ວິທະຍາໄລເຕັກນິກສັບພະວິຊາ ມີນັກສຶກສາທີ່ຈົບການສຶກສາທັງໝົດ 528 ຄົນ

    ວິທະຍາໄລເຕັກນິກ ສັບພະວິຊາ ໄດ້ຈັດພິທີສະຫຼຸບຜົນສຳເລັດຂອງການຈັດຕັ້ງປະຕິບັດການຮຽນການສອນ ສົກຮຽນ 2021-2022 ແລະ ໄຂສົກຮຽນໃໝ່ 2022-2023 ວັນທີ 14 ກັນຍາ 2022 ຜ່ານມາ ທີ່ສະໂມສອນໃຫຍ່ວິທະຍາໄລດັ່ງກ່າວ ໂດຍມີທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ວິໄລພອນ ພົມມະຫາໄຊ ຜູ້ອຳນວຍການວິທະຍາໄລເຕັກນິກສັບພະວິຊາ ຄະນະອໍານວຍການ ພະນັກງານຄູ-ອາຈານ ແລະ ນັກສຶກສາ ພາຍໃນວິທະຍາໄລເຂົ້າຮ່ວມ.

     ທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວໃຫ້ຮູ້ວ່າ: ຫຼັກສູດການຮຽນ-ການສອນ ໄດ້ຈັດຕັ້ງການຮຽນການສອນຕາມຫຼັກສູດຊັ້ນກາງ 9+3 12+2 ຊັ້ນສູງ 12+3 ແລະ ຊັ້ນສູງຕໍ່ເນື່ອງ ມີ 3 ພະແນກການ ຄື: ພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ ພະແນກວິຊາການ ແລະ ພະແນກກິດຈະການນັກສຶກສາ ແລະ 5 ພາກວິຊາສະເພາະ ເຊັ່ນ: ພາກວິຊາໄຟຟ້າ ວິຊາວັດແທກ ແລະ ຄຸ້ມຄອງທີ່ດິນ ວິຊາໄອທີວິສະວະກໍາ ວິຊາທໍລະນີສາດ ແລະ ພາກວິຊາບໍ່ແຮ່.

    ໃນສົກຮຽນ 2021-2022 ວິທະຍາໄລ ມີນັກສຶກສາທີ່ຈົບການສຶກສາທັງໝົດ 528 ຄົນ ໃນນີ້ ພາກວິຊາໄອທີ ວິສະວະກໍາ ມີ 3 ສາຂາວິຊາ ຄື: ໄອທີ ພູມສັນຖານ ໄອທີ ອຸດສາຫະກໍາ ແລະ ວິທະຍາສາດຄອມພິວເຕີ ມີນັກຮຽນເສັງເລື່ອນຂັ້ນໄດ້ 114 ຄົນ ເສັງຈົບຊັ້ນໄດ້ 130 ຄົນ ພາກວິຊາໄຟຟ້າ ມີ 3 ສາຂາວິຊາ ຄື: ໄຟຟ້າທົ່ວໄປ ໄຟຟ້າພະລັງງານນໍ້າ ແລະ ໄຟຟ້າກົນຈັກພະລັງງານນໍ້າ ມີນັກຮຽນເສັງເລື່ອນຂັ້ນໄດ້ 131 ຄົນ ເສັງຈົບຊັ້ນໄດ້ 284 ຄົນ ພາກວິຊາວັດແທກ ແລະ ຄຸ້ມຄອງທີ່ດິນ ມີ 3 ສາຂາວິຊາ ຄື: ສໍາຫຼວດວັດແທກ-ຄຸ້ມຄອງທີ່ດິນປະເມີນລາຄາຊັບສິນ-ທີ່ດິນ ແລະ ວັດແທກກໍ່ສ້າງ ມີນັກຮຽນເສັງເລື່ອນຂັ້ນໄດ້ 46 ຄົນ ເສັງຈົບຊັ້ນໄດ້ 31 ຄົນ ພາກວິຊາທໍລະນີສາດ ມີ 2 ສາຂາວິຊາ ຄື: ຊອກຄົ້ນ-ສໍາຫຼວດ ແລະ ສິ່ງແວດລ້ອມອຸດສາຫະກໍາ ມີນັກຮຽນເສັງເລື່ອນຂັ້ນໄດ້ 15 ຄົນ ເສັງຈົບຊັ້ນໄດ້ 24 ຄົນ ພາກວິຊາບໍ່ແຮ່ ມີ 2 ສາຂາວິຊາ ຄື: ວິສະວະກໍາຂຸດຄົ້ນແຮ່ທາດ ແລະ ອຸດສະຫະກໍາປຸງແຕ່ງແຮ່ທາດ ມີນັກຮຽນເສັງເລື່ອນຂັ້ນໄດ້ 22 ຄົນ ເສັງຈົບຊັ້ນໄດ້ 12 ຄົນ.

