ໄຂນໍາໃຊ້ຂົວເບເລຂ້າມນໍ້າເງິນ ບ້ານຫຼວງມີໄຊ

    ເມື່ອບໍ່ດົນມານີ້  ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ແລະ ໄຂນໍາໃຊ້ຂົວເບເລຂ້າມນໍ້າເງິນ ບ້ານຫຼວງມີໄຊ  ພາຍຫຼັງດຳເນີນການກໍ່ສ້າງມາແຕ່ທ້າຍປີ 2021 ຜ່ານມາ ໂດຍມີທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງເງິນ ທ່ານ ພູວັງ ກອງຊັບ ຫົວໜ້າຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ຄໍາຂ່ອງ ແກ້ວມະນີ ປະທານ ບໍລິສັດ ຊະນະໄຊກໍ່ສ້າງ ຄົບວົງຈອນຈໍາກັດ ໃນນາມຜູ້ຮັບເໜົາກໍ່ສ້າງ ໄດ້ກ່າວວ່າ: ຂົວເບເລຂ້າມນໍ້າເງິນ ບ້ານຫຼວງມີໄຊ ໄດ້ເລີ່ມລົງກໍ່ສ້າງມາແຕ່ວັນທີ 9 ທັນວາ 2021-ວັນທີ 9 ມິຖຸນາ 2022 ໃຊ້ເວລາການກໍ່ສ້າງທັງໜົດ 6 ເດືອນ ຂົວດັ່ງກ່າວ ມີຄວາມຍາວທັງໜົດ 18 ແມັດ ກວ້າງ 6 ແມັດ ສາມາດຮັບນໍ້າໜັກໄດ້ 20 ໂຕນ ລວມມູນຄ່າການກໍ່ສ້າງທັງໜົດ 894 ລ້ານກວ່າກີບ ໃນນີ້ ໄດ້ຮັບທຶນກໍ່ສ້າງຈາກງົບປະມານຂອງຫ້ອງການກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາຊຸມຊົນ ໂຄງການພະລັງຄວາມຮ້ອນຫົງສາ 878 ລ້ານກວ່າກີບ ແລະ ທຶນສົມທົບຂອງປະຊາຊົນ ໄມ້ແປ້ນປູໜ້າຂົວ ແລະ ສີທາ ມູນຄ່າ 16 ລ້ານກວ່າກີບ.

     ໂອກາດນີ້ ທ່ານ ທອງພັນ ສຸກສະຫວັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ຊະນະໄຊ ກໍ່ສ້າງ ຄົບວົງຈອນຈຳກັດ ທີ່ເອົາໃຈໃສ່ໃນການກໍ່ສ້າງຂົວຈົນສຳເລັດຕາມແຜນການ ຄະນະຮັບຜິດຊອບກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ພ້ອມທັງປະຊາຊົນໄດ້ມີສ່ວນຮ່ວມ ແລະ ອໍານວຍຄວາມສະດວກຫຼາຍດ້ານ ໂດຍຕິດພັນກັບແຜນພັດທະນາເສດຖະກິດຂອງເມືອງ ແລະ ບ້ານ ກ່ອນໜ້ານີ້ ຂົວຂ້າມນໍ້າເງິນ ບ້ານຫຼວງມີໄຊ ແມ່ນກໍ່ສ້າງສຳເລັດໄປຫຼາຍຄັ້ງ ແຕ່ເປັນຂົວໄມ້ ແລະ ເປັນຂົວຊົ່ວຄາວ ເມື່ອຮອດລະດູຝົນ ຫຼື ເວລາເກີດໄພທໍາມະຊາດ ຈຶ່ງໄດ້ເຮັດໃຫ້ຂົວເປ່ເພ ນໍ້າຖ້ວມຂົວ ເຮັດໃຫ້ການສັນຈອນໄປ-ມາຫາເຂດທໍາການຜະລິດ ຂອງປະຊາຊົນພົບຄວາມຫຍຸ້ງຍາກ ພາຍຫຼັງກໍ່ສ້າງສຳເລັດຄັ້ງນີ້ ຂົວດັ່ງກ່າວຈະອຳນວຍຄວາມສະດວກ ໃນການໄປທໍາການຜະລິດ ແລະ ຂົ່ນສົ່ງຜົນຜະລິດຂອງປະຊາຊົນຫຼາຍຂຶ້ນກວ່າເກົ່າ.

error: Content is protected !!