ກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນງານ SEA-PLM

    ກະຊວງສຶກສາທິການ ແລະ ກີລາ (ສສກ) ຮ່ວມກັບກອງເລຂາອົງການລັດຖະມົນຕີສຶກສາອາຊີຕາເວັນອອກຊຽງໃຕ້ ຫຼື ອົງການຊີເມວ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ການຮ່ວມມືກ່ຽວກັບແຜນງານປະເມີນຜົນການຮຽນຂອງນັກຮຽນຊັ້ນປະຖົມປີທີ 5 ຂອງອາຊີຕາເວັນອອກສຽງໃຕ້ (SEA-PLM) ໄລຍະ II ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຕາງໜ້າລົງນາມບົດບັນທຶກໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ແລະ ທ່ານ ດຣ ເອເທ ແອກເນດ ພາດກົວ ວາເລນຊູເອລາ (Dr Ethel Agnes P Valenzuela) ຜູ້ອໍານວຍການອົງການລັດຖະມົນຕີສຶກສາອາຊີຕາເວັນອອກສ່ຽງໃຕ້ ມີບັນດາຫົວໜ້າ ຮອງຫົວໜ້າກົມ ຜູ້ອໍານວຍການ ຮອງອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຜູ້ບໍລິຫານງານແຜນງານ SEA-PLM ຈາກກອງເລຂາ SEA-PLM ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

    ແຜນງານ (SEA-PLM) ໄລຍະ II ມີແຜນຈະໄດ້ຈັດຕັ້ງປະຕິບັດໃນປີ 2024 ເຊິ່ງແຜນງານດັ່ງກ່າວ ຈະຊ່ວຍໃນການຍົກບົດບາດດ້ານການຮ່ວມມືກັບສາກົນ ໃນການສ້າງຄວາມເຂັ້ມແຂງທາງດ້ານການປະເມີນຜົນການຮຽນຂອງນັກຮຽນ ປ5 ສ້າງຄວາມເຂັ້ມແຂງໃຫ້ທີມງານປະເມີນຜົນຂອງກະຊວງ ສສກ ໂດຍສະເພາະພະນັກງານວິຊາການດ້ານການປະເມີນ ຄົ້ນຄວ້າ ແລະ ປະສານງານຂອງບັນດາກົມວິຊາການ ເຊັ່ນ: ກົມສາມັນສຶຶກສາ ກົມແຜນການ ກົມປະກັນຄຸນນະພາບການສຶກສາ ກົມຮ່ວມມືກັບຕ່າງປະເທດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

    ກົມຮ່ວມມືກັບຕ່າງປະເທດ ໄດ້ເປັນເຈົ້າການໃນການສົມທົບກັບກອງເລຂາຊິເມວ ກອງເລຂາຂອງແຜນງານ SEA-PLM ແລະ ສວສ ໃນການຄົ້ນຄວ້າຮ່າງ MOU ແລະ ຂັ້ນຕອນຕ່າງໆເພື່ອໃຫ້ MOU ດັ່ງກ່າວໄດ້ຖືກຮັບຮອງລົງນາມ ແລະ ກະກຽມຈັດຕັ້ງປະຕິບັດແຜນງານ SEA-PLM ໄລຍະ II ແຜນງານ SEA-PLM ແມ່ນມີເປົ້າໝາຍເພື່ອເຮັດໃຫ້ການຮຽນຂອງນັກຮຽນມີຜົນດີຂຶ້ນ ໂດຍຜ່ານການຮ່ວມມືຂອງພາກພື້ນ ຈະຊ່ວຍສະໜັບສະໜູນປະເທດສະມາຊິກໃນການພັດທະນາລະບົບການປະເມີນການຮຽນຂອງນັກຮຽນ ການຕິດຕາມກວດກາຜົນການຮຽນຂອງນັກຮຽນ ປັບປຸງນະໂຍບາຍຕ່າງໆໃຫ້ມີຄວາມສອດຄ່ອງ ປະກອບສ່ວນເຂົ້າໃນການສົ່ງເສີມຄວາມສະເໜີພາບທາງດ້ານການສຶກສາ ສໍາລັບເດັກນ້ອຍທຸກຄົນ.

    ໃນການກະກຽມຈັດຕັ້ງປະຕິບັດແຜນງານ SEA-PLM ສສກ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນໍາ ແລະ ຈັດຕັ້ງປະຕິບັດແຜນງານປະເມີນຜົນການຮຽນຂອງນັກຮຽນຊັ້ນປະຖົມປີທີ 5 ຂອງອົງການລັດຖະມົນຕີສຶກສາອາຊີຕາເວັນອອກສຽງໃຕ້ ໄລຍະ II ພ້ອມແຕ່ງຕັ້ງຜູ້ຕາງໜ້າແຜນງານລະດັບສູງ ຜູ້ບໍລິຫານແຜນງານລະດັບຊາດ ຊ່ຽວຊານເລກລະດັບຊາດ ຈຳນວນ 2 ທ່ານ ແລະ ຊ່ຽວຊານການອ່ານລະດັບຊາດຈຳນວນ 2 ທ່ານ ເພື່ອເປັນເຈົ້າການ ສົມທົບກັບຄະນະທີ່ໄດ້ຮັບການແຕ່ງຕັ້ງໃນຂໍ້ຕົກລົງ ເພື່ອຮ່ວມຈັດຕັ້ງປະຕິບັດແຜນງານດັ່ງກ່າວຮ່ວມກັບກອງເລຂາຊີເມວ ກອງເລຂາຂອງແຜນງານ SEA-PLM ແລະ ອົງການ UNICEF.

error: Content is protected !!