ໜອງແປນໃຕ້ ສະຫຼຸບວຽກງານຮອບດ້ານ 5 ປີ ຕົວເລກແຜນການປະຕິບັດໄດ້ 90%

    ກອງປະຊຸມໃຫຍ່ຄັ້ງທີ V ເລືອກຕັ້ງຄະນະຊຸດໃໝ່ຂອງບ້ານໜອງແປນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂື້ນວັນທີ 17 ກັນຍາ 2022 ທີ່ຫ້ອງການບ້ານດັ່ງກ່າວ ມີທ່ານ ຍອດຊາຍ ລາດຊະບຸດ ຫົວໜ້າຄະນະຈັດຕັ້ງເມືອງຫາດຊາຍຟອງ ບັນດາຄະນະພະນັກງານກໍ່ສ້າງຮາກຖານການເມືອງ ຄະນະບ້ານ ແລະ ປະຊາຊົນເຂົ້າຮ່ວມ

    ທ່ານ ອິງ ລໍວັນ ນາຍບ້ານໜອງແປນໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບ ແລະ ການເຄື່ອນໄຫວວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ແລະ ແຜນພັດທະນາບ້ານໃນອີກ 5 ປີຕໍ່ໜ້າ ພ້ອມທັງໄດ້ມີການເລືອກຕັ້ງເອົານາຍບ້ານ ແລະ ຄະນະບ້ານຊຸດໃໝ່ ເນື່ອງຈາກວ່າຄະນະບ້ານຊຸດເກົ່າແມ່ນໄດ້ໝົດວາລະລົງແລ້ວ ສໍາລັບບ້ານດັ່ງກ່າວ ແມ່ນມີປະຊາກອນທັງໝົດ 526 ຄົນ ຍິງ 270 ຄົນ ມີ 106 ຫຼັງຄາເຮືອນ ແບ່ງເປັນ 9 ໜ່ວຍ ມີ 112 ຄອບຄົວ ການປະກອບອາຊີບຂອງປະຊາຊົນແມ່ນຫຼາກຫຼາຍແຕກຕ່າງກັນ ຜ່ານມາ ຄະນະບ້ານດັ່ງກ່າວໄດ້ຈັດຕັ້ງນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ມາສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນ ໄດ້ເຊື່ອມຊືມຮັບຮູ້ ເຊື່ອໝັ້ນຕໍ່ການນໍາພາ ຊຸກຍູ້ປະຊາຊົນສ້າງເສດຖະກິດໃນຄອບຄົວ ຮັກສາຄວາມສະຫງົບ ມີຄວາມເປັນລະບຽບດີ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານຂອງຕົນ ໄດ້ຕັ້ງໜ້ານໍາພາປະຕິບັດຕາມພາລະບົດບາດ ສິດ ໜ້າທີ່ ຕາມກົດໝາຍວ່າດ້ວຍອົງການປົກຄອງທ້ອງຖິ່ນ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ  ມີຄວາມສາມັກຄີ  ປະຕິບັດຕາມໜ້າທີ່ວຽກງານຂອງໃຜລາວທີ່ຖືກມອບໝາຍ ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂື້ນມີຈໍານວນ 6 ຄັ້ງ ໃນນັ້ນມີ ສາຍຜົວ-ເມຍ ແລະ ໜີ້ສິນ ນໍາພາສ້າງຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 107 ຄອບຄົວ ຍັງ 5 ຄອບຄົວ ມີ 1 ກອງທຶນບ້ານເພື່ອປ່ອຍໃຫ້ສະມາຊິກໄດ້ກູ້ຢືມ ມີເງິນທ້ອນສະສົມທັງໝົດ 2.757.000 ກີບ ທາງດ້ານການຄົມມະນາຄົມ ໂຄງລ່າງພື້ນຖານໄປມາແມ່ນມີຄວາມສະດວກດີ ມີຫົວນ່ວຍທຸລະກິດ 7 ພື້ນຖານ ສາມາດນໍາພາປະຊາຊົນສ້າງຄອບຄົວຕົວແບບຜະລິດຕະພັນປອດສານພິດໂອດ໋ອບໄດ້ 1 ຫົວໜ່ວຍ ເກັບຄ່າທໍານຽມທີ່ດີນ ແລະ ອາກອນໄດ້ທັງໝົດ 65.714.900 ກີບ ເທົ່າກັບ 90% ນອກນັ້ນ ຍັງໄດ້ເອົາໃຈໃສ່ຕໍ່ວຽກງານສ້າງສາພັດທະນາປັບປຸງຫ້ອງການບ້ານໃຫ້ທັນສະໄໝ ແລະ ໜ້າຢູ່ ປັບປຸງກໍາລັງກອງຫຼອນບ້ານແຕ່ລະໄລຍະ ສາມາດເຄື່ອນໄຫວຮັກສາຄວາມສະຫງົບໃຫ້ໄດ້ໂດຍພື້ນຖານ ພ້ອມນັ້ນ ກອງປະຊຸມຄັ້ງນີ້ຍັງໄດ້ປ່ອບັດຄັດເລືອກເອົານາຍບ້ານ ແລະ ຄະນະບ້ານຊຸດໃໝ່ ເຊີ່ງມີຜູ້ລົງສະໝັກທັງໝົດ 7 ຄົນ ເລືອກເອົາ 5 ຄົນ ສາມາດເລືອກໄດ້ທ່ານ ຄໍາໄຜ່ ໄຊຍະວົງສອນ ເປັນນາຍບ້ານ ທ່ານ ຄອນສະຫວັນ ຫາດພະວົງ ທ່ານ ນາງ ຝິນ ໂສດາຮັກ ທ່ານ ເລື່ອງໄຊ ຄໍາໃບ ແລະ ທ່ານໃໝ ແລວວັນ ເປັນຄະນະ ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກຄະນະປະທານ ເພື່ອໃຫ້ເປັນທິດທາງຊີ້ນຳໃນການນຳເອົາແນວທາງ ໄປປະຕິບັດເຂົ້າໃນວຽກງານໃຫ້ມີຜົນສໍາເລັດໃນຕໍ່ໜ້າ.

error: Content is protected !!