
ໃນວັນທີ 16 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຕິດຕາມເຝົ້າລະວັງ ປ້ອງກັນຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1.

ໃນໂອກາດດັ່ງກ່າວ ທ່ານ ພັນເອກ ຄຳພອນ ເທບພະວົງ ຫົວໜ້າດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ລາຍງານສະພາບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ວ່າ: ພາຍຫຼັງໄດ້ຮັບແຈ້ງການຈາກກະຊວງສາທາລະນະສຸກ ທາງຂົວມິດຕະພາບລາວ-ໄທ 1 ຂອງພວກເຮົາໄດ້ເປັນເຈົ້າການປ້ອງກັນພະຍາດດັ່ງກ່າວແຕ່ຫົວທີ ໂດຍໄດ້ເຮັດອະນາໄມທຸກໆວັນ ໃຫ້ທຸກຄົນໃສ່ຜ້າອັດປາກ ແລະ ລ້າງມືເປັນປະຈຳ ທັງໄດ້ຈັດຕັ້ງໜ່ວຍງານແພດເພື່ອກວດກັ່ນກອງໃນ 4 ຈຸດ ໃນນັ້ນຢູ່ດ່ານຂາເຂົ້າ 3 ຈຸດ ແລະ ອີກຈຸດໜຶ່ງແມ່ນຕັ້ງຢູ່ສະຖານີລົດໄຟທ່ານາແລ້ງ ເຊິ່ງພາຍຫຼັງຕັ້ງຈຸດກວດກາແລ້ວ ພວກເຮົາກໍໄດ້ມີການກວດກາຢ່າງເຂັ້ມງວດຕໍ່ຜູ້ເຂົ້າອອກດ່ານເປັນປະຈຳ ໂດຍວັດແທກອຸນຫະພູມດ້ວຍເຄື່ອງວັດແທກອຸນຫະພູມ ແນະນຳການລ້າງມື ພາຍຫຼັງກວດແມ່ນໄດ້ມີໃບຢັ້ງຢືນໃຫ້ຜູ້ທີ່ໄດ້ຜ່ານການກວດທາງການແພດ ໃນກໍລະນີບໍ່ມີການຢັ້ງຢືນຈາກແພດ ແມ່ນຈະບໍ່ໃຫ້ເຂົ້າ-ອອກເມືອງເດັດຂາດ ເຊິ່ງຕໍ່ກໍລະນີນີ້ ແມ່ນແນະນຳຜູ້ກ່ຽວໄປກວດກາທາງການແພດກ່ອນ ຈຶ່ງຈະອະນຸຍາດໃຫ້ເຂົ້າ ສຳລັບການເດີນທາງເຂົ້າ-ອອກດ່ານ ພາຍຫຼັງທີ່ເກີດການລະບາດຂອງພະຍາດດັ່ງກ່າວ ຢູ່ປະເທດໃກ້ຄຽງ ແມ່ນຫຼຸດລົງ 2 ສ່ວນ 3 ຂອງເມື່ອກ່ອນ ທີ່ມີຄົນອອກປະມານ 10.000 ຄົນຕໍ່ວັນ.

ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກໄດ້ກ່າວວ່າ: ອີງການການກວດກັ່ນກອງຄົນເຂົ້າອອກຂອງໜ່ວຍງານສາທາລະນະສຸກປະຈຳດ່ານ ໃນວັນທີ 15 ມີນາ 2020 ມີຜູ້ເດີນທາງຂາເຂົ້າ 4.800 ຄົນ ໃນນັ້ນມີຄົນລາວເຂົ້າມາ 1.700 ກວ່າຄົນ ສຳລັບຂາອອກມີຜູ້ເດີນທາງອອກ 5 ພັນປາຍຄົນ ສຳລັບຢູ່ສະຖານີລົດໄຟທ່ານາແລ້ງມີຜູ້ເດີນທາງເຂົ້າ 19 ຄົນ ໃນໄລຍະມີການເຝົ້າລະວັງການລະບາດນີ້ ແມ່ນໄດ້ແຕ່ງທີມງານແພດມາເຝົ້າລະວັງປະຈຳດ່ານ ເລີ່ມແຕ່ເປີດດ່ານຈົນເຖີງປິດດ່ານມື້ລະ 7 ຄົນ ເຊິ່ງທີມແພດຂອງພວກເຮົາ ໄດ້ຕັ້ງໜ້າປະຕິບັດວຽກງານກວດກັ່ນກອງຢ່າງຕັ້ງໜ້າ.
ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງເພີ່ມອຸປະກອນ ແລະ ບຸກຄະລາກອນການແພດໃຫ້ພຽງພໍ ໃຫ້ເອົາໃຈໃສ່ກວດກັ່ນກອງ ຜູ້ເດີນທາງເຂົ້າໃຫ້ທົ່ວເຖິງທຸກຄົນ ແລະ ໃຫ້ເຊີນເອົາຜູ້ປະກອບການໃນບໍລິເວນຂົວມິດຕະພາບລາວ-ໄທ 1 ມາເຜີຍແຜ່ໃຫ້ຄວາມຮູ້ວິທີການປ້ອງກັນ ແລະ ກວດກັ່ນກອງຜູ້ທີ່ເດີນທາງເຂົ້າມາໃຊ້ບໍລິການໃຫ້ຄວາມຮ່ວມມືໃນການເຝົ້າລະວັງ ແລະ ຄວບຄຸມພະຍາດດັ່ງກ່າວ ພ້ອມທັງເພີ່ມທະວີເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບພະຍາດ COVID-19 ໂດຍສະເພາະອັນຕະລາຍ ແລະ ວິທີປ້ອງກັນແກ່ຜູ້ເດີນທາງເຂົ້າ-ອອກ ແລະ ພາກສ່ວນກ່ຽວຂ້ອງຕ້ອງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຢ່າງເຂັ້ມງວດ ເຖິງວ່າຜູ້ເດີນທາງເຂົ້າ-ອອກມີຈຳນວນຫຼຸດລົງ ແຕ່ຕົວເລກທີ່ຫຼຸດລົງນັ້ນກໍຖືວ່າຍັງສູງ ສະນັ້ນຕ້ອງເພີ່ມມາດຕະການໃນການກວດກັ່ນກອງຢ່າງເອົາໃຈໃສ່ ພ້ອມທັງຮຽກຮ້ອງເຖິງປະຊາຊົນ ສຶກສາອົບຮົມລູກຫຼານ ແລະ ຄົນໃນຄອບຄົວຂອງຕົນເອົາໃຈໃສ່ຫຼີກລ່ຽງໃນການເດີນທາງໄປປະເທດກຸ່ມສ່ຽງ ເພື່ອຮັກສາສຸຂະພາບ ແລະ ຫຼີກລ່ຽງການນຳເຊື້ອພະຍາດເຂົ້າມາໃນ ສປປ ລາວເຮົາ.