ສ້າງຄວາມເຂັ້ມແຂງ ພະນັກງານນຳທ່ຽວລະດັບຊາດ

ຊຸດ​ສຳ​ມະ​ນາ ຍົກ​ລະ­ດັບ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດ​ຕໍ່​ບັດ​ໃໝ່ ຄັ້ງ​ທີ III ຈັດ​ຂຶ້ນ​ວັນ​ທີ 10-12 ມິ­ຖຸ­ນາ 2020 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ມີ​ທ່ານ ວິ­ໄລ​ທອງ ສີ​ຊາ​ນົນ ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ບັນ­ດາ​ນັກ​ສຳ​ມະ​ນາ​ກອນ​ນຳ​ທ່ຽວ​ຈາກ​ທົ່ວ​ປະ­ເທດ​ຈຳ­ນວນ 40 ທ່ານ​ເຂົ້າ​ຮ່ວມ.

ທ່ານ ອຸ່ນ​ທວງ ຂາວ​ພັນ ກ່າວ​ວ່າ: ການ​ສຳ​ມະ​ນາ​ຄັ້ງ​ນີ້ ສຸດ​ທີ່​ມີ​ຄວາມ​ສຳ­ຄັນ​ຫຼາຍ ເພາະ​ເປັນ​ໂອ­ກາດ​ສຳ ລັບ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດ​ຈະ​ໄດ້​ມາ​ແລກ­ປ່ຽນ​ປະ­ສົບ​ການ​ນຳ​ກັນ ທາງ​ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກໍ​ຈະ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຕົວ​ຈິງ ບັນ­ຫາ​ດ້ານ​ຕັ້ງ­ໜ້າ ແລະ ຫຍໍ້­ທໍ້​ຂອງ​ພະ­ນັກ­ງານ​ນຳ​ທ່ຽວ ເພື່ອ​ນຳ​ມາ ປັບ­ປຸງ​ເນື້ອ​ໃນ​ການ​ຝຶກ​ອົບ­ຮົມ​ໃຫ້​ສອດ­ຄ່ອງ​ກັບ​ສະ­ພາບ​ຕົວ​ຈິງ​ໃນ​ຊຸດ​ສຳ​ມະ​ນາ​ນີ້ ພວກ​ເຮົາ​ຍັງ​ຈະ​ມີ​ໂອ­ກາດ​ຮັບ​ເອົາ ຂໍ້​ມູນ​ໃໝ່​ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ຂອງ ສປປ ລາວ ເປັນ­ຕົ້ນ​ແມ່ນ ຜະ­ລິດ​ຕະ​ພັນ​ການ­ທ່ອງ­ທ່ຽວ​ໃໝ່ ບັນ­ດາ​ຂໍ້​ກຳ­ນົດ​ລະ­ບຽບ​ການ​ໃໝ່ ຫຼັກ­ສູດ​ການ​ຝຶກ​ອົບ­ຮົມ​ໃໝ່ ແລະ ການ​ໂຄ­ສະ­ນາ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ໃນ​ປັດ­ຈຸ­ບັນ ເຊິ່ງ​ລ້ວນ​ແຕ່​ແມ່ນ​ຂໍ້​ມູນ​ສຳ­ຄັນ​ສຳ­ລັບ​ພະ­ນັກ­ງານ​ນຳ​ທ່ຽວ.

ພ້ອມ​ດຽວ​ກັນ​ນີ້ ໃນ​ການ​ສຳ​ມະ​ນາ ພວກ​ເຮົາ​ຍັງ​ຈະ​ມີ​ໂອ­ກາດ​ແລກ­ປ່ຽນ​ກັບ​ຜູ້​ຊ່ຽວ­ຊານ​ອາ­ວຸ­ໂສ​ຂອງ​ລາວ ກ່ຽວ​ກັບ​ການ​ນຳ​ທ່ຽວ ແລະ ຈະ​ໄດ້​ຮ່ວມ​ກັນ​ລົງ­ພື້ນ​ທີ່​ເຮັດ​ກິດ­ຈະ­ກຳ ເຊິ່ງ​ຈະ​ເປັນ​ການ​ສ້າງ​ເຄືອ​ຂ່າຍ ແລະ ຮັດ​ແໜ້ນ​ຄວາມ​ສາ­ມັກ­ຄີ​ນຳ​ກັນ ເປັນ​ການ​ເພີ່ມ​ຄວາມ​ສຳ­ພັນ​ອັນ​ດີ​ລະ­ຫວ່າງ​ພະ­ນັກ­ງານ​ທ່ອງ​ທ່ຽວ​ດ້ວຍ​ກັນ ແລະ ພ້ອມ​ກັນ​ສ້າງ​ສະ­ມາ­ຄົມ​ພະ­ນັກ­ງານ​ນຳ​ທ່ຽວ​ຂອງ​ລາວ​ເຮົາ​ໃຫ້​ເຂັ້ມ­ແຂງ​ຂຶ້ນ​ໄປ​ເລື້ອຍໆ.

error: Content is protected !!