ທະນາຄານພັດທະນາອາຊີ (ADB) ເປີດເຜີຍວັນທີ 21 ກັນຍາຜ່ານມາໃຫ້ຮູ້ວ່າ: ອີງຕາມດັດສະນີໃໝ່ທີ່ພັດທະນາຂຶ້ນໂດຍ ADB ເຊິ່ງ 4/5 ຂອງເສດຖະກິດປະເທດໃນອາຊີທີ່ກຳລັງພັດທະນາ ແມ່ນຢູ່ລຸ່ມສຸດຂອງການຈັດລໍາດັບໂລກ ເປັນຕົ້ນ ດ້ານສະພາບແວດລ້ອມດິຈິຕອນ ແລະ ລະບົບການສະໜັບສະໜູນຜູ້ປະກອບການ ໃນນີ້ ປະເທດສິງກະໂປ ເປັນປະເທດທີ່ມີສະພາບແວດລ້ອມດີຈິຕອນ ແລະ ລະບົບສະໜັບສະໜູນຜູ້ປະກອບການທີ່ດີທີ່ສຸດໃນໂລກ ເຊິ່ງດັດສະນີດັ່ງກ່າວ ແມ່ນໄດ້ອີງຕາມດັດສະນີໂລກ ກ່ຽວກັບລະບົບຜູ້ປະກອບການດິຈິຕອນ ທີ່ໄດ້ຖືກເຜີຍແຜ່ວັນທີ 21 ກັນຍາຜ່ານມາ ທີ່ເປັນສ່ວນໜຶ່ງຂອງບົດລາຍງານການຄາດຄະເນການພັດທະຂອງນາອາຊີ ໃນປີ 2022 ສະບັບປັບປຸງ ສຳລັບປະເທດສະຫະລັດ ຖືກຈັດເປັນລໍາດັບສອງ ຂະນະທີ່ປະເທດຊູແອັດ ຖືກຈັດເປັນລໍາດັບ 3 ຢູ່ບັນດາ 113 ເສດຖະກິດໃນບັນຊີລາຍຊື່ປະເທດພັດທະນາ ແຕ່ວ່າ 17 ປະເທດ ໃນຈຳນວນ 21 ເສດຖະກິດຂອງປະເທດທີ່ກຳລັງພັດທະນາໃນອາຊີທີ່ຮວມຢູ່ໃນນັ້ນ ໄດ້ຖືກຈັດລໍາດັບໃນລະດັບຕໍ່າສຸດ ເຊິ່ງໄດ້ເປັນການເນັ້ນເຖິງຄວາມຈໍາເປັນສຳລັບຫຼາຍໆປະເທດ ແລະ ໃນບັນດາປະເທດເຫຼົ່ານັ້ນ ຈະຕ້ອງມີການບຳລຸງ ແລະ ສ້າງຜູ້ການປະກອບການດ້ານດິຈິຕອນຂຶ້ນໃໝ່ໃຫ້ຫຼາຍຂຶ້ນ.

ທ່ານ ອາລເບີດ ພາກຄ໌ ຫົວໜ້ານັກເສດຖະສາດຂອງ ADB ກ່າວວ່າ: ໂລກແຫ່ງດີຈິຕອນ ໃຫ້ໂອກາດແກ່ການເຕີບໂຕທີ່ຍິ່ງໃຫຍ່ ສໍາລັບພາກທຸລະກິດໃນຂົງເຂດອາຊີ ແລະ ປາຊີຟິກ ມັນເປັນໂຕຂັບເຄື່ອນນະວັດຕະກໍາ ທີ່ເປັນກະແຈສຳຄັນ ສໍາລັບເສດຖະກິດຂອງປະເທດທີ່ກໍາລັງພະຍາຍາມພັດທະນາ ເພື່ອບັນລຸສະຖານະພາບປະເທດທີ່ມີລາຍໄດ້ສູງ ມັນຍັງສາມາດເຮັດໃຫ້ເສດຖະກິດຂອງປະເທດມີຄວາມຜ່ອນຜັນຫຼາຍຂຶ້ນ ດັ່ງທີ່ເຫັນໄດ້ໃນເວລາທີ່ເຕັກໂນໂລຊີດິຈິຕອນໄດ້ຊ່ວຍໃຫ້ທຸລະກິດຈໍານວນຫຼາຍລອດວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມັນສາມາດຊຸກຍູ້ການເຕີບໂຕໂດຍລວມ ດ້ວຍການຫຼຸດຜ່ອນຄ່າໃຊ້ຈ່າຍໃນການເລີ່ມຕົ້ນເຮັດທຸລະກິດ ເພື່ອເຮັດໃຫ້ສິ່ງນີ້ເກີດຂຶ້ນໄດ້ ມັນຈຳເປັນຕ້ອງມີສະພາບແວດລ້ອມສະໜັບສະໜູນໃຫ້ສາມາດດໍາເນີນການໄດ້ ດ້ວຍນະໂຍບາຍ ແລະ ແຮງຈູງໃຈທີ່ເໝາະສົມ ໃນຂະນະທີ່ສະພາບແວດລ້ອມສໍາລັບຜູ້ປະກອບການດ້ານດິຈິຕອນຂອງອາຊີ ໄດ້ມີຄວາມກ້າວໜ້າຢ່າງຫຼວງຫຼາຍໃນ 2-3 ປີທີ່ຜ່ານມາ ແຕ່ຍັງມີຊ່ອງຫວ່າງຫຼາຍສໍາລັບການປັບປຸງ.
