
ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ອອກແຈ້ງການສະບັບເລກທີ 012/ສພກ ລົງວັນທີ 16 ມີນາ 2020 ສະເໜີໃຫ້ຍົກລະດັບການຄວບຄຸມຂອງພະຍາດ COVID-19 ສຳລັບຜູ້ເດີນທາງເຂົ້າ ສປປ ລາວ ໃຫ້ມີຄວາມເຂັ້ມງວດຕາມຫຼັກການທາງການແພດ.

ການລະບາດຂອງ COVID-19 ອົງການອະນາໄມໂລກໄດ້ປະເມີນວ່າມີຄວາມສ່ຽງສູງສຸດ ແລະ ປະກາດເປັນພະຍາດໃຫຍ່ທົ່ວໂລກ ຈຶ່ງຮຽກຮ້ອງໃຫ້ທຸກປະເທດຍົກລະດັບມາດຕະການເຝົ້າລະວັງ ຕອບໂຕ້ ແລະ ຕິດຕາມຢ່າງໃກ້ຊິດ ເຖິງວ່າປັດຈຸບັນ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ແຕ່ຍັງມີຄວາມສ່ຽງສູງ ຍ້ອນປະເທດໃກ້ຄຽງພວກເຮົາມີການລະບາດແລ້ວ ແລະ ຍັງມີຜູ້ເດີນທາງມາຈາກປະເທດທີ່ມີການລະບາດເຂົ້າ-ອອກ ສປປ ລາວ ເປັນຕົ້ນນັກລົງທຶນ ພະນັກງານຊ່ຽວຊານ ກຳມະກອນໂຄງການກໍ່ສ້າງ ນັກຮຽນ ນັກສຶກສາ ແລະ ຊາວຄ້າ-ຂາຍ ເພື່ອແນໃສ່ຫຼຸດ ຜ່ອນຄວາມສ່ຽງທີ່ອາດຈະເກີດການຕິດເຊື້ອ ແລະ ແຜ່ລະບາດຂອງພະຍາດ COVID-19 ມາສູ່ ສປປ ລາວ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ແຈ້ງມາດຕະການຈັດຕັ້ງປະຕິບັດສຳລັບຜູ້ເດີນທາງເຂົ້າ ສປປ ລາວ ດັ່ງນີ້: ທຸກຄົນທີ່ເຂົ້າມາ ສປປ ລາວ ທີ່ມີອາການດັ່ງລຸ່ມນີ້ ຕ້ອງປະຕິບັດມາດຕະການແຍກປ່ຽວຢູ່ໂຮງໝໍ ເພື່ອຢັ້ງຢືນການບົ່ງມະຕິ ຄືຜູ້ທີ່ມີອາການໄຂ້ ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດ COVID-19 ຜູ້ທີ່ມີອາການໄຂ້ ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດສຳຜັດກັບຜູ້ຕິດເຊື້ອ COVID-19.
ການແຍກປ່ຽວກໍລະນີສົງໄສຢູ່ນະຄອນຫຼວງວຽງຈັນ ແມ່ນຢູ່ໂຮງໝໍມິດຕະພາບ ໂຮງໝໍມະໂຫສົດ ໂຮງໝໍເສດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ ສຳລັບແຂວງຕ່າງໆທົ່ວປະເທດ ແມ່ນແຍກປ່ຽວກໍລະນີສົງໄສ ຈັດຢູ່ໂຮງໝໍແຂວງ.
ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ທີ່ມີອາການເຂົ້າກັບເງື່ອນໄຂດັ່ງລຸ່ມນີ້ ຕ້ອງປະຕິບັດມາດຕະການຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງພາຍໃນ 14 ວັນ (Self -quarantine) ຄື: ເງື່ອນໄຂທີ 1 ສຳລັບປະເທດທີ່ບໍ່ມີຊາຍແດນຕິດຈອດກັບ ສປປ ລາວ ທຸກຄົນທີ່ເດິນທາງເຂົ້າມາ ສປປ ລາວ ທີ່ບໍ່ມີອາການສະແດງ ແຕ່ມາຈາກປະເທດທີ່ມີລາຍງານການລະບາດຂອງ COVID-19 ຫຼາຍກວ່າ 100 ກໍລະນີ ເງື່ອນໄຂທີ 2 ສຳລັບປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ທຸກຄົນທີ່ເດີນທາງມາຈາກແຂວງທີ່ບໍ່ມີຊາຍແດນຕິດຈອດກັບ ສປປ ລາວ ແຕ່ມີລາຍງານການລະບາດຂອງພະຍາດ COVID-19 ຫຼາຍກວ່າ 10 ກໍລະນີ ຫຼື ແຂວງທີ່ມີຊາຍແດນຕິດກັບ ສປປ ລາວ ແຕ່ມີລາຍງານການລະບາດພະຍາດ COVID-19 ຫຼາຍກວ່າ 3 ກໍລະນີຂຶ້ນໄປ ເງື່ອນໄຂທີ 3 ບຸກຄົນໃດທີ່ມີການສຳຜັດໃກ້ຊິດກັບຜູ້ທີ່ຖືກຢັ້ງຢືນການຕິດເຊື້ອພະຍາດ COVID-19 ພາຍໃນ 14 ວັນ ໂດຍມີຂໍ້ແນະນຳໃນການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ (Self-quarantine) ແມ່ນການຈຳກັດການອອກໄປເຄື່ອນໄຫວກິດຈະກຳຢູ່ນອກສະຖານທີ່ພັກເຊົາ ຕ້ອງຕິດຕາມອາການໄຂ້ ໄອ ຫຼື ຫາຍໃຈຍາກຂອງຕົນເອງທຸກມື້ ຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ ລ້າງມືໃຫ້ສະອາດເລື້ອຍໆ.
ປະຕິບັດມາລະຍາດການໄອ-ຈາມ ຜູ້ກ່ຽວຕ້ອງຢູ່ແຕ່ສະຖານທີ່ພັກເຊົາຂອງຕົນ ໂດຍບໍ່ໃຫ້ມີການສຳຜັດ ຫຼື ໃກ້ຊິດກັບຄົນອື່ນ ຄອບຄົວ ຫຼື ຜູ້ປະກອບການ ຕ້ອງອຳນວຍຄວາມສະດວກໃນການຈັດຫາອາຫານ ແລະ ສິ່ງທີ່ຈຳເປັນອື່ນໆໃຫ້ບຸກຄົນທີ່ຖືກຈຳກັດບໍລິເວນ ຖ້າຫາກມີອາການໄຂ້ ໄອ ຫຼື ຫາຍ ໃຈຍາກ ແມ່ນໃຫ້ຕິດຕໍ່ສາຍດ່ວນ 166 ຫຼື 020-3406 6777 ທັນທີ ເພື່ອຂໍຄຳແນະນຳສິ່ງທີ່ຄວນປະຕິບັດຂັ້ນຕໍ່ໄປ.
ສຳລັບທຸກຄົນທີ່ເດີນທາງເຂົ້າ ສປປ ລາວ ທີ່ບໍ່ມີອາການ ແລະ ບໍ່ເຂົ້າກັບເງື່ອນໄຂມາດຕະການ ແຍກປ່ຽວ ມາດຕະການຈຳກັດບໍລິເວນ ແມ່ນໃຫ້ປະຕິບັດມາດຕະການຕິດຕາມຕົນເອງ 14 ວັນ ຄື: ການຕິດຕາມຕົນເອງ ແມ່ນການຕິດຕາມສຸຂະພາບ ແລະ ອາການຂອງຕົນເອງໃນໄລຍະເວລາ 14 ວັນ ຫຼັງເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຕ້ອງຕິດຕາມອາການໄຂ້ ໄອ ຫຼື ຫາຍໃຈຍາກຂອງຕົນເອງທຸກມື້ ຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ ລ້າງມືໃຫ້ສະອາດເລື້ອຍໆ ປະຕິບັດມາລະຍາດການໄອ-ຈາມ.
ໃນໄລຍະຕິດຕາມອາການ ຜູ້ກ່ຽວສາມາດອອກໄປເຮັດກິດຈະກຳປະຈຳວັນໄດ້ ໂດຍແນະນຳໃຫ້ໃສ່ຜ້າອັດປາກ ຖ້າມີອາການໄຂ້ ໄອ ຫຼື ຫາຍໃຈຍາກ ໃຫ້ຕິດຕໍ່ສາຍດ່ວນ 166 ຫຼື 020-5406 6777 ທັນທີ ເພື່ອຂໍຄຳແນະນຳສິ່ງທີ່ຄວນປະຕິບັດຂັ້ນຕໍ່ໄປ.