    ທິດທາງ ແຜນການ ປະຈໍາສົກຮຽນ 2022-2023 ສືບຕໍ່ສູ້ຊົນດ້ານການຮຽນ-ການສອນ 11 ວຽກຫຼັກທີ່ຈະສູ້ຊົນ ຄື: ສ້າງແຜນການສຶກສາຂອງວິທະຍາໄລເຕັກນິກ ສັບພະວິຊາ ປະຈໍາແຕ່ລະສົກຮຽນ ສ້າງແຜນເຝິກອົບຮົມຍົກລະດັບທັກສະໃຫ້ພະນັກງານຄູ-ອາຈານ ປັບປຸງບາງຫຼັກສູດໃຫ້ແທດເໝາະກັບຕົວຈິງໃນປັດຈຸບັນ ສ້າງແຜນເພື່ອພັດທະນາຄູ່ມືຄູ ແລະ ສື່ການນໍາໃຊ້ເຂົ້າໃນການຮຽນການສອນ ຈັດຕັ້ງປະຕິບັດການບໍາລຸງການຮຽນການສອນໃຫ້ນັກສຶກສາທີ່ຍັງອ່ອນບາງລາຍວິຊາ ເພີ່ມທະວີການພົວພັນກັບສະຖານປະກອບການໃນການຈັດຫາສະຖານທີ່ລົງຝຶກງານໃຫ້ແກ່ນັກສຶກສາ ກໍ່ສ້າງນັກຮຽນດີ-ນັກຮຽນເກ່ງໃຫ້ໄດ້ 5% ຂອງນັກຮຽນທັງໝົດ ສ້າງຄູສອນດີ-ສອນເກັ່ງໃຫ້ໄດ້ 10% ຂອງຄູທັງໝົດ ເສັງຈົບຊັ້ນໃຫ້ໄດ້ 90% ຂອງນັກຮຽນທັງໝົດ ເສັງເລື່ອນຊັ້ນໃຫ້ໄດ້ 85% ຂຶ້ນໄປຂອງນັກຮຽນທັງໝົດ ຈັດການຮຽນການສອນໃຫ້ໄປຕາມໂຄງການຫຼັກສູດ.

    ໃນພິທີ ໄດ້ມອບຍ້ອງຍໍນັກສຶກສາທີ່ຮຽນ-ດີຮຽນເກ່ງ ທີ່ສາມາດຍາດໄດ້ກຽດນິຍົມ ມີ 2 ຄົນ ໄດ້ກຽດນິຍົມອັນດັບ 2 ມີ 6 ຄົນ ຍິງ 4 ຄົນ ພ້ອມມອບໃບກຽດຕິຄຸນໃຫ້ແກ່ນັກສຶກສາທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນການຊື້ອຸປະກອນເຂົ້າຫ້ອງທົດລອງຂອງວິທະຍາໄລໃນໄລຍະຜ່ານມາ.

error: Content is protected !!