ສະໄໝ ສຸກກະເສີມ ຄອບຄົວຕົວແບບລ້ຽງສັດ

    ໃນວາລະກອງປະຊຸມສະຫຼຸບ ຕີລາຄາ ຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ໃນໄລຍະ 2016-2020 ທິດທາງແຜນການຮອດປີ 2025 ວັນທີ 15 ກັນຍາ 2022 ທີ່ຫໍປະຊຸມແຫ່ງຊາດ ທ່ານ ສະໄໝ ສຸກກະເສີມ ຄອບຄົວຕົວແບບລ້ຽງສັດ ທັງເປັນປະທານສະມາຄົມເກັບຊື້ ແລະ ສົ່ງອອກຜະລິດຕະພັນກະສິກໍາຢູ່ບ້ານ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້

ລາຍງານໃຫ້ຮູ້ວ່າ: ໂດຍຍຶດໝັ້ນຕາມແນວທາງນະໂຍບາຍຂອງພັກ ກົດໝາຍ ແລະ ລະບຽບການຂອງລັດວາງອອກ ເປັນຕົ້ນ ການສ້າງເສດຖະກິດຄອບຄົວ ເພື່ອຫຼຸດພົ້ນຈາກຄວາມທຸກຍາກ ກາຍເປັນຄອບຄົວພັດທະນາ ແລະ ຮັ່ງມີ ໃນເມື່ອກ່ອນ ຄອບຄົວຂອງຂ້າພະເຈົ້າເຮັດອາຊີບຄ້າຂາຍເກັບຊື້ຜົນຜະລິດກະສິກຳເປັນຕົ້ນຕໍ ເຊັ່ນ: ສາລີ ມັນຕົ້ນ ແລະ ຂາຍເຄື່ອງກໍ່ສ້າງ ເຊິ່ງມີລາຍໄດ້ບໍ່ທັນຕອບສະໜອງໃຫ້ກັບຄອບຄົວ ແລະ ຊ່ວຍເຫຼືອສັງຄົມໄດ້ ສະນັ້ນ ມາຮອດປີ 2010 ດ້ວຍຄວາມມັກສ່ວນຕົວ ໃນການປູກຝັງ ການລ້ຽງສັດ ແລະ ເຄີຍມີບົດຮຽນມາກ່ອນ ຈຶ່ງໄດ້ປຶກສາກັບຄອບຄົວວ່າ: ນອກຈາກການເຮັດບໍລິການຄ້າຂາຍ ເກັບຊື້ຜົນຜະລິດແລ້ວ ພວກເຮົາລອງຫັນມາລ້ຽງງົວແບບເປັນຟາມເພື່ອສົ່ງອອກ ຈາກນັ້ນຄອບຄົວກໍເຫັນດີນຳ ໂດຍໄດ້ລິເລີ່ມລ້ຽງມາແຕ່ປີ 2010 ເປັນຕົ້າມາ ການລ້ຽງໃນເບື້ອງຕົ້ນ ແມ່ນລ້ຽງແບບປ່ອຍໃສ່ທົ່ງຫຍ້າ ແລະ ມີງົວພຽງແຕ່ 30-40 ໂຕ ທົ່ງຫຍ້າບໍ່ພຽງພໍຕໍ່ຄວາມຕ້ອງການ ຫຼັງຈາກນັ້ນ ໄດ້ຂະຫຍາຍເນື້ອທີ່ປູກຫຍ້າເພີ່ມຂຶ້ນ ແລະ ໄດ້ຊື້ງົວສາຍພັນບຣາມັນ ໄທໃຫຍ່ ແລະ ສາຍພັນຊາໂລເລມາປະສົມພັນ ເຊິ່ງເຫັນວ່າລູກເກີດມາເປັນງົວທີ່ມີໂຄງສ້າງລໍາໂຕໃຫຍ່ ນໍ້າໜັກຫຼາຍ ຂາຍອອກກໍໄດ້ລາຄາ ແຕ່ຍັງບໍ່ທັນຕອບສະໜອງໃຫ້ກັບຕະຫຼາດ ຍັງບໍ່ທັນສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ເທົ່າທີ່ຄວນ ຈາກນັ້ນ ໄດ້ສຶກສາແນວທາງຂອງພັກ-ລັດ ແລະ ຊ່ວງໄລຍະປີ 2016-2020 ໂດຍໄດ້ຮັບການຄັດເລືອກເປັນສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ I ແລະ ໄດ້ມີໂອກາດໄປທັດສະນະຫຼາຍບ່ອນ ໄດ້ຮັບການຊີ້ນໍາຈາກອໍານາດການປົກຄອງເມືອງ ແຂວງ ກະຊວງກະສິກຳ ແລະ ປ່າໄມ້ ທີ່ລົງໄປຕິດຕາມ ຊຸກຍູ້ຄອບຄົວຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ການລ້ຽງສັດໃຫຍ່ມີການຂະຫຍາຍຕົວ ແລະ ກ້າວໄປເຖິງການລ້ຽງແບບເຕັກນິກໃໝ່ທີ່ທັນສະໄໝ ແລະ ອີກດ້ານໜຶ່ງ ຕົນໄດ້ນໍາເອົາບົດຮຽນຈາກພາຍໃນ ແລະ ຕ່າງປະເທດມານຳໃຊ້ ມາຮອດປີ 2020 ໄດ້ສະໝັກໃຈລາອອກຈາກການເປັນສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ຫັນມາສຸມໃສ່ເຮັດການກະສິກຳ ໄດ້ສ້າງຕັ້ງສະມາຄົມເກັບຊື້ຂຶ້ນ ແລະ ສົ່ງອອກຜົນຜະລິດກະສິກຳ ແລະ ໄດ້ຮັບການຄັດເລືອກເປັນປະທານສະມາຄົມ ຈາກນັ້ນ ຈຶ່ງໄດ້ຍົກລະດັບກິດຈະການມາສ້າງຟາມທີ່ເປັນຟາມມາດຕະຖານສໍາເລັດ (ຊື່ຟາມ SKS) ປັດຈຸບັນ ຟາມມີສວນຫຍ້າລ້ຽງສັດທັງໝົດ 5 ຕອນ ເນື້ອທີ່ປະມານ 100 ກວ່າເຮັກຕາ ແລະ ມີເຄື່ອງອັດເຟືອງແຫ້ງທີ່ທັນສະໄໝຈໍານວນ 1 ເຄື່ອງ ໄດ້ນໍາເອົາພໍ່ພັນ-ແມ່ພັນທີ່ຕົນເອງມີຢູ່ແລ້ວ ມາທົດລອງລ້ຽງແບບຂຸນ ຫຼື ເອີ້ນວ່າ ການທອມງົວໃນຄອກ ແລະ ເຫັນໄດ້ວ່າ ງົວທີ່ມີອາຍຸ 3 ປີ ສາມາດທອມໄດ້ນໍ້າໜັກປະມານ 400 ຫາ 500 ກິໂລຕໍ່ໂຕ ປັດຈຸບັນ ໃນຟາມມີງົວທັງໝົດ 1.280 ໂຕ ໃນນັ້ນ ງົວແມ່ພັນພ້ອມໃຫ້ລູກມີທັງໝົດ 300 ໂຕ ງົວຂຸນເພດຜູ້ 880 ໂຕ ແລະ ງົວນ້ອຍເກີດໃໝ່ 100 ໂຕ ແລະ ມີງົວຂຸນ ພ້ອມທີ່ຈະຂາຍ ເຊິ່ງມີນໍ້າໜັກສະເລ່ຍປະມານ  300 ກິໂລຕໍ່ໂຕຂື້ນໄປ  ມີທັງໝົດ 400 ໂຕ ງົວສະມາຊິກພາຍໃນກຸ່ມປະມານ 1.800 ໂຕ. ສໍາລັບການຈຳໜ່າຍ ແມ່ນຈໍາໜ່າຍຕະຫຼາດພາຍໃນແຂວງໄຊຍະບູລີ ຜົ້ງສາລີ ຊຽງຂວາງ ຫຼວງພະບາງ ນະຄອນຫຼວງວຽງຈັນ ບໍ່ແກ້ວ ແລະ ສປ ຈີນ ເລີ່ມແຕ່ປີ 2021 ເປັນຕົ້ນມາ ທາງຟາມໄດ້ຂາຍງົວຂຸນອອກແລ້ວ 100 ໂຕ ລາຄາສະເລ່ຍໂຕລະ 12 ລ້ານກີບ ແລະ ພ້ອມນີ້ກໍມີງົວຂອງສະມາຊິກກຸ່ມທີ່ໄດ້ຈັດຕັ້ງເປັນກຸ່ມຟາມລ້ຽງງົວ ແລະ ມີສະມາຊິກທັງໝົດ 11 ຟາມ ແລະ ໄດ້ຂາຍອອກສູ່ທ້ອງຕະຫຼາດ ລວມກັນທັງໝົດປະມານ 1.000 ກວ່າໂຕ ສະເລ່ຍລາຍຮັບທັງໝົດປະມານ 12 ຕື້ກີບ ສະເພາະຄອບຄົວຂອງທ່ານ ສະໄໝ ສຸກກະເສີມ ປະມານ 1,2 ຕື້ກີບ ລາຍຮັບຈາກການບໍລິການຊື້-ຂາຍ ປະມານ 3,05 ຕື້ກີບ ລວມລາຍຮັບພາຍໃນໜື່ງປີຫຼັງຈາກຫັກຕົ້ນທຶນ ປະມານ 4,25 ຕື້ກີບ ປັດຈຸບັນ ເຮັດໃຫ້ຄອບຄົວຂອງເພິ່ນມີຢູ່ມີກິນ ໄດ້ມີໂອກາດຕ້ອນຮັບການນໍາພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ ຄະນະຜູ້ແທນ ເຂົ້າມາທັດສະນະເປັນປະຈຳ ໄປຄຽງຄູ່ກັບການເສຍພັນທະໃຫ້ລັດແລ້ວ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ທາງດ້ານວັດຖຸ ປັດໄຈຕ່າງໆ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານຕ່າງໆເປັນຈຳນວນຫຼວງຫຼາຍ ແລະ ໄດ້ກາຍເປັນຕົວແບບຂອງເມືອງ ຂອງແຂວງໃນການປູກຝັງ-ລ້ຽງສັດ ນອກຈາກນັ້ນ ໃນປີ 2022 ກະຊວງກະສິກໍາ ແລະ ປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ກໍໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ສົ່ງເສີມການລ້ຽງສັດເພື່ອສົ່ງອອກ ໂດຍສະເພາະ ກົມລ້ຽງສັດ ແລະ ການປະມົງ ໄດ້ສະໜອງງົວແມ່ພັນໃຫ້ເພິ່ນ 20 ໂຕ ສາຍພັນບຣາມັນແດງ ແລະ ອຸປະກອນຈໍານວນໜຶ່ງ ແລະ ເຕັກນິກການລ້ຽງສົ່ງເສີມໃຫ້ຟາມລ້ຽງສັດໃຫ້ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດ.

# ຂ່າວ – ພາບ : ຂັນທະວີ                                                     

error: Content is protected !!