ດັດສະນີ ວັດແທກຄຸນນະພາບຂອງສະພາບແວດລ້ອມສໍາລັບຜູ້ປະກອບການດ້ານດິຈິຕອນ ໂດຍເບິ່ງລະດັບຂອງຄວາມເປັນດິຈິຕອນໃນ 8 ດ້ານຄື: ວັດທະນະທໍາ ສະຖາບັນ ເງື່ອນໄຂສະພາບຂອງຕະຫຼາດ ພື້ນຖານໂຄງລ່າງ ທຶນມະນຸດ ຄວາມຮູ້ ການເງິນ ແລະ ເຄືອຂ່າຍ.
ນອກຈາກການລົງທຶນໃນພື້ນຖານໂຄງລ່າງດິຈິຕອນ ເຊັ່ນວ່າ ເຄືອຂ່າຍບຣອດແບນ ລັດຖະບານຕ້ອງສົ່ງເສີມຄວາມໝັ້ນຄົງທາງດ້ານການເມືອງ ລະບົບກົດໝາຍທີ່ເຊື່ອຖືໄດ້ ຕະຫຼາດເປີດກ້ວາງ ແລະ ມີການແຂ່ງຂັນ ແລະ ສິດຄອບຄອງຊັບສິນທີ່ເຂັ້ມແຂງ.
ການວິເຄາະຂອງ ADB ສະແດງໃຫ້ເຫັນວ່າ ລະບຽບກົດໝາຍທີ່ເຂັ້ມແຂງ ມີຜົນກະທົບທາງບວກຕໍ່ການປະດິດສ້າງຂອງວິສາຫະກິດ ໃນຂະນະທີ່ການສໍ້ລາດບັງຫຼວງມີໜ້ອຍລົງໃນສັງຄົມ ແມ່ນສຳພັນກັບການເພີ່ມຂຶ້ນຂອງຈຳນວນຜູ້ປະກອບການໃໝ່ໃນຕະຫຼາດ.
ສຳລັບຂົງເຂດອາຊີ ແລະ ປາຊີຟິກ ໂດຍລວມແລ້ວ ວັດທະນະທຳທີ່ສະໜັບສະໜູນຍັງບໍ່ທັນພຽງພໍ ແມ່ນເປັນຈຸດອ່ອນອັນໜຶ່ງໃນບັນດາຈຸດອ່ອນທີ່ສຸດ ເມື່ອເວົ້າເຖິງການບຳລຸງ ແລະ ສ້າງຜູ້ປະກອບການດ້ານດິຈິຕອນ ຕົວຢ່າງໜຶ່ງແມ່ນການຂາດຄວາມຮັບຮູ້ຂອງມວນຊົນໃນທົ່ວສັງຄົມ ຕໍ່ກັບບົດບາດສໍາຄັນ ທີ່ຜູ້ປະກອບການມີບົດບາດໃນຄວາມກ້າວໜ້າທາງດ້ານເສດຖະກິດ ແລະ ຫົນທາງໜຶ່ງທີ່ຈະປ່ຽນແປງສິ່ງນີ້ໄດ້ ແມ່ນການຍົກສູງລະດັບຄວາມຮັບຮູ້ຂອງມວນຊົນ ກ່ຽວກັບການເປັນຜູ້ປະກອບການຜ່ານການສຶກສາ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.