ສຳເລັດໂຄງການກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ 2 ເມືອງ ແຂວງ ບໍລິຄຳໄຊ

    ພິທີ​ມອບ​-ຮັບ ໂຄງການ​ກໍ່ສ້າງລະບົບນໍ້າປະປາ ແລະ ສຸຂາພິບານ ເມືອງປາກຊັນ ແລະ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຈັດຂຶ້ນໃນວັນທີ 16 ກັນຍາ 2022 ທີ່ແຂວງບໍລິຄຳໄຊ ໂດຍເປັນກຽດກ່າວມອບຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ກ່າວຮັບໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂດຍສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ໄປຄຽງຄູ່ກັບການພັດທະນາໃຫ້ໄປຕາມ SDG ຂອງປະຊາຄົມໂລກ ເວົ້າລວມ ເວົ້າສະເພາະແມ່ນ SDG6 ແລະ ແຜນພັດທະນາ 5 ປີຂອງຂະແໜງ ຍທຂ ໂດຍສະເພາະແມ່ນແຜນພັດທະນາ 2022-2025 ຍຸດທະສາດ 2022-2030 ແລະ ວິໄສທັດຮອດປີ 2030 ຂອງຂະແໜງນໍ້າປະປາ ແລະ ສຸຂາພິບານ ເນັ້ນໃສ່ໃຫ້ປະຊາຊົນລາວ 90% ທີ່ອາໄສໃນເທສະບານແຂວງ ແລະ ເມືອງ ໄດ້ຊົມໃຊ້ນໍ້າປະປາທີ່ສະອາດ ແລະ ປອດໄພ ປະຊາກອນ 100% ທີ່ອາໄສໃນເທສະບານແຂວງ ແລະ ເມືອງ ໄດ້ນໍາໃຊ້ວິດຖ່າຍທົ່ວເຖິງ ແລະ ຖືກຫຼັກອະນາໄມ ແລະ ໃຫ້ນໍ້າເປື້ອນໃນເທສະບານແຂວງ ແລະ ເມືອງ 50% ໄດ້ຮັບການບໍາບັດຢ່າງຖືກຫຼັກການ.

    ນ້ຳປະປາ ແມ່ນປັດໄຈໜຶ່ງທີ່ຈຳເປັນຕໍ່ການຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ການຊົມໃຊ້ນໍ້າປະປາໃນຕົວເມືອງ ແລະ ຊົນນະບົດ ຍັງແມ່ນຕົວຊີ້ບອກພື້ນຖານອັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະຂອງປະເທດເຮົາ ສະນັ້ນ ລັດຖະບານ ຍາມໃດກໍໄດ້ເອົາໃຈໃສ່ພັດທະນາ ປັບປຸງ ແລະ ຂະຫຍາຍລະບົບນ້ຳປະປາໃຫ້ທົ່ວເຖິງທັງໃນຕົວເມືອງ ແລະ ຊົນນະບົດ ໃນທົ່ວປະເທດ.

    ໂຄງການກໍ່ສ້າງນໍ້າປະປາ ແລະ ສຸຂາພິບານ ເມືອງປາກຊັນ ເມືອງປາກກະດິງ ເປັນໂຄງການໄດ້ຮັບເງິນກູ້ຈາກທະນາຄານພັດທະນາອາຊີ (ADB Loan 3041-Lao) ​ເພື່ອ​ພັດທະນາ​ລະບົບ​ນໍ້າ​ປະປາ ພາຍ​ໃຕ້​ໂຄງການ​ນໍ້າ​ປະປາ ​ແລະ ສຸຂາພິບານຂອງ​ກະຊວງໂຍທາທິການ ແລະ ຂົນສົ່ງ ​ໂດຍ​ແມ່ນ​ກົມ​ນໍ້າ​ປະປາ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ ຮ່ວມ​ກັບພະ​ແນ​ກໂຍທາທິການ ແລະ ຂົນສົ່ງແຂວງ ພາຍ​ໃຕ້​ການ​ຊີ້​ນໍາ-​ນໍາພາ ຂອງ​ຄະນະ​ນໍາ ກະຊວງໂຍທາທິການ ແລະ ຂົນສົ່ງ ຄະນະ​ນໍາ​ຂອງ​ແຂວງ​ບໍລິ​ຄໍາ​ໄຊ ​ແລະ ບັນດາ​ພະ​ແນ​ກການຕ່າງໆທີ່​ກ່ຽວຂ້ອງ ​ໂຄງການ​ກໍ່ສ້າງ​ນໍ້າ​ປະປາຢູ່​ເມືອງ​ປາກ​ຊັນ ​ ແລະ ​ເມືອງ​ປາກ​ກະດິງ  ​ໃຊ້​ງົບປະມານ​ທັງໝົດ 38,65 ຕື້​ກີບ ລັດຖະບານປະກອບເປັນທຶນໃຫ້ລັດວິສາຫະກິດນໍ້າປະປາແຂວງ 70% ເປັນມູນຄ່າ 27,06 ຕື້ກີບ ສ່ວນ 30% ເປັນມູນຄ່າ 11,59 ຕື້ກີບ ໃຫ້ລັດວິສາຫະກິດນໍ້າປະປາແຂວງກູ້ຢືມ ໃນເງື່ອນໄຂດອກເບ້ຍ 6,4% ຕໍ່ປີ ໄລຍະທົດແທນຄືນ 25 ປີ.

    ທະນາຄານພັດທະນາອາຊີ ຍາມໃດກໍເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງ ສປປ ລາວ ເຮົາ ຊ່ວຍເຫຼືອດ້ານແຫຼ່ງທຶນເພື່ອພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ ໂດຍສະເພາະຂະແໜງນໍ້າປະປາ ແລະ ສຸຂາພິບານຂອງລາວເຮົາ.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!