ເມື່ອກ້າວເຂົ້າສູ່ລະດູຝົນ ຫຼາຍສະຖານທີ່ກໍເກີດມີນ້ຳອັ່ງ ນ້ຳຂັງ ມີປ່າຫຍ້າຮົກເຮື້ອ ເຊິ່ງບັນດາສະຖານທີ່ເຫຼົ່ານີ້ອາດເປັນບ່ອນເພາະພັນຂອງຍຸງລາຍ ສະນັ້ນ ອຳນາດການປົກຄອງບ້ານ ຮ່ວມກັບອາສາສະໝັກຂັ້ນບ້ານ (ອສບ) ຈິ່ງໄດ້ມີການກວດຫາໜອນນ້ຳຍຸງລາຍແຕ່ລະຄອບຄົວ ນຳພາປະຊາຊົນສ້າງຂະບວນອອກແຮງງານ ອະນາໄມສະຖານທີ່ຕ່າງໆ ໂຄສະນາເຜີຍແຜ່ກ່ຽວກັບຜົນຮ້າຍຂອງພະຍາດໄຂ້ຍຸງລາຍໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ.

ທ່ານນາງ ບຸນໂຮມ ປັນຍາສະຫວ່າງ ປະທານສະຫະພັນແມ່ຍິງ ຫົວໜ້າ ອສບ ບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 10 ມິຖຸນາ 2020 ວ່າ ປັດຈຸບັນ ການລະບາດຂອງພະຍາດໄຂ້ຍຸງລາຍນັບມື້ເພີ່ມຂຶ້ນ ດັ່ງນັ້ນ ກະຊວງສາທາລະນະສຸກ ກໍຄືພະແນກ ແລະ ບັນດາຫ້ອງການສາທາລະນະສຸກເມືອງ ອຳນາດການປົກຄອງບ້ານ ກໍຄື ອສບ ໄດ້ສຸມໃສ່ໃນການຄວບຄຸມ ໃນນີ້ບ້ານນາໄຊກໍໄດ້ຖືສຳຄັນໃນການຕ້ານ ແລະ ປ້ອງກັນພະຍາດໄຂ້ຍຸງ ບໍ່ໃຫ້ລະບາດພາຍໃນບ້ານຂອງຕົນ ດ້ວຍຄວາມເອົາໃຈໃສ່ໃນການລົງຕິດຕາມກວດກາໜອນນ້ຳຍຸງລາຍຂອງ ອສບ ພ້ອມທັງຊຸກຍູ້ໃຫ້ປະຊາຊົນແຕ່ລະຄອບຄົວຕ້ອງມີອ່າງລ້ຽງປາຫາງນົກຍຸງຢ່າງໜ້ອຍ 2 ອ່າງຂຶ້ນໄປເພື່ອກິນໜອນນ້ຳຍຸງລາຍ ດັ່ງນັ້ນ ຈຶ່ງເຮັດໃຫ້ບ້ານບໍ່ມີຜູ້ເປັນພະຍາດໄຂ້ຍຸງລາຍ 2 ປີຕິດຕໍ່ກັນ ສຳລັບປີນີ້ກໍຍັງບໍ່ພົບຜູ້ເປັນພະຍາດໄຂ້ຍຸງລາຍ.

ປັດຈຸບັນ ບ້ານນາໄຊມີ ອສບ 18 ທ່ານ ເຊິ່ງການປະຕິບັດໜ້າທີ່ຂອງ ອສບ ແມ່ນລົງຕິດຕາມ ກວດກາໜອນນ້ຳຍຸງລາຍຕາມທິດຊີ້ນຳຂອງຂັ້ນເທິງ ໂດຍໄດ້ລົງກວດກາອາທິດລະຄັ້ງ 1-2 ຄັ້ງ ພ້ອມທັງໂຄສະນາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງຜົນດີຂອງການປ່ອຍປາຫາງນົກຍຸງ ເວລາລົງກວດກາ ຖ້າພົບເຫັນຄອບຄົວໃດທີ່ຍັງບໍ່ມີອ່າງລ້ຽງປາຫາງນົກຍຸງ ກໍ່ສ້າງອ່າງລ້ຽງປາໃຫ້ກັບທີ່ ຄືເຈົ້າຂອງເຮືອນພຽງແຕ່ກຽມອ່າງໄວ້ ສ່ວນປາແມ່ນ ອສບ ເປັນຜູ້ປ່ອຍໃສ່ໃຫ້ ຜ່ານການຈັດຕັ້ງປະຕິບັດໃນການກວດກາແຕ່ລະຄັ້ງ ແມ່ນບໍ່ພົບໜອນນ້ຳຍຸງລາຍ ແລະ ປະຊາຊົນກໍໃຫ້ການຮ່ວມມືເປັນຢ່າງດີ ທົ່ວບ້ານມີອ່າງປາຫາງນົກຍຸງທັງໝົດ 500 ກວ່າອ່າງ ສະນັ້ນ ບ້ານໃດ ຫຼື ຄອບຄົວໃດຕ້ອງການປາຫາງນົກຍຸງໄປປ່ອຍສາມາດພົວພັນນຳ ອສບ ໄດ້ ແນວໃດກໍຕາມ ຮຽກຮ້ອງມາຍັງພໍ່ແມ່ປະຊົນຈົ່ງພ້ອມກັນສືບຕໍ່ປ່ອຍປາຫາງນົກຍຸງໃຫ້ນັບມື້ຫຼາຍຂຶ້ນ ພ້ອມກັນອະນາໄມ 3 ສະອາດ ແລະ ປະຕິບັດ 5 ຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.

ຂ່າວ & ພາບ: ອົ່ນ ໄຟສົນທອງ