກວດກາຜູ້ໂດຍສານ ທີ່ເດີນທາງທາງອາກາດໃນຖ້ຽວບິນສາກົນເຂົ້າ-ອອກເມືອງ ນອກນີ້ ຍັງຄຸ້ມຄອງວຽກງານບໍລິຫານໃຫ້ມີປະສິດທິຜົນດີຂຶ້ນ.


ທ່ານ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ເມືອງ ໃຫ້ສຳພາດວັນທີ 13 ມີນາ 2020 ວ່າ: ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ APPS ແລະ ລະບົບບັນທຶກຂໍ້ມູນຜູ້ໂດຍສານ PNR ເປັນລະບົບໂປຣແກມຄອມພິວເຕີທີ່ໜ່ວຍງານພາກລັດ ຈະໃຊ້ໃນການຄຸ້ມຄອງກວດກາຜູ້ໂດຍສານທີ່ເດີນທາງທາງອາກາດ ໃນຖ້ຽວບິນສາກົນ ທີ່ເດີນທາງເຂົ້າ-ອອກ ຫຼື ຜ່ານ ສປປ ລາວ ປັດຈຸບັນລະບົບດັ່ງ ກ່າວໄດ້ທົດລອງນຳໃຊ້ແລ້ວແຕ່ວັນທີ 1 ກຸມພາ 2020 ເປັນຕົ້ນມາ ໂດຍກົມຕຳຫຼວດກວດຄົນເຂົ້າ-ອອກເມືອງເປັນຜູ້ນຳໃຊ້ ເຊິ່ງຂໍ້ມູນຈະຖືກສົ່ງມາຈາກສາຍການບິນ ໃນເວລາທີ່ຜູ້ໂດຍສານແຈ້ງປີ້ໂດຍສານໃນຈຸດໃດກໍຕາມ ຂໍ້ມູນຈະຖືກສົ່ງມາແບບອອນລາຍ ເຊິ່ງພວກເຮົາຈະໃຊ້ເວລາບໍ່ເທົ່າໃດວິນາທີໃນການກວດກາ ກໍຈະແຈ້ງຕອບກັບໄປຍັງສາຍການບິນ ເພື່ອພິຈາລະນາອະນຸຍາດເບື້ອງຕົ້ນວ່າຈະໃຫ້ຜູ້ໂດຍສານທີ່ແຈ້ງປີ້ດັ່ງກ່າວເດີນທາງເຂົ້າ-ອອກ ສປປ ລາວ ຫຼື ບໍ່ ໂດຍສະເພາະໃນໄລຍະນີ້ ທີ່ມີການລະບາດຂອງພະຍາດ COVID-19 ລະບົບໂປຣແກມນີ້ຈະສາມາດຊ່ວຍພວກເຮົາໃນການຄຸ້ມຄອງ ແລະ ລະບຸກຸ່ມບຸກຄົນຜູ້ທີ່ເດີນ ທາງກ່ຽວພັນກັບປະເທດທີ່ມີຄວາມສ່ຽງການລະບາດຂອງພະຍາດໄດ້ ພ້ອມນີ້ ຍັງຈະຊ່ວຍໃຫ້ເຈົ້າໜ້າທີ່ລະບຸບຸກຄົນ ແລະ ຊ່ວຍການບໍລິຫານຄຸ້ມຄອງວຽກງານຂອງຕົນໃຫ້ມີປະສິດທິຜົນດີຂຶ້ນ.