ສາລະວັນ ຍັງມີລະເບີດຕົກຄ້າງແຕ່ປາງສົງຄາມຫຼາຍເກືອບ 20 ລ້ານໜ່ວຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ

    ກອງປະຊຸມການຈັດຕັ້ງປະຕິບັດວຽກງານການໂຄສະນາສຶກສາຄວາມສ່ຽງໄພ ການສໍາຫຼວດ ແລະ ກວດກູ້ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢູ່ແຂວງສາລະວັນ ຈັດຂຶ້ນວັນທີ 19 ກັນຍາ 2022 ຢູ່ສໍານັກງານປົກຄອງແຂວງ ໂດຍມີທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກແຂງສາລະວັນ ທ່ານນາງ ​ແຄັດທະລິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ ມີບັນດາທຸຕານຸທູດ ແລະ ຕາງໜ້າຜູ້ໃຫ້ທຶນ ສື່ມວນຊົນ ພະນັກງານກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວວມ.

    ທ່ານ ປະເດີມພອນ ສົນທະນີ ກ່າວວ່າ: ໃນການລົງຕິດຕາມການຈັດຕັ້ງປະຕິບັດວຽກງານການໂຄສະ ນາສຶກສາຄວາມສ່ຽງໄພ ການສໍາຫຼວດ ແລະ ກວດກູ້ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢູ່ແຂວງສາລະວັນ ເຊິ່ງເປັນແຂວງທີ່ມີລະເບີດຕົກຄ້າງແຕ່ປາງສົງຄາມຫຼາຍເປັນລະດັບທີ 3 ຂອງປະເທດ ແລະ ມີລະເບີດລູກຫວ່ານທີ່ຕົກຄ້າງ 19.500.000 ກວ່າໜ່ວຍ.

    ຄືດັ່ງບັນດາທ່ານໄດ້ຮັບຊາບດີແລ້ວວ່າ ສປປ ລາວ ເປັນປະເທດໜຶ່ງໃນໂລກ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ກ່ຽວກັບລະເບີດຕົກຄ້າງແຕ່ປາງສົງຄາມ ລວມທັງລະເບີດລູກຫວ່ານ ເຊິ່ງກະຈາຍໄປທົ່ວທຸກແຂວງ ຖ້າທຽບໃສ່ຈໍານວນປະຊາກອນ ໃນໄລຍະສົງຄາມແຕ່ປີ 1964-1973 ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນວຽກບູລິມະສິດຂອງລັດຖະບານ ເນື່ອງຈາກເປັນອຸປະສັກ ແລະ ເປັນສິ່ງກີດຂວາງອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ​ ສະນັ້ນ ລັດຖະບານ ສປປ ລາວ ຈຶ່ງຖືເປັນບັນຫາຕົ້ນຕໍ ແລະ ສໍາຄັນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຢືນຍົງ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ກ່ຽວກັບການດໍາລົງຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.

    ຄຽງຄູ່ກັນນີ້ ຍຸດທະສາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ (ເສັ້ນທາງສູ່ຄວາມປອດໄພ III) ໄລຍະ 2021-2030 ໄດ້ຮັບຮອງຢ່າງເປັນທາງການ ແລະ ກ້າວສູ່ການຈັດຕັ້ງປະຕິບັດຕົວຈິງຕາມເງື່ອນໄຂທາງດ້ານເຕັກນິກ ແລະ ງົບປະມານທີ່ມີຢູ່ ເພື່ອບັນລຸຕົວເລກຄາດໝາຍສູ້ຊົນທີ່ສະພາແຫ່ງຊາດໄດ້ຮັບຮອງ ນອກຈາກນີ້ ຍັງໄດ້ສົມທົບກັບບັນດາແຂວງ ໃນການສ້າງຄວາມເຂັ້ມແຂງ ໃນການກໍານົດແຜນການບູລິມະສິດຂອງການສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກທີ່ຄ້າງຢູ່ບັນດາແຂວງ ໃຫ້ເຂົ້າສູ່ລະບົບ ແລະ ສາມາດຕອບສະໜອງໃນການກໍານົດແຜນບູລິມະສິດເຂົ້າໃນບົດບັນທຶກຄວາມເຂົ້ໃຈ ຮ່ວມກັບບັນດາອົງການປະຕິບັດງານ. 

    ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ເຮັດໃຫ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກໄດ້ມີຄວາມຍືນຍົງ ກໍຄືການຕອບສະໜອງການແກ້ໄຂບັນຫາລະເບີດບໍ່ທັນແຕກໃນໄລບະຍາວ ຈຶ່ງໄດ້ມີແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ກອງກວດກູ້ມະນຸດສະທໍາກອງທັບ ການນໍາໃຊ້ກົນຈັກທໍາລາຍລະເບີດຂອງໂຄງການເກັບກູ້ລະເບີດແຫ່ງຊາດ ການຂະຫຍາຍວຽກງານເກັບກູ້ລະເບີດບໍ່ທັນແຕກ ອອກໄປສູ່ເມືອງຂວາ ​ແຂວງຜົ້ງສາລີ ລວມແລ້ວ ໃນປັດຈຸບັນໄດ້ມີວຽກງານເກັບກູ້ລະເບີດ ຢູ່ 10 ແຂວງ ແຕ່ບາງແຂວງກໍໄດ້ຢຸດຕິການປະຕິບັດງານຊົ່ວຄາວ ຍ້ອນບັນຫາທຶນຮອນ.

     ສໍາລັບແຂວງສາລະວັນ ແມ່ນແຂວງໜຶ່ງໄດ້ທີ່ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດການແກ້ໄຂບັນຫາລະເບີດບໍ່ແຕກທີ່ຕົກຄ້າງ ໂດຍສະເພາະ ແມ່ນການສໍາຫຼວດບໍ່ທັນທາງດ້ານວິຊາການ ການສໍາຫຼວດດ້ານວິຊາການ ແລະ ການນໍາພື້ນທີ່ເປັນອັນຕະລາຍຈາກເບີດບໍ່ທັນແຕກໄດ້ຫຼາຍ  ນອກຈາກນີ້ ​ຜ່ານມາຍັງໄດ້ມີການທົດລອງຈັດຕັ້ງປະຕິບັດກິດຈະກໍາປັບປຸງຊີວິດການເປັນຢູ່ໃຫ້ແກ່ຜູ້ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າ ດ້ວຍການສົ່ງເສີມວຽກເຮັດງານທໍາ ແລະ ສະໜອງສັດລ້ຽງ.

  ສະນັ້ນ ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຂອບໃຈເປັນຢ່າງສູງ ແກ່ບັນດາປະເທດຜູ້ໃຫ້ທຶນ ທີ່ປະກອບສ່ວນທາງດ້ານວິຊາການ ແລະ ທຶນຮອນຕໍ່ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ພ້ອມນີ້ ກໍຫວັງຢ່າງຍິ່ງວ່າ ບັນດາທ່ານຈະສືບຕໍ່ໃຫ້ສະໜັບສະໜູນ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ທີ 18 ວ່າດ້ວຍການດຳລົງຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກໃນອະນາຄົດ ແລະ ຍຸດທະສາດສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ 2021-2030.

error: Content is protected !!