ໄຂຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ

    ວັນທີ 16 ກັນຍາ 2022 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ໄຂຊຸດເຝິກອົບຮົມບຳ ລຸງທິດສະດີການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VII ໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນ ຫສນຍ ເຂົ້າຮ່ວມໃນພິທີເປີດຂອງທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ມີຜູ້ຕາງໜ້າຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຕາງໜ້າຄະນະພັກຮາກຖານ ຄະນະໜ່ວຍພັກຮາກຖານ ອົງການຈັດຕັ້ງມະຫາຊົນ ແລະ ສຳມະນາກອນພາຍໃນ ຫສນຍ ເຂົ້າຮ່ວມ.

     ຈຸດປະສົງຂອງການເຝິກອົບຮົມ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ແກ່ສະມາຊິກພັກ ພະນັກງານຫຼັກແຫຼ່ງ ໂດຍສະເພາະ ແມ່ນພະນັກງານທີ່ຢູ່ໃນແຜນກຳນົດກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງຂອງ ຫສນຍ ໃຫ້ມີຄວາມໜັກແໜ້ນ ເລິກເຊິ່ງ ມີທັດສະນະຫຼັກໝັ້ນຊົນຊັ້ນ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ມີແບບແຜນດຳລົງຊີວິດປອດໃສ ມີແບບແຜນການນໍາພາ ແບບວິທີເຮັດວຽກທີ່ຖືກຕ້ອງ ສອດຄ່ອງກັບແນວທາງ-ນະໂຍບາຍຂອງພັກ ກົດໝາຍ ລະບຽບການຂອງລັດ ທັງເປັນເຄື່ອງມືທີ່ສໍາຄັນ ຮັບປະກັນມາດຖານເງື່ອນໄຂຂອງສະມາຊິກພັກ-ພະນັກງານ ເພື່ອກໍ່ສ້າງເປັນພະນັກງານສືບທອດ ປ່ຽນແທນ ໃນຕໍ່ໜ້າ.

    ເນື້ອໃນ ແລະ ບົດຮຽນ ທີ່ຈະນຳເຂົ້າໃນການເຝິກອົບຮົມຄັ້ງນີ້ ປະກອບມີ 5 ວິຊາຄື: ວິຊາປັດຊະຍາມາກ-ເລນິນ ວິຊາເສດຖະສາດການເມືອງ ວິຊາລັດທິສັງຄົມນິຍົມວິທະຍາສາດ ວິຊາບໍລິຫານສາດ ແລະ ວິຊາກໍ່ສ້າງພັກ ໂດຍແມ່ນອາຈານຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດເປັນຜູ້ຂຶ້ນຫ້ອງສິດສອນ ເຊິ່ງມີສຳມະນາກອນເຂົ້າຮ່ວມທັງໝົດ 40 ສະຫາຍ ເຊີ່ງຈະເລີ່ມດໍາເນີນການເຝິກອົບຮົມໃນວັນທີ 19 ກັນຍາ 2022 ເປັນຕົ້ນໄປ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!