ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ 2 ແຂວງ ມູນຄ່າ 85 ລ້ານກວ່າກີບ

    ພິທີມອບນໍ້າດື່ມ ຈຳນວນ 2.000 ແກັດ ລວມມູນຄ່າ 85.450.000 ກີບ ຈັດຂຶ້ນໃນວັນທີ 17 ກັນຍາ 2022 ທີ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ ໃຫ້ກຽດມອບໂດຍທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍບໍລິຫານ ແລະ ກິດຈະກຳເພື່ອສັງຄົມ ບໍລິສັດ ເບຍລາວ ຈຳກັດ ແລະ ຕາງໜ້າຮັບໂດຍແມ່ນທ່ານ ຄຳປະສົງ ຄົງຄຳ ເຈົ້າເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ຍັງມີ 3 ອົງການຈັດຕັ້ງມະຫາຊົນພາຍໃນບໍລິສັດ ເບຍລາວ ເຂົ້າຮ່ວມ.

    ການຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອເປັນການຄືນກຳໄລໃຫ້ແກ່ສັງຄົມ ແລະ ເປັນການຊ່ວຍເຫຼືອບັນເທົາທຸກໃຫ້ກັບພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ແຂວງອຸດົມໄຊ ພ້ອມດຽວກັນນັ້ນ ທາງບໍລິສັດ ເບຍລາວ ຍັງມີການລະດົມທຶນຈາກ ບໍລິສັດ ຄູ່ຄ້າ ບໍ່ວ່າຈະເປັນ ບໍລິສັດ ຂົນສົ່ງ ບີຊີເອວ ບໍລິສັດ ພີວີເທຣດ ບໍລິສັດ ພີວີອອຍ ເພື່ອໃຫ້ບໍລິສັດ ຄູ່ຄ້າໄດ້ມີສ່ວນຮ່ວມຊ່ວຍເຫຼືອສັງຄົມໃນການຂົນສົ່ງນ້ຳດື່ມ ຈຳນວນ 1.000 ແກັດ ໄປທີ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແລະ ອີກ 1.000 ແກັດ ໄປທີ່ແຂວງອຸດົມໄຊ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.

    ກິດຈະກຳດັ່ງກ່າວ ເຊິ່ງເປັນຄັ້ງທຳອິດໃນການເຊີນຊວນຄູ່ຄ້າເຂົ້າມາປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ໃນອະນາຄົດຕໍ່ໜ້າ ທາງບໍລິສັດ ເບຍລາວ ຍັງຈະມີການວາງແຜນລະດົມທຶນຮອນໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມຊ່ວຍເຫຼືອສັງຄົມຕື່ມອີກ.

error: Content is protected !!