ບໍ່ແກ້ວ-ຊຽງຣາຍ ຈັດກິດຈະກຳແລ່ນມາຣາທອນຂ້າມຂອງ ເຊື່ອມໂຍງການທ່ອງທ່ຽວ

    ວັນທີ 18 ກັນຍາ 2022 ຜ່ານມາ  ແຂວງບໍ່ແກ້ວ ຮ່ວມກັບ ແຂວງຊຽງຣາຍ ລາຊາອານາຈັກໄທ ຈັດກິດຈະກຳແລ່ນມາຣາທອນຂ້າມຂອງ ເພື່ອເຊື່ອມໂຍງການທ່ອງທ່ຽວ ການຄ້າ ສົ່ງເສີມກິລາເພື່ອສຸຂະພາບ ແລະ ເຊື່ອມສຳພັນໄມຕີຈິດ ມິດຕະພາບ ລະຫວ່າງເມືອງຫ້ວຍຊາຍ ກັບເມືອງຊຽງຂອງ ໃຫ້ມີຄວາມແໜ້ນແຟ້ນ ແລະ ຍືນຍົງຕະຫຼອດໄປ.

      ການຈັດກິດຈະກຳໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມຫຼາຍກວ່າ 1.400 ຄົນ ແບ່ງເປັນແຕ່ລະປະເພດແລ່ນຄື: ຮາບມາຣາທອນ ໄລຍະທາງ 21 ກິໂລແມັດ ມີນິມາຣາທອນ 10 ກິໂລແມັດ ຟັນລັນ 5 ກິໂລແມັດ ຣັນຟໍຊອບ 12 ກິໂລແມັດ ທັງນີ້ກໍເພື່ອເປັນການກະຕຸກຊູກຍູ້ທາງດ້ານເສດຖະກິດ ຕິດພັນກັບການຜັນຂະຫຍາຍ 2 ວາລະແຫ່ງຊາດ ໂດຍການສົ່ງເສີມການທ່ອງທ່ຽວດ້ວຍຫຼາຍຮູບການ ທັງເປັນການສົ່ງເສີມກິລາເພື່ອສຸຂະພາບ ເຊື່ອມໂຍງສາຍສໍາພັນອັນດີງາມຂອງສອງຊາດລາວ-ໄທ ໂດຍສະເພາະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກັບເມືອງຊຽງຂອງ ແຂວງຊຽງຣາຍ ປະເທດໄທ ໃຫ້ມີຄວາມຍືນຍົງ ແລະ ຕ່າງຝ່າຍຕ່າງມີຝົນປະໂຫຍດຮ່ວມກັນ ເຊິ່ງພາຍຫຼັງສໍາເລັດການແຂ່ງຂັນ ທ່ານ ເຄືອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ກໍໄດ້ມອບຫຼຽນທີ່ລະນຶກໃຫ້ແກ່ຜູ້ທີ່ແລ່ນເຂົ້າເສັ້ນໄຊຈຳນວນ 300 ກວ່າຄົນ ໂດຍມີທ່ານ ສົມຄິດ ວົງປະຍາ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະນທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ບັນດາການນຳຂອງເມືອງ ຜູ້ອຳນວຍການການທ່ອງທ່ຽວແຫ່ງປະເທດໄທ ສໍານັກງານຊຽງຣາຍ ເຈົ້າເມືອງຊຽງຂອງແລະ ພາສ່ວນກ່ຽວຂອງເຂົ້າຮ່ວມ.

error: Content is protected !!