ຍົກລະດັບຄວາມຮູ້ເຄື່ອງວິໄຈຢາເສບຕິດໃນຫ້ອງທົດລອງ

   ຊຸດເຝິກອົບຮົມເຄື່ອງວິໄຈຢາເສບຕິດ ໃຫ້ກັບນັກສໍາມະນາກອນຫ້ອງທົດລອງ ຂອງກົມຕໍາຫຼວດນິຕິວິທະຍາ ນະຄອນຫຼວງວຽງຈັນ ຫ້ອງຄວບຄຸມຢາເສບຕິດແຂວງ ປກສ ແຂວງ ອຸດົມໄຊ ແລະ ຫ້ອງຄວບຄຸມຢາເສບຕິດແຂວງ ປກສ ແຂວງ ຈໍາປາສັກ ຈັດຂຶ້ນວັນທີ 21-22 ກັນຍາ 2022 ຢູ່ກົມຕຳຫຼວດນິຕິວິທະຍາ ນະຄອນຫຼວງວຽງຈັນ ມີທ່ານ ພັນເອກ ບຸນຖິ່ນ ແກ້ວມົນລັດຊີ ຫົວໜ້າກົມຕຳຫຼວດນິຕິວິທະຍາ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3S ພັດທະນາ ທ່ານ ຈູລຽນ ມໍເລັທ໌ ຜູ້ອໍານວຍການບໍລິສັດ DKSH laos ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຳມະນາກອນຈາກກົມຕໍາຫຼວດນິຕິວິທະຍາ ນະຄອນຫຼວງ ຫ້ອງຄວບຄຸມຕ້ານຢາເສບຕິດ ປກສ ແຂວງ ອຸດົມໄຊ ຫ້ອງຄວບຄຸມຕ້ານຢາເສບຕິດ ປກສ ແຂວງ ຈໍາປາສັກ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (315) ພາກສ່ວນຕິວິທະຍາກອງທັບ ພ້ອມດ້ວຍວິຊາການຈາກບໍລິສັດ ແລະ ຄູເຝິກຮົບຮົມຊ່ຽວຊານຈາກສູນເອຈິເນ ລວມທັງໝົດ 32 ຄົນເຂົ້າຮ່ວມ.

    ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3S ພັດທະນາ ກ່າວວ່າ: ການເຝິກອົບຮົມວິທີການນໍາໃຊ້ເຄື່ອງວິໄຈຢາເສບຕິດໃນຄັ້ງນີ້ ແມ່ນອີງຕາມການສະເໜີຂອງຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປັນການເຝິກຮົບຮົມຊ່ວຍເຫຼືອລ້າ ເຊິ່ງໄດ້ເຫັນເຖິງຄວາມສຳຄັນວຽກງານວິຊາສະເພາະນິຕິວິທະຍາ ແລະ ກໍເປັນວາລະແຫ່ງຊາດຕໍ່ກັບວຽກງານປາບປາມຢາເສບຕິດ ທີ່ທາງຄະນະພັກ ຄະນະນໍາກະຊວງ ໄດ້ໃຫ້ຄວາມສຳຄັນກັບວຽກງານດັ່ງກ່າວ.

    ສໍາລັບການເຝິກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນດ້ານທຶນຮອນ ແລະ ຄູເຝິກກ່ຽວຊານຈາກສູນໂຮງງານ AGILENT ໂດຍບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ບໍລິສັດ DKSH LAOS ແລະ Agilent technologies ເຊິ່ງເນື້ອໃນການເຝິກອົບຮົມ ປະກອບມີ ຫຼັກການເຮັດວຽກຂອງເຄື່ອງ ແລະ ການນໍາໃຊ້ເຄື່ອງ GCMS ເປັນຕົ້ນ ຂັ້ນຕອນການແລ່ນຕົວຢ່າງ ຂັ້ນຕອນວິເຄາະຜົນ ການກວດຫາສານເສບຕິດທີ່ຍຶດໄດ້ຢ່າງໝັ້ນໃຈ ບໍ່ວ່າຈະຢູ່ໃນ ຫຼື ນອກຫ້ອງທົດລອງ ການບໍາລຸງຮັກສາໃນເບື້ອງຕົ້ນ ແລະ ການປະຕິບັດຕົວຈິງໃນຫ້ອງທົດລອງ ໂດຍສະເພາະ ການສະກັດກັ້ນຕົວຢ່າງຈາກນໍ້າປັດສະວະ.

# ຂ່າວ – ພາບ : ຂັນທະວີ                                                     

error: Content is protected !!